吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຄື່ອນ​ໄຫວ​ປັບປຸງ​ຄຸນ​ນະພາ​ບອາກາດຂອງ​ນະຄ​ອນຫຼວງ​ປັກ​ກິ່ງໄດ້​ບັນລຸ​ໝາກຜົນ​ອັນ​ພົ້ນ​ເດັ່ນ

2021-04-04 17:29:00 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ມະຫາວິທະຍາ​ໄລ​ເບີ​ມິ​ງຮາມ​ອັງກິດ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ຄະນະ​ຄົ້ນຄວ້າ​ວິທະຍາສາດ​ຈີນ-ອັງກິດ​ທີ່​ປະກອບ​ດ້ວຍ​ນັກ​ຄົ້ນຄວ້າ​ຫຼາຍ​ກວ່າ 150 ຄົນ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດສະພາບ​ການ​ມົນ​ລະ​ພິທາງອາກາດ​ຂະໜາດ​ໃຫຍ່​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຈີນ, ການ​ສຳ​ຫຼວດສະ​ແດງ​ໃຫ້​ເ​ຫັນ​ວ່າ: ​ເນື່ອງ​ຈາກ​ໄດ້​ນຳ​ໃຊ້​ການ​​ເຄື່ອນ​ໄຫວ​ປັບປຸງ​ອາກາດ​ໃຫ້​ສະອາດ​ຄຸນ​ນະພາ​ບອາກາດ​ຂອງ​ນະຄອນຫຼວງ​ປັກ​ກິ່ງຈຶ່ງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ​ໃນ​ຫຼາຍ​ປີຜ່ານມາ.

ທ່ານຣອຍ ຮາຣີຊັນ ນັກວິທະຍາສາດ​ຜູ້ນຳ​ພາ​ໂຄງການ ສາ​ສະ​ດາ​ຈານ​ຂອງ​ມະຫາວິທະຍາ​ໄລ​ເບີ​ມິ​ງຮາມ​ກ່າວ​ວ່າ: ວິທີ​ການ​ທີ່​ຄະນະ​ຄົ້ນຄວ້າ​ໄດ້​ພັດທະນາ​ນັ້ນ​ສາມາດ​ຍົກ​ເວັ້ນຜົນ​ສະທ້ອນ​ຈາກ​ປັດ​ໃຈ​ທາງ​ອາກາດ, ຈຶ່ງ​ສາມາດ​ປະ​ເມີນ​ຢ່າງ​ຖືກຕ້ອງ​ກວ່າ​ເກົ່າ​ກ່ຽວ​ກັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ການ​ປ່ອຍ​ມົນ​ລະ​ພິດ​ທີ່​ມີ​ຕໍ່​ຄະນນະພາ​ບອາກາດ. ພວກ​ຂ້າພະ​ເຈົ້າ​​ເຫັນ​ວ່າ: ນະຄອນຫຼວງ​ປັກ​ກິ່ງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ການ​ປັບປຸງ​ຄຸນ​ນະພາ​ບອາກາດ ​ໂດຍ​ສະ​ເພາະການ​ຫຼຸດຜ່ອນ​ການ​ປ່ອຍ​ມົນ​ລະ​ພິດ​ຫຼາຍ​ຊະນິດ​ທີ່​ໄດ້​ຮັບ​ການ​ຕິດຕາມ​ວັດ​ແທກ.

ທ່ານ​ກ່າວ​ຕື່ມ​ວ່າ: ການ​ຮ່ວມ​ມື​ກັບ​ນັກ​ຄົ້ນຄວ້າ​ວິທະຍາສາດ​ຈີນ​ໄດ້​ບັນລຸ​ໝາກຜົນ​ທີ່​ດີ, ​ເຂົາ​ເຈົ້າ​ມີ​ລະດັບ​ການ​ຄົ້ນຄວ້າ​ຢ່າງ​ສູງ, ສອງ​ຝ່າຍ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ໃນ​ການ​ແລກປ່ຽນ​ຄວາມ​ເຫັນເຊິ່ງກັນ ​ແລະ​ກັນ​ໃນ​ວຽກ​ງານ​ຄົ້ນຄວ້າ​ວິທະຍາສາດ.

 

ຄຳ​ເຫັນ

0