ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເມື່ອບໍ່ດົນມານີ້, ລັດຖະບານໄທໄດ້ອອກແຜນການຟື້ນຟູຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ແລະຟື້ນຟູຂະແໜງການທ່ອງທ່ຽວໂດຍໄວ. ເກາະພູເກັດໄດ້ກາຍເປັນແຫຼ່ງທ່ອງທ່ຽວແຫ່ງທຳອິດທີ່ຟື້ນຟູຖ້ຽວບິນສາກົນ ແລະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ເຊິ່ງໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຊຸດທຳອິດໃນວັນທີ 3 ເມສານີ້. ນັກທ່ອງທ່ຽວເຫຼົ່ານີ້ແມ່ນອອກເດີນທາງມາຈາກນະຄອນແຟຼງເຟີດປະເທດເຢຍລະມັນດ້ວຍຖ້ຽວບິນພິເສດຂອງສາຍການບິນສາກົນໄທບິນໄປເຖິງເກາະພູເກັດໂດຍກົງ. ແລະຖ້ຽວບິນນີ້ເປັນຖ້ຽວບິນສາກົນທຳອິດທີ່ບິນໄປເກາະພູເກັດນັບແຕ່ຖ້ຽວບິນສາກົນຖືກປິດຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໜຶ່ງປີກວ່າຜ່ານມາ, ສ່ວນຖ້ຽວບິນຕໍ່ໄປຈະເປີດໃນວັນທີ 7 ເມສານີ້.
ຕາມແຜນການດັ່ງກ່າວນັບແຕ່ວັນທີ 1 ກໍລະກົດປີນີ້ເປັນຕົ້ນໄປ, ນັກທ່ອງທ່ຽວຕ່າງປະເທດທີ່ຖືໃບຢັ້ງຢືນສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈະສາມາດໄປທ່ອງທ່ຽວຢູ່ເກາະພູເກັດໂດຍບໍ່ຕ້ອງກັກບໍລິເວນເພື່ອເຝົ້າຕິດຕາມທາງການແພດ ແຕ່ເງື່ອນໄຂເບື້ອງຕົ້ນແມ່ນປະຊາຊົນຢູ່ເກາະພູເກັດ 70% ຂຶ້ນໄປຕ້ອງໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ 2 ເຂັມ, ແລະໃຫ້ກຸ່ມຄົນມີພູມຕ້ານການ. ເພື່ອບັນລຸເປົ້າໝາຍດັ່ງກ່າວໂດຍໄວ, ອົງການປົກຄອງທ້ອງຖິ່ນໄດ້ຮຽກຮ້ອງໃຫ້ປະຊາຊົນຕັ້ງໜ້າສັກຢາວັກຊີນ, ປັດຈຸບັນນີ້, ລັດຖະບານໄທໄດ້ຈັດສົ່ງວັກຊີນປະມານ 1 ແສນຫຼອດໃຫ້ຈັງຫວັດພູເກັດ ແລະພວມສັກໃຫ້ປະຊາຊົນຈຳນວນ 3000 ຫາ 4000 ຄົນຕໍ່ມື້.
ຄຳເຫັນ
0