刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້: ຈີນບໍ່​ຮັບ​ຮອງ​ໃນ​ໂລກ​ນີ້​ຍັງ​ມີ​ປະ​ເທດ​ທີ່​ຢູ່​ເໜືອກວ່າ​ປະ​ເທດ​ອື່ນ

2021-04-05 11:59:11 cri

 

ວັນ​ທີ 31 ມີ​ນາ​​ຫາ​ວັນ​ທີ 3 ເມ​ສາ​ນີ້, ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟິ​ລິບ​ປິນ ແລະ ສ.ເກົາຫຼີ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ຢູ່​ແຂວງ​ຟູ​ຈ້ຽນ ແລ້ວ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ, ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ກ່ຽວ​ກັບ​ຖ້ອຍ​ຄຳ​ຂອງ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ຈີນ ຄື: ການ​ແຂ່ງ​ຂັນ, ການ​ຮ່ວມ​ມື ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ, ຈີນ​ມີຫຼັກ​ໝັ້ນ​ທີ່​ຈະ​ແຈ້ງ​ມາ​ໂດຍ​ຕະຫຼອດ. ຖ້າ​ວ່າ​ອາ​ເມ​ຣິ​ກາ​ຢາກ​ສົນ​ທະ​ນາ​ກັບ​ຈີນ, ຈີນ​ຈະ​ເປີດ​ປະ​ຕູ​ຕະຫຼອດ​ໄປ, ແຕ່​ການ​ສົນ​ທະ​ນາ​ຄວນ​ຢູ່​ບົນ​ພື້ນ​ຖານ​ທີ່​ສະ​ເໝີ​ພາບ​ກັນ, ຕ້ອງ​ດຳ​ເນີນ​ໄປ​ດ້ວຍ​ທ່າ​ທີ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຈີນບໍ່​ຮັບ​ຮອງວ່າ​ໃນ​ໂລກ​ນີ້​ຍັງ​ມີ​ປະ​ເທດ​ທີ່​ຢູ່​ເໜືອກວ່າ​ປະ​ເທດ​ອື່ນ, ບໍ່​ຮັບ​ຮອງວ່າ​ວຽກ​ງານ​ຂອງ​ໂລກ​ຕັດ​ສິນ​ໂດຍ​ປະ​ເທດ​ໃດ​ໜຶ່ງ​ເທົ່າ​ນັ້ນ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ການ​ສົນ​ທະ​ນາ​ກັນ​ຈະ​ດີກວ່າ​ການ​ເປັນ​ປໍ​ລະ​ປັກ​ກັນ, ການ​ຮ່ວມ​ມື​ກັນ​ຈະ​ດີກວ່າ​ການ​ປະ​ທະ​ກັນ​. ຫວັງ​ວ່າ​ອາ​ເມ​ຣິ​​ກາ​ຈົ່ງ​ເຄົາ​ລົບ​ຜົນ​ປະ​ໂຫຍດ​ແກນ​ກາງ​ຂອງ​ຈີນ​ຢ່າງ​ແທ້​ຈິງ, ​ມີ​ທ່າ​ທີ​ອັນ​ຖືກ​ຕ້ອງ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ​, ຕອບ​ສະ​ໜອງ​ຄວາມ​ປາ​ຖາ​ໜາ​ຂອງ​ປະ​ເທດ​ຢູ່​ພາກ​ພື້ນ​ແລະ​ປະ​ຊາ​ຄົມ​ໂລກ​ຢ່າງ​ຕັ້ງ​ໜ້າ, ຮ່ວມ​​ກັນ​ກັບ​ຈີນ, ສະ​ແດງ​ທ່າ​ທີ​ທີ່​ຄວນ​ມີ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່, ຮ່ວມ​ກັນ​ຮັກ​ສາ​ສັນ​ຕະ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ຄຳ​ເຫັນ

0