吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ປະ​ເທດ​ຈີນ​ລົມ​ກັບ​ນາ​ຍົກ​ເຢຍ​ລະ​ມັນ​ຜ່ານ​ທາງ​ໂທ​ລະ​ສັບ

2021-04-08 13:48:37 cri

  ວັນ​ທີ 7 ເມ​ສາ​ນີ້, ທ່ານ​ສີ​ຈີ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ໂອ້​ລົມ​ກັບ ​ທ່ານ​ນາງ ອັນ​ເຈີ​ລາ ເມີ​ແຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນຜ່ານ​ທາງ​ໂທ​ລະ​ສັບ.

  ທ່ານ​ສີ​ຈີ້ນ​ຜີງ​ເນັ້ນ​ໜັກ​ວ່າ: ຈີນ​ແລະ​ເຢຍ​ລະ​ມັນ, ຈີນ​ແລະ​ເອີ​ຣົບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ສາ​ມາດ​ສຳ​ເລັດ​ເລື່ອງ​ໃຫຍ່​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ. ຫວັງ​ວ່າ​ເຢຍ​ລະ​ມັນ ແລະເອີ​ຣົບຈະ​ຮ່ວມກັບ​ຈີນ​ທຳ​ຄວາມ​ພະ​ຍາ​ຍາມ, ປົກ​ປັກ​ຮັກ​ສາ ແລະ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ ແລະ​ເຢຍ​ລະ​ມັນ, ຈີນ ແລະ​ເອີ​ຣົບ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ ແລະ​ປອດ​ໃສ, ​ສ້າງຄວາມ​ໝັ້ນ​ທ່ຽງ ແລະ​ຄວາມ​ແນ່ນອນ​​ຫລາຍກວ່າ​ເກົ່າໃຫ້​ແກ່​ໂລກ​ທີ່​ມີ​ກາ​ນ​ປ່ຽນ​ແປງ​ຫລາຍ.

  ທ່ານ​ສີ​ຈີ້ນ​ຜີງ​ຊີ້ໃຫ້​ເຫັນວ່າ: ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ຈີນ ແລະ​ເຢຍ​ລະ​ມັນ​ໄດ້​ຜ່ານ​​ຜ່າ​ຜົນ​ກະ​ທົບ​​ຈາກການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19 ແລະ​ປັດ​ໄຈ​ອື່ນໆ, ມີ​ຄວາມ​ຄືບ​ໜ້າ​ທ່າມ​ກາງ​ຄວາມໝັ້ນ​ທ່ຽງ, ຈີນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ​ຂອງ​ເຢຍ​ລະ​ມັນ 5 ປີ​ລຽນ​ຕິດ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໜຽວ​ແໜ້ນ ແລະ​ຄວາມ​ສາ​ມາດ​ບົ່ມ​ຊ້ອມ​ຂອງ​ການ​ຮ່ວມ​ມື​ລະ​ຫວ່​າງ​ຈີນ ແລະ​ເຢຍ​ລະ​ມັນ. ຫ​ວັງ​ວ່າ​ສອງ​ຝ່າຍ​ຈະ​ຍຶດ​ໝັ້ນ​ຈິດ​ໃຈ​ທີ່​ເຄົາ​ລົບ​ນັບ​ຖືເຊິ່ງ​ກັນ​ ແລະ​ກັນ ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ຈີນ ແລະ​ເຢຍ​ລະ​ມັນ, ​ທັງນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ໝັ້ນ​ໃຈ ແລະ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ແລະ​ເຢຍ​ລະ​ມັນ, ແລະການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ.

  ທ່ານ​ນາງ ອັນ​ເຈີ​ລາ ເມີ​ແຄວ ກ່າວ​ວ່າ: ເອີ​ຣົບ​​ຈະຍຶດ​ໝັ້ນ​​ຄວາມ​ເປັນ​ເຈົ້າ​ຕົນ​ເອງໃນ​ດ້ານ​ສາຍພົວ​ພັນ​ຕໍ່​ຕ່າງ​ປະ​ເທດ, ​ປັດ​ຈຸ​ບັນ, ທົ່ວ​ໂລກ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ ແລະ​ບັນ​ຫາ​ຕ່າງໆ, ຍິ່ງ​ຕ້ອງ​ການ​ເຢຍ​ລະ​ມັນ ແລະ​ຈີນ, ເອີ​ຣົບ ແລະ​ຈີນ​ຮ່ວມ​ມື​ກັນ​ຮັບ​ມື. ເອີ​ຣົບ ແລະ​ຈີນເພີ່​ມ​ທະ​ວີ​ການ​ຮ່ວມ​ມື ແລະ​ການ​ສົນ​ທະ​ນາ, ບໍ່​ພຽງ​ແຕ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ສອງ​ຝ່າຍ​ເທົ່າ​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ໂລກອີກ​ດ້ວຍ. ເຢຍ​ລະ​ມັນ​ຍິນ​ດີ​ເສີ​ຍ​ຂະ​ຫ​ຍ​າຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ເພື່ອ​ເລື່ອງ​ນີ້.

ຄຳ​ເຫັນ

0