ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ6ເມສານີ້ ອົງການຕ້ານໄພແຫ່ງຊາດອິນໂດເນເຊຍລາຍງານວ່າ: ອາກາດຮ້າຍແຮງທີ່ເກີດຂຶ້ນຢູ່ແຂວງນູຊາ ແຕງກາລາຕາເວັນອອກໃນຫວ່າງມໍ່ໆນີ້ໄດ້ເຮັດໃຫ້128ຄົນເສຍຊີວິດແລະ72ຄົນໄດ້ຮັບບາດເຈັບ.
ວັນທີ6ເມສານີ້ ໂຄສົກອົງການຕ້ານໄພແຫ່ງຊາດອິນໂດເນເຊຍອອກຖະແຫຼງການໂດຍກ່າວວ່າ: ລົມແຮງເຂດຮ້ອນທີ່ມີຊື່ວ່າ“ເຊໂຣຢາ”ທີ່ພັດຜ່ານແຂວງນູຊາ ແຕງກາລາຕາເວັນອອກໃນວັນທີ4ເມສານີ້ ໄດ້ສ້າງອາກາດຮ້າຍແຮງໃຫ້ກັບທ້ອງຖິ່ນ ທັງເຮັດໃຫ້ເກີດໄພນ້ຳຖ້ວມ,ນ້ຳພູໄຫຼ, ດິນພູເຈື່ອນແລະໄພອື່ນໆ. ຮອດເວລາ23ໂມງຂອງວັນທີ5ເມສານີ້,ໄພທຳມະຊາດເຫຼົ່ານີ້ໄດ້ສ້າງຜົນກະທົບຕໍ່3102ຄອບຄົວໃນ5ເມືອງຂອງແຂວງດັ່ງກ່າວ ລວມ 11107ຄົນ,ໃນນັ້ນມີ8424ຄົນຖືກຍົກຍ້າຍໄປບ່ອນປອດໄພໂດຍດ່ວນ.
ໂຄສົກຜູ້ນີ້ກ່າວຕື່ມວ່າ,ນອກຈາກຄົນເສຍຊີວິດແລະບາດເຈັບແລ້ວ,ອາກາດຮ້າຍແຮງຍັງໄດ້ທຳລາຍເຮືອນຊານແລະສິ່ງກໍ່ສ້າງສາທາລະນະໃນເຂດປະສົບໄພໃນລະດັບຕ່າງກັນ. ຄຽງຄູ່ກັບການຊ່ວຍກູ້ຊີວິດແລະວຽກງານສະຖິຕິທີ່ດຳເນີນຕໍ່ໄປ,ຈຳນວນຄົນເສຍຊີວິດແລະບາດເຈັບ ພ້ອມກັບຄວາມເສຍຫາຍດ້ານຊັບສິນກໍອາດຈະເພີ່ມຂຶ້ນຕໍ່.
ຄຳເຫັນ
0