吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ​ກ່າວ​ວ່າ ຈະ​ສະ​ແດງ​ຜົນ​ງານ​ສຳ​ຄັນ​ໃນ​ວັນ​ເຕັກ​ນິກ​ນິວ​ເຄຼຍ​ແຫ່ງ​ຊາດ

2021-04-08 11:04:48 CRI

     ວັນ​ທີ 7 ເມ​ສາ​ນີ້, ທ່ານ​ອາ​ລີ ອັກ​ບາ ຊາ​ເລ​ຮີ ປະ​ທານ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ​ກ່າວ​ວ່າ, ວັນ​ເຕັກ​ນິກ​ນິ​ວ​ເຄຼຍ​ແຫ່ງ​ຊາດ​ຂອງ​ອີ​ຣານ​​ໃກ້ຈະ​ວຽນ​ມາ​ເຖິງ, ເຖິງ​ວ່າຍ້ອນ​ພະ​ຍາດ​ໂຄວິດ-19 ​​ຈະ​ບໍ່​ສາ​ມາດຈັດ​ກິດ​ຈະ​ກຳ​ຂະ​ໜາດ​ໃຫຍ່​ໄດ້​ກໍ່​ຕາມ, ແຕ່​ອີ​ຣານ​ຈະ​ສະ​ແດງ​ຜົນ​ງານ​ເຕັກ​ນິກ​ນິວ​ເຄຼຍ 133 ລາຍ​ໃນ​ວັນ​ທີ 10 ເມ​ສາ​ນີ້, ພ້ອມ​ທັງ​ເຜີຍ​ໃຫ້​ຮູ້​ຜົນ​ງານ​ການ​ຄົ້ນ​ຄວ້າ​ຫຼ້າ​ສຸດ 7 ລາຍ, ໃນ​ນັ້ນ, ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນຢາກຳ​ມັນ​ຕະ​ລັງ​ສີ​ເພື່ອ​ປົ່ນ​ປົວ​ມະ​ເຮັງ. ທ່ານ​ຊາ​ເລ​ຮີ​ກ່າວ​ຕື່ມ​ວ່າ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ນິວ​ເຄຼຍ​ຂອງ​ອີ​ຣານ​ຈະ​ບໍ່​​ໄດ້ຮັບ​ຜົນ​ກະ​ທົບ​ຈາກ​ສັນ​ຍາ​​ນິວ​ເຄຼຍ​ອີ​ຣານ.

 

    ນອກ​ນີ້, ໃນ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຮາ​ແຊນ ລູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ກ່າວ​ວ່າ, ເຖິງ​ວ່າ​ໄດ້ຜະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນດ້ານ​ເສດ​ຖະ​ກິດ​ອັນ​ໃຫຍ່​ຫຼວງ ແຕ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ນິວ​ເຄຼຍ​ອີ​ຣານ​ຍັງ​ໄດ້​ຮັບ​ຜົນ​ງານ​ອັນ​ໃຫຍ່​ຫຼວງ. ​ສັດ​ຕູ​ໄດ້​ປັ້ນ​ແຕ່ງ​ຄຳ​ຂີ້​ຕົວະ​​ເພື່ອສົງ​ໄສຄວາມ​ຊອບດ້ວຍ​ກົດ​ໝາຍ​ຂອງ​ກິດ​ຈະ​ກຳ​ນິວ​ເຄຼຍ​ອີ​ຮານ​ຢ່າງ​ບໍ່​ຢຸດ​ຢັ້ງ, ແຕ່​ອີ​ຣານ​ໄດ້​ຢືນ​ຢັນ​ໃຫ້​ເຫັນ​ລັກ​ນະ​ສະ​ສັນ​ຕິ​ພາບ​ຂອງ​ອຸດ​ສາ​ຫະ​ກຳ​ນິວ​ເຄຼຍ​ຂອງ​ຕົນ.

ຄຳ​ເຫັນ

0