吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີ​ກະຊວງ​ການ​​ເງິນ​ ​ແລະຜູ້​ວ່າການ​ທະນາຄານ​ກາງຂອງ​ກຸ່ມG20​ ​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ຟື້ນ​ຟູ​ ​ແລະການ​ພັດທະນາ​ເສດຖະກິດ​​ແບບ​ຍືນ​ຍົົງ

2021-04-08 14:53:18 cri

ວັນ​ທີ 7 ​ເມສາ​ນີ້, ກອງ​ປະຊຸມ​ລະຫວ່າງລັດຖະມົນຕີ​ກະຊວງ​ການ​ເງິນ​ ​ແລະ​ຜູ້​ວ່າການ​ທະນາຄານ​ກາງຂອງ​ກຸ່ມG20 ຄັ້ງ​ທີ 2 ​ໄດ້ຈັດ​ຂຶ້ນໂດຍ​ຜ່ານ​ທາງ​ວິ​ດີ​ໂອ ​ພາຍ​ໃຕ້​ການ​ເປັນ​ປະທານ​ໂດຍ​ອີ​ຕາ​ລີ​ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ປະຊາ​ຄົມ​ໂລກ​ຄວນ​ສືບ​ຕໍ່​ຊຸກຍູ້​ການ​ຟື້ນ​ຟູ​ເສ​ດຖະກິດ ​ແລະ​ບັນລຸ​ການ​ເພີ່ມ​ຂຶ້ນ​ແບບ​ຍືນ​ຍົງ, ກໍ​ຄື​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ຕໍ່​ບັນດາ​ປະ​ເທດ​ດ້ອຍ​ໂອກາດທີ່​ສຸດ.

ກະຊວງ​ການ​ເງິນ​ອີ​ຕາ​ລີ​ໄດ້​ອອ​ກຖະ​ແຫຼ​ງການ​ວ່າ: ກອງ​ປະຊຸມ​ເຫັນ​ວ່າ, ພາຍຫຼັງ​ໄດ້​ປະສົບ​ກັບ​ການ​ຫຼຸດ​ລົງທາງ​ເສດຖະກິດ​ໃນ​ປີ 2020, ສະພາບ​ການ​ເສດຖະກິດ​ໃນ​ໂລກ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ໜ້ອຍ​ໜຶ່ງ, ​ແຕ່​ຍັງ​ມີ​ຄວາມ​ບໍ່​ແນ່ນອນ, ລະຫວ່າງບັນດາ​ປະ​ເທດ ​ແລະ​ພາຍ​ໃນ​ບັນດາປະ​ເທດຍັງ​ມີ​ຄວາມ​ແຕກ​ໂຕນ​ຢ່າງ​ຫຼວງ​ຫຼາຍ. ສະ​ນັ້ນ, ບັນດາ​ຝ່າຍ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຢ້ຳອີກ​ວ່າ: ​ເພື່ອປົກ​ປັກ​ຮັກສາ​ຊີວິດ ​ແລະ​ສຸຂະພາບ​ຂອງ​ປະຊາຊົນ, ຫຼຸດຜ່ອນ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ບັນດາ​ປະ​ເທດ​ບໍ່​ຄວນຍົກ​ເລີກນະ​ໂຍບາຍ​ການ​ຊ່ວຍ​ເຫຼື​ອດ້ານ​ເສດຖະກິດ​​ໄວ​ເກີນ​ໄປ.

​ໃນ​ກອງ​ປະຊຸມ​ດັ່ງກ່າວ, ບັນດາ​ຝ່າຍ​ຍັງ​ໄດ້​​ເຫັນ​ດີ​ປັບປຸງ​ແຜນ​ດຳ​ເນີນ​ງານ​ຂອງກຸ່ມG20, ​ໃນ​ນັ້ນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະການ​ປົກ​ປັກ​ຮັກສາ​ສິ່ງ​​ແວດລ້ອມ​​ໄດ້ກາຍ​ເປັນ​ສິ່ງ​ທ້າ​ທາຍ​ຢ່າງຮີບ​ດ່ວນ. ນອກ​ນີ້, ​ກຸ່ມG20​ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ອີກ​ທີ່​ຈະ​ເພີ່ມ​ທະວີ​ລະບົບ​ສາທາລະນະ​ສຸກ​ຂອງ​ໂລກ ​ແລະ​ຊຸກຍູ້​ການ​​ແຈກ​ຢາຍ​ວັກ​ຊີ​ນ​ໂຄ​ວິດ-19 ຢ່າງ​ມີ​ຄວາມ​ຍຸຕິ​ທຳ.

 

ຄຳ​ເຫັນ

0