覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໄບ​ເດັນ​ພ້ອມ​ພັນ​ລະ​ຍາ​ສົ່ງ​ເສີມ​ໃຫ້​ມວນ​ຊົນ​ອາ​ເມ​ຣິ​ກາ​ສັກ​ວັກ​ຊີນ​ໂຄວິດ-19 ໂດຍ​ໄວ

2021-04-05 12:20:20 cri

ວັນ​ທີ 4 ເມ​ສາ​ນີ້, ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ພ້ອມ​ດ້ວຍ​ທ່ານ​ນາງ ຈິວ​ໄບ​ເດັນ ພັນ​ລະ​ຍາ​ຂອງ​ທ່ານ ໄດ້​ເຜີຍ​ແຜ່​ວີ​ດີ​ໂອ​ຕອນ​ໜຶ່ງ ເພື່ອ​ອວຍ​ພອນ​ປະ​ຊາ​ຊົນ​ຈົ່ງ​ສະ​ບາຍ​ດີໃນວັນອິ​ສ​ເຕີຫຼື​ວັນ​ລະ​ນຶກ​ພະ​ເຢ​ຊູ​ຄືນ​ຊີບ, ໃນ​ວີ​ດີ​ໂອ, ທ່ານ​ໄບ​ເດັນ​ຍັງ​ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ.
 

 ທ່ານ​ໄບ​ເດັນ​ກ່າວ​ວ່າ: “ເຊື້ອ​ພະ​ຍາດ​ໂຄວິດ-19ຍັງ​ບໍ່​ທັນໄດ້​ໝົດ​ສິ້ນ​​ໄປ, ພວກ​ເຮົາຫຼາຍ​ໆ​ຄົນ​ຍັງ​ຄົງ​ຮູ້​ສຶກ​ເຖິງ​ຄວາມ​ໂດດ​ດ່ຽວ​ແລະ​ຄວາມ​ປາ​ຖະ​ໜາຢ່າງ​ແຮງ​ກ້າ​ທີ່​​ຢາກ​ເຕົ້າ​ໂຮມ​ກັນ​ຄືນ​ໃໝ່​ຍ້ອນ​ໄລ​ຍະ​ຫ່າງ​ທີ່​ເກີດ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ. ຜ່ານ​ຈາກ​ການ​ສັກ​ວັກ​ຊີນ​ທັງ​ສົ່ງ​ເສີມ​ໃຫ້​ ​ ​ຄ​ຣິ​ສ​​ຈັກ​ແລະ​ເຂດ​ຊຸມ​ຊົນ​ທີ່ພວກ​ເຈົ້າ​​ສັງ​ກັດ​ຢູ່​ນັ້ນຈັດ​ການສັກ​ວັກ​ຊີນ, ພວກ​ເຮົາບໍ່​ພຽງ​ແຕ່​ສາ​ມາດ​ເອົາ​ຊະ​ນະ​ເຊື້ອ​ພະ​ຍາດໄດ້ເທົ່າ​ນັ້ນ, ຍັງ​ສາ​ມາດ​ເຮັດ​ໃຫ້​ວັນ​ເວ​ລາ​ທີ່​ພວກ​ເຮົາຈະ​ສາ​ມາດ​ສະ​ເຫຼີມ​ສະຫຼອງວັນ​ພັກ​ຮ່ວມກັນ​ໄດ້​ອີກ​ນັ້ນ​ຈະ​ມາ​ເຖິງ​ໄວກວ່າ​ເກົ່າ​”
 

ຕາມ​ຕົວ​ເລກ​ສະ​ຖິ​ຕິຫຼ້າ​ສຸດຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ຮອບ​ຄິ​ສ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ເວ​ລາ 7 ໂມງ 20 ນາ​ທີ​ຂອງວັນ​ທີ 5 ເມ​ສາ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທັງ​ໝົດຫຼາຍກວ່າ 130 ລ້ານ​ຄົນ, ຜູ້​ເສຍ​ຊີ​ວິດຫຼາຍກວ່າ 2,85 ລ້ານ​ຄົນ. ຍອດ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຂອງອາ​ເມ​ຣິ​ກາມີຫຼາຍກວ່າ 30.700.000 ຄົນ, ມີຜູ້​ເສຍ​ຊີ​ວິດຫຼາຍກວ່າ 550.000 ຄົນ.

ຄຳ​ເຫັນ

0