覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂ້ວ

2021-04-11 21:12:58 cri

ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​​ຈະຈັດ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂ້ວ ແຂວງ​ໄຫ​ຫຼຳ ສ​ປ​ຈີນ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 7ຫາ​ວັນ​ທີ 10 ພຶດ​ສະ​ພາ​ໜ້າ​ນີ້, ເນື້ອ​ທີ່​ການ​ວາ​ງ​ສະ​ແດງ​ທັງ​ໝົດ​ມີ​ເຖິງ 8 ໝື່ນ​ຕາ​ແມັດ, ຄາດ​ວ່າ ງານ​ຄັ້ງ​ນີ້​ຈະ​ກາຍ​ເປັນ​ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ດີ​ເດັ່ນ​ທີ່​ມີ​ຂະ​ໜາດ​ໃຫຍ່ທີ່​ສຸດ​ໃນ​ເຂດ​ອາ​ຊີ​ປາ​ຊີ​ຟິກ. ຮອດ​ເວ​ລາ​ນັ້ນ, ສິນ​ຄ້າ​ຍີ່​ຫໍ້​ຕ່າງ​ປະ​ເທດ​ຈະ​ກວມ​ເນື້ອ​ທີ່​ການ​ວາງ​ສະ​ແດງ​ເກຶອບ80%, ມີ​ຍີ່​ຫໍ້​ຊື່​ດັງ​ໃນ​ທົ່ວ​ໂລກ​ເກືອບ 1200 ກວ່າ​ຫຍີ່​ຫໍ້​ຈະ​ເຕົ້າ​ໂຮມ​ກັນ​ປະ​ກົດ​ຕົວ​ຢູ່​ໄຫຫຼຳເພື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.
 

ຕາມ​ສະ​ຖິ​ຕິ​ມາ​ຮອດ​ປັດ​ຈຸ​ບັນ, ຫຍີ່​ຫໍ້​ສາ​ກົນ​ຈະ​ຈັດ​ງານ​ນຳ​ສະ​ເໜີ​ສິນ​ຄ້າ​ໃໝ່​ຄັ້ງ​ທຳ​ອິດປະ​ມານ 70 ຮອບ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້. ໂດຍ​ຈະ​ນຳ​ສະ​ເໜີ​ສິນ​ຄ້າ​ໃໝ່ຫຼາຍ​ສິບ​ປະ​ເພດ​ທັງ​ໝົດ 100 ຊະ​ນິດ, ເຊິ່ງ​ລວມ​ທັງ​ເຄື່ອງ​ນຸ່ງ, ກະ​ເປົາ,  ເຄື່ອງ​ສຳ​ອາງ, ອາ​ຫານ, ເຫຼົ້າ,​ເຄື່ອງ​ດື່ມ ເພັດ​ນິນ​ຈິນ​ດາ​ແລະ​ອື່ນໆ.

ຄຳ​ເຫັນ

0