覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນະ​ການ​ຢູ່ເຂດພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກ​ຣນ​ມີ​ທ່າ​ອ່ຽງຮຸນ​ແຮງ​ຂຶ້ນ

2021-04-11 21:08:25 cri

ແນ່​ໃສ່​ສະ​ຖານ​ະ​ການ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກ​ຣນ​ທີ່​ຮຸນ​ແຮງ​ຂຶ້ນ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ​ຜູ້​ຊ່ຽວ​ຊານ​ດ້ານ​ບັນ​ຫາ​ການ​ທະ​ຫານ​ທີ່​ມີ​ຊື່​ສຽງ​ຂອງ​ຣັດ​ເຊຍ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ບັນ​ຫາ​​ເຂດ​ພາກຕາ​ເວັນ​ອອກ​ຂອງ​ອູ​ແກ​ຣນ​ໄດ້​ກາຍ​ເປັນ​ບັນ​ຫາ​ສຳ​ຄັນ​ໜຶ່ງ​ທີ່​ຣັດ​ເຊຍ​ແລະ​ອາ​ເມ​ຣິ​ກາ​ແຂ່ງ​ຂັນ​ກັນ, ທ່ານ​ກ່າວ​ວ່າ, ການ​ທີ່​ຜ່ານ​ຈາກ​ບັນ​ຊາ​ຄວບ​ຄຸມ​ບັນ​ຫາ​ດ້ານ​ເຊື້ອ​ຊາດ,ສັງ​ຄົມ​ແລະ​ສາ​ສະ​ໜາ​ຂອງ​ປະ​ເທດ​ອື່ນ ເພື່ອ​ທຳ​ລາຍ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ນີ້​ເພື່ອ​ບັນ​ລຸ​ຜົນ​ປະ​ໂຫຍດ​ດ້ານ​ຍຸ​ທະ​ສາດ​ຂອງ​ປະ​ເທດ​ຕົນ ນີ້​ຄື​ການ​ກະ​ທຳ​ທີ່​ອາ​ເມ​ຣິ​ກາ​ປະ​ຕິ​ບັດ​ມາ​ໂດຍ​ຕະຫຼອ​ດ​ໃນ​ບັນ​ຫາ​ສາ​ກົນ.
 

ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ອູ​ແກຣນ​ແລະ​ອາ​ເມ​ຣິ​ກາ​ໄດ້ພົວ​ພັນ​ກັນ​ຢ່າງ​ເນື່ອງ​ນິດ​. ຕາມ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ: ອາ​ເມ​ຮິ​ກາ​ສືບ​ຕໍ່​ສະ​ໜອງ​ອາ​ວຸດ​ໃຫ້​ອູ​ແກ​ຣນ, ເດືອນ​ແລ້ວ​ນີ້, ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າ ໃນ​ສົກ​ການ​ເງິນ​ປີ2021, ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ຈຳ​ນວນ 125 ລ້ານ​ໂດ​ລາ​ໃຫ້​ອູ​ແກ​ຣນ. ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ເປີ​ສ​ໂຄ​ຟ ເລ​ຂາ​ທິ​ການ​ຖະ​ແຫຼງ​ຂ່າວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢືນ​ຢັນ​ວ່າ ອາ​ເມ​ຣິ​ກາກຳ​ນົດ​​ເອົາຣັດ​ເຊຍ​ເປັນ​ສັດ​ຕູ, ນີ້​ເປັນ​ສິ່ງ​ທີ່​ບໍ່​ສາ​ມາ​ດ​ຮັບ​ເອົາ​ໄດ້. ທັງ​ເຕືອນວ່າ​ຫາກ​ອາ​ເມ​ຣິ​ກາ​ສົ່ງ​ກຳ​ລັງ​ທະ​ຫານ​ໄປ​ອູ​ແກ​ຣນ​ຈະ​ເປັນ​ການ​ເລີ່ມ​ຕົ້ນຂອງ​ເຫດ​ອັນ​ຕະຫຼາຍ​ຕ່າງໆ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ຣັດ​ເຊຍ​ຈະ​ໃຊ້​ທຸກ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຕົນ.

ຄຳ​ເຫັນ

0