吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນລົມກັບ​ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ຜ່ານ​ທາງ​ໂທ​ລະ​ສັບ

2021-04-06 15:01:37 cri

    ວັນ​ທີ 5 ເມ​ສາ​ນີ້, ທ່ານ​ວາງ​ອີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ລົມ​ກັບ​ທ່ານ​ໂມ​ເຕ​ກິ ໂຕ​ຊິ​ມິຊຸ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນຜ່ານ​ທາງ​ໂທ​ລະ​ສັບ. ທ່ານ​ວາງ​ອີ້​ກ່າວ​ວ່າ: ສອງ​ຝ່າຍ​ຄວນ​ຖະ​ນຸຖະ​ໜອມ ແລະ​ປົກ​ປັກ​ຮັກ​ສາ​ສະ​ພາບ​​ການສາຍ​ພົ​ວ​ພັນ​ລະ​ຫວ່າງ​ຈີນ ແລະ​ຍີ່​ປຸ່ນ​ໃຫ້​ດີ​ຂຶ້ນ​ ເຊິ່ງ​ໄດ້​ມາ​ບໍ່​ແມ່ນ​ງ່າຍ, ຮັບ​ປະ​ກັນ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ບໍ່​ຢຸດ​ສະ​ງັກ, ບໍ່​ຖອຍ​ຫລັງ ແລະ​ບໍ່​​ຖືກ​ມ້ວນ​ເຂົ້າ​ໃນການ​​ເປັນປໍ​ລະ​ປະ​ກັນ​ລະ​ຫວ່າງ​ປະ​ເທດ​​ມະ​ຫາ​ອຳ​ນາດ. ຈີນ​ຫວັງ​ວ່າ​ຍີ່​ປຸ່ນ​ຈະ​​ມີ​ຄວາມ​ເຫັນຕໍ່​ການ​ພັດ​ທະ​​ນາ​ຂອງ​ຈີນ​ຢ່າງ​ມີ​ສະ​ຕິ ແລະ​​ພາ​ວະ​ວິ​ໄສ, ຫາກບໍ່​ແມ່ນ​ຖືກ​ປະ​ເທ​ດ​ທີ່​ມີ​ແນວ​ຄວາມ​ຄິດ​ອະ​ຄະ​ຕິ​ຕໍ່​ຈີນ​ນັ້ນ​ຊັກ​ນຳ​ໄປ​ທາງ​ທີ່​ຜິດ​ພາດ.

    ທ່ານ​ໂມ​ເຕ​ກິ ໂຕ​ຊິ​ມິ​ຊຸ​ກ່າວ​ວ່າ: ​ພັນ​ທະ​ມິດ​ຍີ່​ປຸ່ນ ແລະ​ອາ​ເມ​ຣິ​ກາ​ບໍ່​ແນ​ໃສ່​ຝ່າຍ​ທີ​ສາມ​ສ​ະ​ເພາະ, ຍີ່​ປຸ່ນ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ສາຍ​ພົວ​ພັນກັບຈີນ, ທ່າ​ທີ​ທີ່​ຮັບ​ປະ​ກັນ​ສາຍ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນ​ແລະ​ຈີນ​ໃຫ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​​ນັ້ນບໍ່​ມີ​ການ​ປ່ຽນ​ແປງ. ຍີ່​ປຸ່ນ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ກ່ຽວ​ກັບ​ການສະ​ໜັບ​ສະ​ໜູນ​ເຊິ່​ງ​ກັນ ແລະ​ກັນ​ເພື່ອ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ດີ.

ຄຳ​ເຫັນ

0