吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມຣິກາ​ຈະ​ຍົກ​​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີຣານ ​ແລະ​ເຂົ້າ​ຮ່ວມ​ສັນຍາ​ນີວ​ເຄຼຍອີຣານຄືນ​ໃໝ່

2021-04-08 14:54:01 cri

ວັນ​ທີ 7 ​ເມສາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມຣິກາ​​ໄດ້​ຖະ​ແຫຼ​ງວ່າ: ອາ​ເມຣິກາ​ຍິນ​ດີ​ຍົກ​​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີຣານ, ລວມທັງ​ການ​ຂວ້ຳ​ບາດ​ທີ່​ບໍ່​ຖືກຕ້ອງ​ຕາມ “​ແຜນການ​ດຳ​ເນີນ​ງານຮອບດ້ານປະສົບ” ​ໃນ​ປີ 2015 ຫຼື​JCPOA ​ເພື່ອ​​ເຂົ້າ​ຮ່ວມສັນຍາ​ນີວ​ເຄຼຍອີຣານຄືນ​ໃໝ່, ​ແຕ່​ຍັງ​ບໍ່​ທັນ​ເປີດ​ເຜີຍ​ຂໍ້​ມູນ​ລະອຽດ.

ຂ່າວ​ແຈ້ງວ່າ: ທ່ານ​ເນັດ ​ໄພຼສ໌ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມຣິກາ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ພວກ​ເຮົາ​ຈະ​ນຳ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ, ລວມທັງ​ຍົກ​​ເລີກ​ການ​ຂວ້ຳ​ບາດ​ທີ່​ບໍ່​ຖືກຕ້ອງ​ຕາມ​ແຜນການ​JCPOA, ຟື້ນ​ຟູ​ການຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນການJCPOA. ​ແຕ່ຂ້າພະ​ເຈົ້າບໍ່​ສາມາດ​ອະທິບາຍ​ຢ່າງ​ລະອຽດ​ໄດ້​ວ່າ​ອາດ​ຈະ​ມີ​ມາດ​ຕະການ​ໃດ​ແດ່.

​ໃນ​ວັນ​ທີ 6 ​ເມສາ​ຜ່ານ​ມາ, ກອງ​ປະຊຸມຂອງ​ຝ່າ​ຍ​ທີ່​ກ່ຽວຂ້ອງກັບສັນຍາ​ຮອບດ້ານ​ກ່ຽວ​ກັບນີວ​ເຄຼຍອີຣານ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽນ​ປະ​ເທດ​ໂອ​ຕຼິສ ​ເພື່ອ​ປຶກສາ​ຫາລື​ບັນຫາ​ທີ່ອາ​ເມຣິກາ ​ແລະ​ອີຣານ​ຟື້ນ​ຟູ​ການຈັດ​ຕັ້ງ​ປະຕິບັດ​ສັນຍາ​. ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງຣັດ​ເຊຍ, ອັງກິດ, ຝຣັ່ງ ​ແລະ​ປະ​ເທດ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ. ພາຍຫຼັງ​ການ​ປຶກສາ​ຫາລື, ມີ​ຫຼາຍ​ຝ່າຍ​ເຫັນ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ມີ​ລັກສະນະ​ສ້າງສັນ.

ຄຳ​ເຫັນ

0