黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ສາ​ມາດ​ກ້າວ​ເຖິງ​ຄວາ​ມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ແຜນ​ການ​ອາ​ເມ​ຣິ​ກາ​ແລະ​ອີ​ຣານ​ຟື້ນ​ຟູ​ການ​ປ​ະ​ຕິ​ບັດ​ຕາມ​ສັນ​ຍາ​ນິວ​ເຄຼຍ​ຮອບ​ດ້ານ​ອີ​ຣານ

2021-04-10 16:43:00 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ເມ​ສາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຊຸດ​ຜ່ານ​ມາ​ໄດ້​ຖອນ​ຕົວ​ອອກ​ຈາກ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ແລະ​ໃຊ້​ຄວາມ​ກົດ​ດັນ​ຫຼາຍ​ທີ່​ສຸດ​ຕໍ່​ອີ​ຣານ, ແມ່​ນ​ກົກ​ເຄົ້າ​ທີ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ເຄັ່ງ​ຕຶງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​​ນິວ​ເຄຼຍ​ອີ​ຣານ​ຢູ່​ໃນ​​ໄລ​ຍະສຳ​ຄັນ, ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ພວມ​ປຶກ​ສາ​ຫາ​ລື​ບັນ​ຫາ​ທີ່​ກ່ຽວ​ກັບອາ​ເມ​ຣິ​ກາ​ຍົ​ກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ແລະ​ຟື້ນ​ຟູ​ການປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຢູ່​ນະ​ຄອນ​ວຽນ, ແລະ​ຮັກ​ສາ​ການ​ພົວ​ພັນ​ກັບ​ອາ​ເມ​ຣິ​ກາ​ດ້ວຍ​ວິ​ທີ​ທີ່​ເໝາະ​ສົມ. ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ສືບ​ຕໍ່​ປັບ​ປຸງ​ແລະ​ຮັກ​ສາ​ທ່ວງ​ທ່າຕັ້ງ​ໜ້າ​ໃນ​ປັ​ດ​ຈຸ​ບັນ, ແລະ​ກ້າວ​ເຖິງ​​ຂັ້ນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ອາ​ເມ​ຣິ​ກາ​ແລະ​ອີ​ຣານ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ.

ວັນ​ທີ 6 ເມ​ສາ​ນີ້, ກອງ​ປະ​ຊຸມ​ຝ່າຍ​ກ່ຽວ​ຂ້ອງ​ຂອງ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽນ​ຂອງ​ໂອ​ຕຼິ​ສ, ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ທີ່​ອາ​ເມ​ຣິ​ກາ​ແລະ​ອີ​ຣານ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ດັ່ງ​ກ່າວ.

ຄຳ​ເຫັນ

0