何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ສະ​ແດງ​ຄວາມ​ເຫັນ​ໃຈ​​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່ຽວ​ກັບ​ການ​ເກີດ​ໄພ​ນ້ຳ​ຖ້ວມ ແລະ ​ດິນ​ພູ​ເຈື່ອນຢູ່​ອິນ​ໂດ​ເນ​ເຊຍ

2021-04-07 12:55:04 CRI

ວັນ​ທີ 6 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເຫັນ​ໃຈໄປ​ຍັງທ່ານໂຈ​ໂກ ວິ​ໂດ​ໂດ ປ​ະ​ທາ​ນາ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່ຽວ​ກັບ​ການ​ເກີດ​ໄພ​ນ້ຳ​ຖ້ວມ ແລະ ​ດິນ​​ພູເຈື່ອນຢູ່​ອິນ​ໂດ​ເນ​ເຊຍ.

 

ໃນ​ສານ​ສະ​ແດງ​ຄວາມ​ເຫັນ​ໃຈ​ລະ​ບຸ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕື່ນ​ຕົກ​ໃຈ​ທີ່​ໄດ້ຮູ້​ຂ່າວ​ວ່າ​ເກີດ​ໄພ​ນ້ຳ​ຖ້ວມ ແລະ ໄພ​ດິນ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ, ພາ​ໃຫ້​ເກີດ​ມີ​ຄົນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຢ່າງ​ໜັກ​ໜ່ວງ. ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ ແລະ ປະ​ຊາ​ຊົນ​ຈີນ, ທັງ​ໃນ​ນາມ​ສ່ວນ​ຕົວ, ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ຊີ້ງ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ, ສະ​ແດງ​ຄວາມ​ເຫັນ​ໃຈ​​ດ້ວຍ​ຄວາມ​ຈິງໃຈ​ຕໍ່​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ ແລະ ຜູ້​ໄດ້​ຮັບ​ບາດ​​ເຈັບ.

ຄຳ​ເຫັນ

0