吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະຊາຊົນ​ອີຣານກ່າວປະນາມ​ໂທດ​ກຳຂອງ​ອາ​ເມຣິກາ

2021-04-11 20:34:04 cri

​ໃນ​ເດືອນ​ຕຸລາ​ປີ 2020, ຜູ້​ໃຊ້​ອິນ​ເຕີ​ເນັດ​ອີຣານ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ເກັບ​ກຳປະສົບ​ການສ່ວນ​ຕົວພາຍ​ໃຕ້​ຫົວ​ຂໍ້ “​ເລື່ອງລາວການ​ຂວ້ຳ​ບາດ” ​ໂດຍ​ຜ່ານ​ສື່​ສັງຄົມ​ອອນ​ລາຍ. ​ໃນ​ເວລາບໍ່​ເທົ່າ​ໃດ​ມື້, ບັດ “​ເລື່ອງ​ລາວການ​ຂວ້ຳ​ບາດ” ​ໄດ້​ແຜ່​ຂະ​ຫຍາ​ຍ​ທາງ​ອິນ​ເຕີ​ເນັດ​ອີຣານຢ່າງ​ຫຼວງຫຼາຍ, ມີ​ປະຊາຊົນທົ່ວ​ໄປ​ຢ່າງ​ຫຼວງ​ຫຼາຍ​ໄດ້ກ່າວ​ປະນາມ​ການ​ຂວ້ຳ​ບາດ​ທີ່​ໃສ່​ແຮງ​ກົດ​ດັນ​ສຸດ​ຈີດຂອງ​ອາ​ເມຣິກາ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ປະສົບ​ການ​ອັນ​ເຈັບ​ປວດ​ໃຫ້​ທົ່ວ​ໂລກຮັບ​ຮູ້. ​ເລື່ອງລາວ​ເຫຼົ່າ​ນີ້​ສ່ວນຫຼາຍ​ກໍ​ພົວພັນ​ກັບ​ຢາ​ທີ່​ກູ້​ຊີ​ວິດ, ມີ​ປະຊາຊົນ​ອີຣານຢ່າງ​ຫຼວງ​ຫຼາຍ​ອາ​ດ​ຈະ​ເສຍ​ຊີວິດ​ຍ້ອນ​ການ​ຂວ້ຳ​ບາດ​ຂອງ​ອາ​ເມຣິກາ.

ທ່ານ​ໂມ​ຮາ​ເມັດ ​ເມຍ​ຈາ​ອີ ນັກ​ສຶກສາ​ຂອງ​ມະຫາ​ວິທະຍາ​ໄລ​ເຕີ​ເຮຣານກ່າວ​ວ່າ: ນີ້​​ເປັນ “ຄວາມທຸກ​ທໍລະມານ​ແບ​ບລວມໝູ່” ຂອງ​ປະຊາຊົນ​ອີຣານລຸ້ນ​ນີ້, ​ແຕ່​ສື່ສັງຄົມ​ອອນ​ລາຍ​ໄດ້​ສະໜອງ​​ເວທີ​​ໜຶ່ງ​ໃຫ້​ປະຊາຊົນ​ອີຣານ ​ທີ່​ສາມາດຜ່ອນ​ຄາຍ​ຄວາມ​ໂກດ​ແຄ້ນ ​ແລະ​ຄວາມ​ອຸກ​ອັ່ງ​​ໃຈຂອງ​​ເຂົາ​ເຈົ້າ​ພາຍ​ໃຕ້​ຊີວິດ​ການ​ເປັນ​ຢູ່​ທີ່​ຫຍຸ້ງຍາກລຳບາກ ​ແລະ​ສະ​ໜອງ​ຊ່ອງ​ທາງ​​ໃຫ້​ເຂົາ​ເຈົ້າກ່າວ​ປະນາມ​​ໂທດ​ກຳຂອງ​ອາ​ເມຣິກາ​ໃຫ້​ທົ່ວ​ໂລກຮັບ​ຮູ້.

 

ປະຊາຊົນ​ອີຣານກ່າວປະນາມ​ໂທດ​ກຳຂອງ​ອາ​ເມຣິກາ_fororder_1

ຄຳ​ເຫັນ

0