吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ແຊັກ​ບີ​ສັກ​ຢາ​ວັກ​ຊິນ​ໂຄວິດ-19ຂອງ​ຈີນ

2021-04-07 11:22:24 cri

   ທ່ານ​ອາ​ເລັກ​ຊານດ​າ ວູ​ຊີກ ປະ​ທາ​ນາ​ທິ​ບໍ​ດີ​ແຊັກ​ບີ​ໄດ້​ສັກ​ວັກ​ຊິນ​ໂຄວິດ-19ທີ່​ຜະ​ລິດ​ໂດຍ​ກຸ່ມ​ບໍ​ລິ​ສັດ​​ຢາ​ຊີ​ໂນ​ຟາມ​ຈີນ​ເຂັ້ມ​ທຳ​ອິດ​ໃນ​ວັນ​ທີ 6 ເມ​ສາ​ນີ້​ຢູ່​ທີ່​ສູນ​​ກັນ​ພະ​ຍາດ​ຂອງ​ບ້ານ​ລຸດ​ນາກຼາ​ວາ​ເມືອງ​ມາ​ຈ໌​ດານ​ເພກ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ແຊັກ​ບີ.

ປະ​ທາ​ນາ​ທິ​ບໍ​ດີ​ແຊັກ​ບີ​ສັກ​ຢາ​ວັກ​ຊິນ​ໂຄວິດ-19ຂອງ​ຈີນ_fororder_微信图片_20210407145943

   ພາຍ​ຫ​ລັງ​ສັກ​ຢາ​ວັກ​ຊິນ​ແລ້ວ, ທ່ານ​ອາ​ເລັກ​ຊານດ​າ ວູ​​ຊີກກ່າວ​ວ່າ: ຮູ້​ສຶກ​ດີ​ຫລາຍ. ທ່ານ​ກ່າວ​ຕື່ມ​ວ່າ, ທ່ານ​ເອງ​ຍັງ​ຈະ​ສັກ​ວັກ​ຊິນ​ໂຄວິດ-19ເຂັ້ມ​ທີ​ສອງ​ຫລັງ​ຈາກ 3 ອາ​ທິດ, ພ້ອ​ມ​ທັງ​ໄດ້​ສະ​ເໜີ​ໃຫ້​ມວນ​ຊົນ​ເລືອກ​ສັກ​ຢາ​ວັກ​ຊິນ​ຂອງ​ຈີນ, ການ​ຜະ​ລິດ​ຢາ​ວັກ​ຊິນ​ກໍ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ແຊັກ​ບີ​ເຊັ່ນ​ກັນ, ສະ​ນັ້ນ, ຫວັງ​ວ່າ​ຈະ​ມີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ການ​ພັດ​ທະ​ນາ​ເຕັກ​ນິກ​ຊີ​ວະ​ພາບ.

   ໃນ​ເວ​ລາ​ເວົ້າ​ເຖິງ​ເປັນ​ຫຍັງ​ສັກ​​ວັກ​ຊິນ​ໃນ​ໄລ​ຍະ​ນີ້, ທ່ານ​ອາ​ເລັກ​ຊານດ​າ ວູ​​ຊີກກ່າວ​ວ່າ: ມີ​ຂ່າວ​ລື​ວ່າ​ແຊັກ​ບີ​​ມີ​ວັກ​ຊິນ​ໂຄວິດ-19​ບໍ່​ພຽງ​ພໍ, ທ່ານ​ວູ​ຊີກ​ຈິ່ງ​ຫວັງ​ຢາກ​ສັກ​ວັກ​ຊິນ​ໃນ​ເວ​ລ​າ​ທີ່​ແຊັກ​ບີ​ມີ​ຈຳ​ນວນ​ຜູ້​ສັກ​ວັກ​ຊິນ​ເຖິງ 1 ລ້ານ​ຄົນ​ແລ້ວ.

   ຫລັງ​ຈາກ​ນັ້ນ, ທ່ານ​ວູ​ຊີກ​ໄດ້​ໂພ​ສ​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: “ຂອບ​ໃຈ​ພະ​ນັກ​ງານ​ການ​ແພດ​ທີ່​ຍິ່ງ​ໃຫຍ່, ຂອບ​ໃຈ​ອ້າຍ​ນ້ອງ​ຈີນ!”

   ວັກ​ຊິນ​ໂຄວິດ-19ຂອງ​ຈີນງວດ​ທີ4ໄດ້​ສົ່ງ​ຮອດ​ນະຄອນຫຼວງແບນກຼາດ​​ປະ​ເທດແຊັກບີ​ໃນ​ວັນ​ທີ 5 ເມ​ສາ​ນີ້. ມາ​ຮອດ​ປັດ​ຈຸ​ບັນ, ແຊັກ​ບີ​ໄດ້​ຮັບ​ວັກ​ຊິນ​ໂຄວິດ-19ທີ​ຜະ​ລິດ​ໂດຍກຸ່ມ​ບໍ​ລິ​ສັດ​ຢາ​ຊີ​ໂນ​ຟາມ​ຈີນ​ທັງ​ໝົດ 4 ງວດ.

ຄຳ​ເຫັນ

0