吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ໜາມ​ບິນ​ພົວ​ໂກ​ໂວ ນະ​ຄອນ​ແຊງ​ເປ​ເຕີ​ເບີກ​ແຫ່ງ​ຣັດ​ເຊຍ​ຮັບ​ສັນ​ຍານ​ຂົ່ມ​ຂູ່​ດ້ວຍລະ​ເບີດ​ແຕກ

2021-04-08 10:56:58 CRI

    ສະ​ໜາມ​ບິນ​ພົວ​ໂກ​ໂວ ນະ​ຄອນ​​ແຊງ​ເປ​ເຕີ​ເບີກ​ແຫ່ງ​ຣັດ​ເຊຍ​ແຈ້ງ​ໃຫ້​ຮູ້​ວ່າ, ເວ​ລາ 14 ໂມງວັນ​ທີ 7 ເມ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ໜາມ​ບິນ​ໄດ້​ຮັບ​​ສັນ​ຍານ​ຂົ່ມ​ຂູ່​ດ້ວຍ​ລູກ​ລະ​ເບີດ​ທີ່​ບໍ່​ຮູ້​ຜູ້​ສົ່ງ, ​ສັນ​ຍານ​ດັ່ງ​ກ່າວຂົ່ມ​ຂູ່​​ວ່າ ​ຢູ່​ໃນເຮືອ​ບິນ ແລະ ຢູ່​ລານແລ່ນ​ເຮືອ​ບິນ​ຂອງ​ສະ​ໜາມ​ບິນ​ໄດ້​ຖືກ​ຕິດ​ຕັ້ງ​ລູກ​ລະ​ເບີດ.


    ຫຼັງ​ຈາກ​ນັ້ນ, ສະ​ໜາມ​ບິນ​ໄດ້​ຢຸດ​ເຊົາ​ການ​ບິນ​ຂອງ​ເຮືອ​ບິນ ແລະ ດຳ​ເນີນ​ການກວດ​ກາ​ຢູ່​​ສະ​ໜາມ​ບິນ ແລະ ລານ​ແລ່ນ​ຍົນ​ຢ່າງ​ເຂັ້ມ​ງວດ. ປັດ​ຈຸ​ບັນ, ​ເຮືອບິນ​ຈຳ​ນວນ​ຫຼາຍ​ຖ້ຽວ​ຂອງ​ສະ​ໜາມ​ບິນ​ພົວ​ໂກ​ໂວ​ຖືກ​ດີ​ເລຍ້ອນ​ເຫດ​ການ​ເທື່ອ​ນີ້. ສະ​ໜາມ​ບິນ​ກ່າວ​ວ່າ, ​ຫຼັງ​ຈາກກວດ​ກາ​ເປັນ​ເວ​ລາ​ດົນ​ແລ້ວ​ບໍ່​ໄດ້​ພົບ​ເຫັນ​ສິ່ງ​ອັນ​ຕະ​ລາຍ ແລະ ຈະ​ບໍ່​​ຍົກ​ຍ້າຍ​ຜູ້​ຄົນໃນ​ອາ​ຄານ​ສະ​ໜາມ​ບິນ​​ໄປ​ບ່ອນ​ອື່ນ​ເປັນ​ການ​ຊົ່ວ​ຄາວ.

ຄຳ​ເຫັນ

0