曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດເຊຍປະຕິເສດບໍ່ໃຫ້ອາເມຣິກາເຂົ້າຮ່ວມການເຈລະຈາເພື່ອປະສານງານສະພາບການພາກຕາເວັນອອກອູຍແກຣນ

2021-04-07 16:04:19 cri

ວັນ​ທີ 7 ເມ​ສາ​ນີ້, ທ່ານ​ເຊີ​ເກ ເຣຍບ໌​ໂຄ​ຟ ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ, ຍ້ອນ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ອາ​ເມ​ຣິ​ກາ, ອາ​ເມ​ຣິ​ກາ​ຈະ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ເພື່ອ​ປະ​ສານ​ງານ​ບັນ​ຫາພາກ​ຕາ​ເວັນ​ອອກ​ອູຍ​ແກ​ຣນ.

ສື່ມວນ​ຊົນ​ຣັດ​ເຊຍ​​ໄດ້ອ້າງ​​ເອົາ​ຄຳ​ເວົ້າ​ຂອງ​ທ່ານເຣຍບ໌​ໂຄ​ຟ​​ມາລາຍ​ງານ​ວ່າ, ວັນ​ທີ 6 ເມ​ສາ​ນີ້, ຜູ້​ແທນ​ສອງ​ຝ່າຍ​ຣັດ​ເຊຍ​ອາ​ເມ​ຣິ​ກາ​ໄດ້​ເຈ​ລະ​ຈາກັນ​ກ່ຽວ​ກັບ​ສະ​​ພາບ​ການ​ພາກ​ຕາ​ເວັນ​ອອກ​ອູຍ​ແກ​ຣນ. ຝ່າຍ​ຣັດ​ເຊຍ​ແຈ້ງ​ໃຫ້​ຝ່າຍ​ອາ​ເມ​ຣິ​ກາ​ຊາບ​​ວ່າ, ລັດ​ຖະ​ບານ​ອູຍ​ແກ​ຣນ​ກັບ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຖື​ອາ​ເມ​ຣິ​ກາ​ເປັນ​ຜູ້​ນຳ​ຢູ່​ທາງ​ຫຼັງ​ຄວນ​ພິ​ຈາ​ລະ​ນາ​​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ການ​ທ້າ​ທາຍ​​ເກາະ​ຜິດ. ຝ່າຍ​ຣັດ​ເຊຍ​ເຫັນ​ວ່າ, ຍ້ອນ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ອາ​ເມ​ຣິ​ກາ​ໃນ​ບັນ​ຫາ​ພາກ​ຕ​າ​ເວັນ​ອອກ​ອູຍ​ແກຣນ, ອາ​ເມ​ຣິ​ກາ​ຈະ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​​ເຈ​ລະ​ຈາ​ເພື່ອ​ປະ​ສານ​ງານ​ສະ​​ພາບ​ການ​ແຫ່ງ​ນັ້ນ.

ຄຳ​ເຫັນ

0