覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ການກວດ​ສອບ​ວຽກ​ງານ​ກະ​ກຽມ​ດຳ​ເນີນການ​ແຂ່ງ​ຂັນ​ຢ່າງ​ຮອບ​ດ້ານ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2021-04-04 17:54:21 cri

 ຫວ່າງ​ບໍ່​ດົນ​ມາ​ນີ້, ກິດ​ຈະ​ກຳກວດ​ກາ​ທົດ​ລອງການ​ແຂ່ງ​ຂັນ​ກິ​ລາ​ນ້ຳ​ກ້ອນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ2022ໄດ້​ເລີ່ມຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ໂດຍ​ປະ​ຕິ​ບັດ​ຕາມ​ຂໍ້​ຮຽກ​ຮ້ອງ​ໃນ​ການ​ຈັດ​ງານ​ກິ​ລາ​ແບບ “ກະ​ທັດ​ຮັດ​ລຽບ​ງ່າຍ, ປອດ​ໄພ, ໜ້າ​ປະ​ທັບ​ໃຈ”, ວຽກ​ງານ​ດ້ານ​ຕ່າງໆ​​ໃນ​ການ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​​ກິ​ລາ​ນ້ຳ​ກ້ອນ, ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ໜາມ​ກິ​ລາ, ການ​ບໍ​ລິ​ການ​ເພື່ອ​​ຮັບ​ປະ​ກັນດ້າ​ນ​ພະ​ລາ​ທິ​ການແລະ​ອື່ນໆຈະ​ຕ້ອງ​ຜ່ານກວດ​ສອບຈາກ​ການ​ແຂ່ງ​ຂັນ​ຕົວ​ຈິງ​​.
 

   ຕອນ​ຄ່ຳ​ວັນ​ທີ 2 ເມ​ສາ​ນີ້, ຢູ່​ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ໄດ້​ຈັດ​ການ​ແຂ່ງ​ຂັນ​ທີ່​ມີ​ຜູ້​ຊົມ​ຮອບ​ທຳ​ອິດ ເຊິ່ງ​ເປັນ​ການກວດ​ກາ​ທົດ​ລອງ​​ການ​ແຂ່ງ​ຂັນ​ກິ​ລາ​ນ້ຳ​ກ້ອນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ນັ້ນ​ຢ່າງ​ສຳ​ເລັດ​ຜົນ. ກິດ​ຈະ​ກຳ​ກວດ​ກາ​ທົດ​ລອງ​ເທື່ອ​ນີ້​ໄດ້​ເລີ່ມ​ມາແຕ່​ວັນ​ທີ 1 ເມ​ສາ​ນີ້​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ 10 ເມ​ສາ​ນີ້.  ການ​ແຂ່ງ​ຂັນ 7 ລາຍ​ການ​ເຊັ່ນ ໄອ​ສ​ຮອກ​ກີ (Ice Hockey) ສະ​ເກັດ​ຄວາມ​ໄວ​ໄລ​ຍະ​ສັ້ນ, ສະ​ເກັດ​ລີ​ລາ ເປັນ​ຕົ້ນ​ຈະ​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ 5 ແຫ່ງ​ເຊັ່ນ ສູນ​ລອຍ​ນ້ຳ​ແຫ່ງ​ຊາດ, ສະ​ໜາມ​ກິ​ລາ​ແຫ່ງ​ຊາດ, ສະ​ໜາມ​ກິ​ລາ​ສະ​ເກັດ​ຄວາມ​ໄວ​ແຫ່ງ​ຊາດແລະ​ອື່ນໆ.

ຄຳ​ເຫັນ

0