吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ: ພຶດ​ຕິ​ກຳຈີນ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມທຸກຍາກ​ບໍ່​ແມ່ນ​ສິ່ງ​ທີ່ເອົາ​ຊະນະ​ບໍ່​ໄດ້

2021-04-08 13:47:33 cri

  ຈີນ​ໄດ້​ປະ​ກາດ​ປື້ມ​ປົກ​ຂາວ​ເລື່ອງ​ພຶ​ດ​ຕິ​ກຳ​ຈີນ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ​ໃນ​ຫວ່າງ​ມໍ່ໆ​ນີ້, ໃນ​ເວ​ລາແນະ​ນຳ​ສະ​ພາບ​ການ​ກ່ຽວ​ຂ້ອງ​ໃນ​ວັນ​ທີ 7 ເມ​ສາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ພຶດ​ຕິ​ກຳ​ຈີນ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ສະ​ແດງ​ໃຫ້​ເຫັນ​ວ່າ: ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ສິ່ງ​ທີ່​​ເອົາຊະ​ນະ​ບໍ່​ໄດ້.

  ໃນ​ກອງ​ປ​ະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຈ້າວ​ລີ້​ຈ່​ຽນ​ກ່າວ​ວ່າ: ປຶ້​ມ​ປົກ​ຂາວ​ເລື່ອງ​ພຶດ​ຕິ​ກຳ​ຈີນ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ​ໄດ້​ຫວນ​ຄືນ​ຢ່າງ​ຮອບ​ດ້ານກ່ຽວ​ກັບຂະ​ບວນ​ການອັນ​ຍິ່ງ​ໃຫຍ່​ທີ່ພັກ​ກອມ​ມູ​ນິດ​ຈີນເຕົ້າ​ໂຮມ ແລະ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ຕໍ່​ສູ້​ກັບ​ຄວາມ​ທຸກ​ຍາກ, ໂດຍ​ສະ​ເພາະ​ແມ່ນພາຍ​ຫລັງ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ແນະ​ນຳ​ການ​ຄົ້ນ​ຄວ້າ ແລະ​ພຶດ​ຕິ​ກຳ​ຂອງ​ຈີນ​ໃນ​ດ້ານ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ, ທັງ​ໄດ້ແບ່ງ​ປັນ​ບົດ​ຮຽນ ແລະ​ວິ​ທີ​ການ​ຫລຸດ​ພົ້ນ​ອອ​ກ​ຈາກ​ຄວາ​ມ​ທຸກ​ຍາກ​ຂອງ​ຈີນ. ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​​ໃຫ້​ເຫັນວ່າ: ຈີນ​ຍຶດ​ໝັ້ນ​ການ​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖື​ເອົາ​ການ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ໄວ້​ໃນ​ຖາ​ນະ​ສຳ​ຄັນ​ໃນ​ການ​ຄຸ້ມ​ຄອງບໍ​ລິ​ຫານປະ​ເທດ, ລຶບລ້າງ​ຄວາ​ມ​ທຸກ​ຍາກ​ດ້ວຍ​ວິ​ທີ​ພັດ​ທະ​ນາ, ພິ​ຈາ​ລະ​ນາ​ຕາມ​ສະ​ພາບ​ຕົວ​ຈິງ, ຊຸກ​ຍູ້​ຂະ​ບວນ​ການ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ. ພຶດ​ຕິ​ກຳ​ຈີນ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ບໍ່​ພຽງ​ແຕ່​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຫລາຍ​ຮ້ອຍ​ລ້ານ​ຄົນ​ໄດ້​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ເທົ່າ​ນັ້ນ, ຍັງ​ໄດ້​ຫລຸດ​ຈຳ​ນວນ​ຜູ້​ທຸກ​ຍາກ​ໃນ​ທົ່ວ​ໂລກໃຫ້​ໜ້ອຍ​ລົງ​ຢ່າງ​ພົ້ນ​ເດັ່ນ, ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​​ເອົາຊະ​ນະ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ​ອີກ​ດ້ວຍ.

ຄຳ​ເຫັນ

0