郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວ່າງ​ຢາງສົ່ງ​ສານ​ຊົມ​ເຊີຍ​ທ່ານ​ສິນ​ລະ​ວົງ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວສ້າງ​ຊາດ

2021-04-07 10:58:32 cri

   ​ວັນ​ທີ6ເມ​ສານີ້, ທ່ານ​ວ່າງ​ຢາງ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງປ​ະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້ສົ່ງ​ສານ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ສິນ​ລະ​ວົງ ຄຸດ​ໄພ​ທູນ ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ ​ ລາວສ້າງ​ຊາດ​.

   ໃນ​ສານ​ຊົມ​ເຊີຍຂອງທ່ານ​ວ່າງ​ຢາງ​​ລະ​ບຸ​ວ່າ: ຈີນ​ແລະ​ລາວ​ເປັນສອງ​ປະ​ເທດ​ທີ່​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ, ມີໄມ​ຕີ​ຈິດ​ມິດ​ຕະ​ພາບ​​ອັນ​ຍາວ​ນານ​ຫຼັງ​ຈາກໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ60ປີມານີ້,ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ,ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ລາວ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ, ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ລະ​ຫວ່າງສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກັບ​​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວລາວ​ສ້າງ​ຊາດ​​ກໍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຂ້າ​ພະ​ເຈົ້າ​ຍິນ​ດີ​​ກັບ​ທ່ານ​ປະ​ທານ​ສິນ​ລະ​ວົງຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບກັນ​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງສອງ​ພັກ​ສອງ​ຊາດຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ,ຍົກ​ລະ​ດັບ​ການ​ຮ່ວມ​ມືລະ​ຫວ່າງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວລາວສ້າງ​ຊາດໃຫ້​ສູງ​ຂຶ້ນ, ປະ​ກອບ​ສ່ວ​ນ​ອັນ​ໃໝ່​ເຂົ້າ​ໃນ​ການ​ສົ່ງ​ເສີມ​ໄມ​ຕິ​ຈິດ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-ລາວ ແລະ​ສ້າງ​ສາ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ.

ຄຳ​ເຫັນ

0