尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ-ລາວ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງຊາດ​ຫຼາຍກວ່າ​ເກົ່າ

2021-04-07 10:44:59 cri

ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ-ລາວ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງຊາດ​ຫຼາຍກວ່າ​ເກົ່າ_fororder_微信图片_20210407103530

ວັນ​ທີ 6 ເມ​ສາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່​ປື້ມ​ປົກ​ຂາວ “ພຶດ​ຕິ​ກຳ​ຕົວ​ຈິງຂອງ​ຈີນ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ” ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​​ລິ​ເລີ່ມການ​ຮ່ວມ​ກັນ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ເພື່ອ​ຊຸກ​ຍູ້​​ການ​ຮ່ວມ​ມື​ດ້ານການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ພາກ​ພື້ນ​ທີ່​ມີ​ຂອບ​ເຂດກວ້າງກວ່າ​ເກົ່າ​,ລະ​ດັບ​ສູງກວ່າ​ເກົ່າ​ແລະ​ມີຄວາມ​ໝາຍ​​ເລິກ​ເຊິ່ງກວ່າ​ເກົ່າ, ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃຫ້​ບັນ​ລຸ​ການ​ພັດ​ທະ​ນາ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ດີກວ່າ​ເກົ່າ. ບົດ​ລາຍ​ງານ​ຄົ້ນ​ຄວ້າ​ຂອງ​ທະ​ນາ​ຄານ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອ​ງ​ຈຳ​ນວນ 7,6 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ​ທີ່​ສຸດ ແລະ 32 ລ້ານ​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ລະ​ດັບ​ກາງ.
 

ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ສຳ​ຄັນ​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຈີນ​ແລະ​ລາວ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ໃນ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ.
 

ນັບ​ແຕ່​ທ່ານ​ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີຈີນ​ໄດ້​ສະ​ເໜີ “ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢູ່​ອາ​ຊີ​ຕາ​ເວັນ​ອອກ” ໃນ​ກອງ​ປະ​ຊຸມ​ຜູ້​ນຳ​​ອາ​ຊຽນ​ກັບຈີນ,ຍີ່​ປຸ່ນແລະ​ສ.ເກົາ​ຫຼີ​ຫຼື 10+3ຄັ້ງ​ທີ 17 ໃນ​ປີ 2014 ​ເປັນ​ຕົ້ນ​ມາ, ຈີນ​ກໍ​ໄດ້​ຮ່ວມ​ກັບ​ລາວ,ກຳ​ປູ​ເຈຍ​ແລະ​ມຽນ​ມາ​ສ້າງ​ຈຸດ​​ຕົວແບບການ​ຮ່ວ​ມ​ມື​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຢູ່ອາ​ຊີ​ຕາ​ເວັນ​ອອກ. ແຕ່​ປີ 2015 ເປັນ​ຕົ້ນ​ມາ, ຈີນ​ໄດ້​ດຳ​ເນີນ​ໂຄງ​ການ​ຊ່ວຍ​ເຫຼືອ​ເຕັກ​ນິກ​ການ​ຮ່ວມ​ມື​​ຕົວ​ແບບການ​ຫຼຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່ອາ​ຊີ​ຕາ​ເວັນ​ອອກ ​ຢູ່​ບ້ານ​ຊໍ້ເມືອງ​​ສັງທອງ​ນະ​ຄອນ​​ຫຼວງວຽງ​ຈັນ​ແລະ​ບ້ານ​ຊຽງ​ລ້ອມ​ນະ​ຄອນ​ຫຼວງ​ພະ​ບາງແຂວງ​ຫຼວງ​ພະ​ບາງ​ຂອງ​ລາວ​ຕາມ​ລຳ​ດັບ, ​ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ກັບ​ລາວ,ແບ່ງປັນ​ບົດ​ຮຽນ​ສຳ​ເລັດ​ຜົນ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ເຊິ່ງໄດ້​ຮັບ​ໝາກ​ຜົນ​ຢ່າງ​ພົ້ນ​ເດັ່ນ.
 

