何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ອິນ​ໂດ​ເນ​ເຊຍ​ມີ​ເ​ຖິງ 1566995 ຄົນ

2021-04-11 20:49:22 CRI

ວັນ​ທີ 11 ເມ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ໂດ​ເນ​ເຊຍ​ໄດ້ປະ​ກາດ​ວ່າ, ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19ທີ່​ເພີ່ມ​ຂຶ້ນ​ໃໝ່​ຢູ່​ອິນ​ໂດ​ເນ​ເຊຍ​ມີ 4127 ຄົນ, ເຊິ່ງ ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ອິນ​ໂດ​ເນ​ເຊຍທັງ​ໝົດ​ມີ​ເ​ຖິງ 1.566.995 ຄົນ, ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 42530 ຄົນ, ປົວ​ໃຫ້​ຫາຍ​ຂາດ 1.414.507 ຄົນ.

 

ມື້ດຽວ​ກັນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມະ​ເລ​ເຊຍ​ປະ​ກາດ​ຂໍ້​ມູນຫຼ້າ​ສຸດ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ -19 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ຢູ່ມະເລ​ເຊຍ​ມີ ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19ທີ່​ເພີ່ມ​ຂຶ້ນ​ໃໝ່​ 1739 ຄົນ, ເຊິ່ງ ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່ມະ​ເລ​ເຊຍທັງ​ໝົດ​ມີ​ເ​ຖິງ 360.856 ຄົນ, ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 1329 ຄົນ, ປົວ​ໃຫ້​ຫາຍ​ຂາດ 343.953 ຄົນ.

 

 

ຄຳ​ເຫັນ

0