吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊິນໂຄວິດ-19 ຂອງ​ຈີນອີກງວດ​ໜຶ່ງ​ຖືກ​ຂົນ​ສົ່ງ​ຮອດແຊັກ​ບີ

2021-04-06 15:54:48 CRI

    ວັນທີ 5 ເມສານີ້, ວັກຊິນໂຄວິດ-19 ທີ່​ຈະ​ຜະ​ລິດອີກງວດໜຶ່ງໄດ້ຖືກຂົສົ່ງຮອດນະຄອນຫຼວງແບນກຼາດ​​ປະ​ເທດແຊັກບີ.ທ່ານນາງອານາ ເບີນາບິກ ນາຍົກລັດຖະມົນຕີແຊັກບີ ແລະ ທ່ານເຊີນໂປ່ ເອກອັກຄະລັດຖະທູດຈີນປະຈຳແຊັກບີໄປຕ້ອນຮັບຢູ່ສະໜາມບິນ.


    ຢູ່ໜາມບິນ, ທ່ານນາງເບີນາ​ບິກໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຈີນທີ່ສະໜອງວັກຊິນໂຄວິດ-19 ອີກງວດໜຶ່ງໃຫ້ແກ່ແຊັກບີ. ທ່ານນາງກ່າວວ່າ: ວັກຊິນງວດນີ້ຖືກສົ່ງຮອດແຊັກບີໄດ້ຢືນຢັນການພົວພັນໝູ່ຄູ່ລະຫວ່າງສອງປະເທດອີກເທື່ອໜຶ່ງ. ຍ້ອນໄດ້ຮັບການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງຈີນ, ແຊັກບີພວມດຳເນີນວຽກງານສັກວັກຊິນຂະໜາດໃຫຍ່ຢ່າງ​ໜັກ​ແໜ້ນ​ໝັ້ນຄົງ, ນີ້ມີຄວາມໝາຍສຳຄັນຕໍ່ການປ້ອງກັນພະຍາດໂຄວິດ-19 ຂອງແຊັກບີຫຼາຍ.


     ທ່ານເຊີນໂປ່ກ່າວວ່າ, ຈີນ​ພວມດຳເນີນວຽກງານສັກວັກຊິນຕ້າພະຍາດໂຄວິດ-19 ຢ່າງຂະໜາດໃຫຍ່ແລະ​ເປັນ​ລະບຽບ​​ຮຽບ​ຮ້ອຍ, ຄວາມຕ້ອງການຕໍ່ວັກຊິນພາຍໃນປະເທດຈີນຫຼາຍສົມຄວນ. ແຕ່ຈີນມີທັດສະນະຄະຕິກ່ຽວ​ກັບປະຊາຄົມຮ່ວມຊາຕາກຳມວນມະນຸດ, ຫວັງວ່າວັກຊິນຂອງຈີນຈະສາມາດປະກອບສ່ວນເພື່ອຊ່ວຍແຊັກບີປ້ອງກັນພະຍາດໂຄວິດ-19.

 

    ​ມາຮອດປັດຈຸບັນ, ແຊັກບີໄດ້ຮັບວັກຊິນໂຄວິດ-19 ທີ່ຜະລິດດ້ວຍກຸ່ມບໍລິສັດການຢາແຫ່ງຊາດຈີນ​ທັງ​ໝົດ 4 ງວດແລ້ວ.

ຄຳ​ເຫັນ

0