ປີ 2018 ແລະ​ປີ 2019, ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ລາວໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ບ້ານສິບ​ແປດ​ຖ້ຳ​ເມືອງ​ຮ​ວ່າຢວນ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ມົ້ງ​ເຜົ່າ​ຖູ້​ເຈ່ຍ​ຊ່ຽງ​ຊີ່ແຂວງ​ຫູ​ໜານ​ແລະ​ບ້ານ​ເຊ້ຍ​ສີ​ຕາ​ແສງ​ເຊ້ຍ​ປາຍ​ສື​ເມືອງ​ຟູ​ອ່ານທີ່​ຂຶ້ນ​ກັບ​ເມືອງ​ໜິງ​ເຕີ​ແຂວງ​ຟູ​ຈ້ຽນ​ເພື່ອ​ຖອດ​ຖອນ​ຮ່ຳ​ຮຽນ​ບົດ​ຮຽນ​ສຳ​ເລັດ​ຜົນ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ. ສະ​ຖານ​ທີ່​ທັດ​ສະ​ນະ​ສຶກ​ສາແລະ​ການ​ຈັດ​ວາງ​ໃນ​ການ​ຕ້ອນ​ຮັບ​ອັນ​ເປັນ​ພິ​ເສດ​ເຫຼົ່າ​ນີ້​ແມ່ນ​​ໄດ້​ເຫັນ​ມີ​ໜ້ອຍ​ທີ່​ສຸດສຳ​ລັບ​ການ​ຢ້ຽມ​ຢາມ​ຂອງ​ປະ​ມຸກ​ລັດ​ຕ່າງ​ປະ​ເທດ, ​ເຊິ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດ​ບາດ​ອັນ​ໃຫຍ່​ຫຼວງ​ຂອງ​ໝາກ​ຜົນ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ແລະ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຂອງທ່ານເລ​ຂາ​ທິ​ການ​ໃຫຍ່ ບຸນ​ຍັງ ວໍ​ລະ​ຈິດ​​ທີ່​ມີ​ຕໍ່​ວຽກ​ງານ​ດ້ານ​ການລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ລາວ.

ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ-ລາວ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງຊາດ​ຫຼາຍກວ່າ​ເກົ່າ_fororder_微信图片_20210407103531

ໃນ​ວັນ​ທີ 30 ມີ​ນາ​ຜ່ານ​ມາ, ໂຄງ​ການ​ກໍ່​ສ້າງ​​ພື້ນ​ຖານໂຄງ​ລ່າງ​ຫຼຸດ​ຜ່ອນຄວາມ​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​​ລາວ​ທີ່​ຈີນ​ຊ່ວຍ​ເຫຼືອ​ເຊິ່ງ​ເປັນໂຄງ​ການ​ທີ່​ສຳ​ຄັນ​ອີກ​ໂຄງ​ການ​ໜຶ່ງ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ-ລາວ​ໄດ້​ຈັດ​ພິ​ທີ​ເປີດ​ການ​ກໍ່​ສ້າງ. ໃນ​ພິ​ທີ, ທ່ານ​ນາງ​ເຂັມ​ມະ​ນີ ​ພົນ​ເສ​ນາ ລັດ​ຖະ​ມົນ​ຕີປະ​ຈຳ​ທຳ​ນຽບ​ປະ​ທານ​ປະ​ເທດ​ລາວ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​​ຕໍ່​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍແລະ​ການ​ຮ່ວມ​ມື​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກກັບ​ພາຍນອກ​ຂອງ​ຈີນ.​ທ່ານ​ກ່າວ​ວ່າ: ພັກ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ຍຶດ​ໝັ້ນ​ຖື​ປະ​ຊາ​ຊົນ​ເປັນ​​ໃຈກາງ,ຍຶດ​ໝັ້ນ​​ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ເປັນ​ສຳຄັນ​​ໃນ​ທຸກໆ​ດ້ານ,ຍຶດ​ໝັ້ນ​ປະ​ຕິ​ບັດ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ ເຊິ່ງ​ເປັນການ​ຮັບ​ປະ​ກັນ​ພື້ນ​ຖານ​ທີ່​ສ້າງ​ເລື່ອງ​ອັດ​ສະ​ຈັນ​​ໃນ​ໂລກ​ມະ​ນຸດທີ່​ເຮັດ​ໃຫ້​​ປະ​ຊາ​ຊົນ​ນັບ​ເປັນຮ້ອຍ​ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ຈີນ​ສາ​ມາດ​ເອົາ​ຊະ​ນະ​​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຮອບ​ດ້ານ​ບໍ່​ພຽງ​ແຕ່​ໄດ້​ນຳ​ເອົາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​​ຈີນ​ເທົ່າ​ນັ້ນ,ຫາກ​ຍັງ​​ເປັນ​ບົດ​ຮຽນ​ສຳ​ເລັດ​ຜົນ​ທີ່​ເປັນ​ໄປ​ໄດ້​ຢ່າງ​ແທ້​ຈິງ​​​ສຳ​ລັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ໂດຍ​ສະ​ເພາະ​​ແມ່ນປະ​ເທດ​ພວມ​ພັດ​ທະ​ນາ, ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ​ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ລາວ-ຈີນ​ຍ່ອມ​ຈະ​ສາ​ມາດ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ລາວ​ຢ່າງ​ແນ່ນອນ.
ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ-ລາວ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງຊາດ​ຫຼາຍກວ່າ​ເກົ່າ_fororder_微信图片_202104071035312

