曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫ້ອງການຖະແຫຼງຂ່າວລັດຖະບານຈີນປະກາດປຶ້ມປົກຂາວ “ພຶດຕິກຳຈີນໃນການຫຼຸດຜ່ອນຄວາມທຸກຍາກຂອງມວນມະນຸດ”

2021-04-06 19:35:33 cri

ວັນ​ທີ 6 ເມ​ສາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ​ປຶ້ມປົກ​ຂາວ​ເລື່ອງ “ພຶດ​ຕິ​ກຳ​ຈີນ​​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ”.

​ປຶ້ມປົກ​ຂາວ​ດັ່ງ​ກ່າວ​ໄດ້​ຫວນ​ຄືນ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບຂະ​ບວນ​ການ​ອັນ​ໃຫຍ່​ໂຕ​ມະ​ໂຫ​ຖານ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ນຳ​ພາ​ປະ​ຊາ​ຊົນ​ຕໍ່​ສູ້​ກັບ​ຄວາມ​ທຸກ​ຍາກ​ໃນ 100 ປີ​ມາ​ນີ້, ໂດຍ​ສະ​ເພາະ​ພາຍ​ຫຼັງ​ກອງ​ປະ​ຊຸມ​​ໃຫຍ່​ຜູ້​ແທນພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​​ໄດ້ບັນ​ຊາ​ໂດຍ​ຕົນ​ເອງ, ຈັດ​ວາງ​ໂດຍ​​ຕົນເອງ​ແລະຕິດ​ຕາມ​ໂດຍ​ຕົນ​ເອງ, ເຕົ້າ​ໂຮມ​ກຳ​ລັງ​ຂອງ​ທົ່ວ​ພັກ​ທົ່ວ​ປະ​ເທດ​ທົ່ວ​ສັງ​ຄົມ​ຊະ​ນະ​ສົງ​ຄາມ​ທີ່​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ​ໂດຍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາຂອງ​ພາ​ລະ​ກິດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ພ້ອມ​ດ້ວຍ​ການ​ປະ​ກອບ​ສ່ວນ​ຕໍ່​ໂລກ​ຢ່າງ​ຮອບ​ດ້ານ.

​ປຶ້ມປົກ​ຂາວ​ລວມ​ທັງ 5 ພາກ​ສ່ວນ, ​ຄື: ​ຄຳ​ໝັ້ນ​ສັນ​ຍາ​ອັນ​ເຄັ່ງ​ຂຶມ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນຍຸກໃໝ່​ໄດ້​​ຮັບໄຊ​ຊະ​ນະ​​ຢ່າງ​ຮອບ​ດ້ານ, ​ການປະ​ຕິ​ບັດ​​ມາດ​ຕະ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ໃຫ້ຖືກ​ເປົ້າ​ໝາຍ, ​ຄົ້ນຫາ​ຊ່ອງ​ທາງ​ໃໝ່​ເພື່ອ​ມະ​ນຸດ​ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ຮ່ວມ​ມື​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ທີ່​ບໍ່​ມີ​ຄວາມ​ທຸກ​ຍາກ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ.

ຄຳ​ເຫັນ

0