曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນຄວບຄຸມພະຍາດອາເມຣິກາ: ຜູ້ທີ່ຕິດແປດເຊື້ອໄວຣັດໂຄວິດ-19 ສາຍພັນໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງແລະມີຊາວໜຸ່ມຫຼາຍກວ່າເກົ່າ

2021-04-08 16:19:10 cri

ວັນ​ທີ 7 ເມ​ສາ​ນີ້, ສູນ​ຄວບ​ຄຸມ​ພະ​ຍາດ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ເຊື້ອ​ໄວ​ຣັດ​ໂຄວິດ -19 ​ສາຍ​ພັນ​ໃໝ່ທີ່​ປ​າ​ກົດ​ເຫັນ​ຢູ່​ອັງ​ກິດ​ໄດ້​ກາຍ​ເປັນເຊື້ອ​ໄວ​ຣັດ​ໂຄວິດ-19 ​ສາຍ​ພັນ​ໃໝ່ທີ່​ພົບ​ເຫັນ​ຫຼາຍ​ທີ່​ສຸດ​ຢູ່​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ, ຜູ້​ທີ່​ຕິດ​ແປດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​​ມີ​ຊາວໜຸ່ມ​ຫຼາຍ​ກວ່າ​ເກົ່າ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ທຳ​ນຽບ​ຂາວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ນາງ​ໂຣ​ເຊວ ວາ​ລັນ​ສ໌​ກີ ຫົວ​ໜ້າ​ສູນ​ຄວບ​ຄຸມ​ພະ​ຍາດ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ເຊື້ອ​ໄວ​ຣັດ​ໂຄວິດ-19 ​ສາຍ​ພັນ​ໃໝ່ທີ່​ປ​າ​ກົດ​ເຫັນ​ຢູ່​ອັງ​ກິດ​ມັກ​ຈະ “ເຜີຍ​ແຜ່​ໃນ​ຊາວ​ໜຸ່ມ​ງ່າຍກວ່າ”, ປັດ​ຈຸ​ບັນ​ນີ້, ຢູ່​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​​ໄດ້​ພົບ​ຜູ້​ທີ່​ຕິດ​ແປດ​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່​ຊະ​ນິດ​ນີ້, ​ເຊິ່ງ​ໄດ້​ກາຍ​ເປັນ​ເຊື້ອ​ໄວ​ຣັດ​ໂຄວິດ-19 ສາຍ​ພັນ​ໃໝ່ທີ່​​ພົບເຫັນ​ຫຼາຍ​ທີ່​ສຸດ​ຢູ່​ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ.

ທ່ານ​ນາງວາ​ລັນ​ສ໌​ກີ​ເຕືອນ​ໃຫ້​ຊາວ​ອາ​ເມ​ຣິ​ກາ​​ຈົ່ງສັກ​ວັກ​ຊີນ​ໂຄວິດ-19 ໂດຍ​ໄວ, ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ໄວ​ຣັດ​ທີ່​​ສາຍ​ພັນ​ໃໝ່ຊະ​ນິດ​ນີ້​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ແລະ​ກວ້າງ​ຂວາງ​ຢູ່​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0