ໂລກ​ມີ​ຄວາມ​ກົມ​ກຽວ​​ກັນ​ຈຶ່ງ​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມຂອງ​ມະ​ນຸດ​ເຮົາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: “ປະ​ຊາ​ຊົນ​ຈີນ​ບໍ່​ພຽງ​ແຕ່​ສະ​ແຫວງ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ເທົ່າ​ນັ້ນ,ແຕ່​ຍັງ​ສະ​ແຫວງ​ຫາ​ຄວາມ​ເປັນ​ເອ​ກະ​ພາບ​ແລະ​ຄວາມ​ເຊື່ອມ​ໂຍງ​ຂອງ​ໂລກ​ອີກ​ດ້ວຍ”. ຈີນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ສາ​ກົນ,ເຂົ້າ​ຮ່ວມ “ສະ​ຫະ​ພັນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ” ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​​ຖາ​ນະ​ເປັນ​ສະ​ມາ​ຊິກ​ຜູ້​ກໍ່​ຕັ້ງ. ຈີນ​ສ້າງ​ຕັ້ງ​ກອງ​ທຶນ​​ການ​ຮ່ວມ​ມື​ແລະຊ່ວຍ​ເຫຼືອໃຕ້-ໃຕ້​ແລະປະ​ຕິ​ບັດ 200 ກວ່າ​ໂຄງ​ການ​ຢູ່ 30 ກວ່າ​ປະ​ເທດ. ຈີນ​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຈີນ “ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​​ຕາມ​ເປົ້າ​ໝາຍ”​, “ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ” ແລະ​ທັດ​ສະ​ນະ​ອື່ນໆ​ໄດ້​​ຖືກ​ຂຽນ​ເຂົ້າ​ໃນ​ມະ​ຕິ​ຂອງ​ສະ​ມັດ​ຊາ​ໃຫຍ່​​ອົງ​ການສະ​ຫະ​ປະ​ຊາ​ຊາດ,ໄດ້​ອຸ​ທິດ​​ສະ​ຕິປັນ​ຍາ​ແລະ​ແຜນ​ການ​ຂອງຈີນ​ໃຫ້​ແກ່​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ໂລກ. ຈີນ​ແລະ​ລາວ​ແມ່ນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ, ​ຈີນ​ຫວັງ​ຢ່າງ​ແຮງ​ກ້າກວ່າ​ປະ​ເທດ​ອື່ນ​ໝົດ​ໂດຍ​ຫວັງ​ໃຫ້​ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ: ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ-ລາວ​ຍ່ອມ​ຈະ​ແຕກດອກອອ​ກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດຢ່າງ​ແນ່ນອນ.
ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ-ລາວ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງຊາດ​ຫຼາຍກວ່າ​ເກົ່າ_fororder_微信图片_202104071035311

ຄຳ​ເຫັນ

0