蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ​ກ່າວ​ປະ​ນາມ “ການ​​ເຄື່ອນ​ໄຫວ​ທີ່ເປັນ​ປໍ​ລະ​ປັກ​ກັນ” ​ທີ່​ແນ​ໃສ່​ສິ່ງ​ກໍ່​ສ້າງ​ນິວ​ເຄຼຍ​ນາ​ຕານ​ສ

2021-04-12 15:39:45 CRI

ວັນ​ທີ 11 ເມ​ສາ​ນີ້, ທ່ານ​ອາ​ລີ ອັກ​ບາ ຊາ​ເລ​ຮີ ປະ​ທານ​ອົງ​ກາ​ນ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ​ໄດ້​ກ່າວ​ປະ​ນາມ “ການ​​ເຄື່ອນ​ໄຫວ​ທີ່ເປັນ​ປໍ​ລະ​ປັກ​ກັນ” ທີ່​ແນ​ໃສ່​ສິ່ງ​ກໍ່​ສ້າງ​ນິວ​ເຄຼຍ​ນາ​ຕານ​ສ​ຂອງ​ອີ​ຣານ ໂດຍ​ເຫັນ​ວ່າ: ​ການ​ເຄື່ອນ​ໄຫວ​ແບບນີ້​ເປັນ​ການ​ກະ​ທຳ “ລັດ​ທິ​ກໍ່​ການ​ຮ້າຍ”. ທ່ານ​ກ່າວ​ວ່າ: ອີ​ຣານ​ຈະ​ສະ​ຫງວນ​ສິດ​ໃຊ້​ການ​ເຄື່ອນ​ໄຫວ​ຕໍ່​ຜູ້​ກໍ່​ເຫດ ແລະ ​ມື​ມືດ​ຜູ້​ບົ່ງ​ການຢູ່​ເບື້ອງຫຼັງ ພ້ອມ​ທັງ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ນິວ​ເຄຼຍ ແລະ ພະ​ຍາ​ຍາມ​ໃນ​ການ​ຊຸກ​ຍູ້​ໃຫ້​ປົດ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ.

​ກ່ອນ​ໜ້າ​ນີ້, ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ​ເບ​ຣູ​ສ ກາ​ມານ​ວັນ​ດີ ໂຄ​ສົກ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ​ກ່າວ​ວ່າ: ລະ​ບົບ​ພະ​ລັງ​ໄຟ​ຟ້າ​ຂອງ​ສິ່ງ​ກໍ່​ສ້າງ​ນິວ​ເຄຼຍ​ນາ​ຕານ​ສ​​ໄດ້ເກີດ​​ເຫດ​ຕິດ​ຄັດ, ແຕ່​ບໍ່​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຄົນ​ບາດ​ເຈັບ ຫຼື ເກີດ​ການ​ຮົ່ວ​ໄຫຼ່​ແຜ່ລັງ​ສີ.

ຄຳ​ເຫັນ

0