何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ​ຈະ​ປະ​ກາດ​ວິ​ທີ​ຕັ້ງ​ຊື່​ໃຫ້​ໄວ​ຣັດໂຄວິດ-19

2021-04-07 10:36:51 CRI

ວັນ​ທີ 6 ເມ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19, ທ່ານ​ນາງ​ມາ​ເຣຍ ວານ ເຄີ​ຄອບ ຜູ້​ອຳ​ນວຍ​ການ​ເຕັກ​ນິກ​ໂຄງ​ການ​ສຸກ​ເສີນ​ດ້ານ​ສາ​ທາ​ລ​ະ​ນະ​ສຸກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ, ບໍ່​ຄວນ​ນຳ​ໃຊ້​ຊື່​ສະ​ຖານ​ທີ່​​ມາເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ຊື່​ຂອງ​​ໄວ​ຣັດ, ພະ​ຍາດ ຫຼື ​ແມ່​ພະ​ຍາດ, ​ໄວ​ຣັດ​ໂຄວິດ-19 ​ສາຍ​ພັນ​ໃໝ່ກໍ​ເຊັ່ນ​ກັນ, ແຕ່​ຍັງ​​ໄດ້​ພົບ​ກໍ​ລະ​ນີ​ທີ່​ບາ​ງ​ຄົນ​ນຳ​ໃຊ້​ຊື່​ປະ​ເທດ​ມາ​ຕັ້ງ​ຊື່​ໃຫ້ ​ໄວ​ຣັດ​ໂຄວິດ-19 ​ສາຍ​ພັນ​ໃໝ່. ອົງ​ການ​ອະ​ນາ​ໄມ​ໂລກ​ພວມ​ປຶກ​ສາ​ຫາ​ລື​ກັບ​ນັກ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ວິ​ທີ​ຕັ້ງ​ຊື່ ​ໄວ​ຣັດໂຄວິດ-19, ແລະ​ຈະ​ປະ​ກາດ​ໃນ​ໄວໆ​ນີ້, ເພື່ອ​ຮັບ​ປະ​ກັນ​ວ່າ​ຈະ​ບໍ່​​ເສື່ອມ​ເສຍ​ຊື່​ສຽງ​ຂອງ​​ສ່ວນບຸກ​ຄົນ ນາມ​ສະ​ກຸນ ຫຼື ສະ​ຖານ​ທີ່​ໃດໆ.

ຄຳ​ເຫັນ

0