黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສັກ​ວິ​ກ​ຊິນ​ໂຄວິດ-19 ຂອ​ງຈີນ​ພວມດຳ​ເນີນ​ໄປ​ຢ່າງ​ເປັນ​ລະ​ບຽບ​

2021-04-12 18:00:17 CRI

ກົນ​ໄກ​ຮ່ວມ​ປ້ອງ​ກັນ​ແ​ລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ກໍ​ຄື​ການ​ສັກ​ວິກ​ຊິນໃນ​ວັນ​ທີ 11 ເມ​ສານີ້. ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ, ​ທ່ານ​ອູຫຼຽງ​ໂຢວ ຮອງ​ຫົວ​ໜ້າ​ກົມປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ ໄດ້​ແນະ​ນຳ​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ວຽກ​ງານ​ການ​ສັກ​ວັກ​ຊິນ​ໂຄວິດ-19 ຂອງ​ຈີນພວມ​ດຳ​ເນີນ​ໄປ​ຢ່າງ​ເປັນ​ລະ​ບຽບ, ມາ​ຮອດ​ວັນ​ທີ 10 ເມ​ສານີ້, ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ສັກ​ວັກ​ຊິນ​ 164.471.000 ຫຼອດ​ແລ້ວ.

ທ່ານ​ອູຫຼຽງ​ໂຢວ ກ່າວ​ວ່າ: ການ​ສັກ​ວັກ​ຊິນ​ໂຄວິດ-19 ໃນ​ໄລ​ຍະ​ຜ່ານ​ມາ​ຕົ້ນ​ຕໍ​ໄດ້​ປິ່ນ​ອ້ອມ “ສອງ​ຈຸດ​ສຸມ” ຄື: ໜຶ່ງ​ແມ່ນ​ເຂດຈຸດ​ສຸມ, ຊຸກ​ຍູ້​ວຽກ​ງານ​ການ​ສັກ​ວັກ​ຊິນ​ຢູ່​ຕົວ​ເມືອງ​ດ່ານ​ຊາຍ​ແດນ, ເຂດ​ຊາຍ​ແດນ, ຕົວ​ເມືອງ​ຂະ​ໜາດ​ໃຫຍ່​ແລະ​ກາງ ແລະ ເຂດ​ທີ່​ເຄີຍ​ເກີດ​ເຫດ​ການ​ແຜ່​ລະ​ບາດຍ້ອນ​ກຸ່ມ​ຄົນ​ຢູ່​ໃກ້​ຊິດ​ກັນ​ໃນ​ເມື່ອ​ກ່ອນ ທີ່​ເປັນ​ບ່ອນ​ມີ​ຄວາມ​ສ່ຽງ​ສູງ​ໃນ​ທົ່ວ​ປະ​ເທດ​ເປັນ​ບຸ​ລິ​ມະ​ສິດ; ສອງ​ແມ່ນ​ກຸ່ມ​ຄົນ​ຈຸດ​ສຸມ, ລວມ​ທັງ​ຜູ້​ປະ​ກອບ​ການ​ດ້ານ​ການຈໍ​ລະ​ຈອນ​ສິນ​ຄ້າ​ແຊ່​ເຢັນ, ພະ​ນັກ​ງານການ​ແພດ​ແລະສາ​ທາ​ລະ​ນະ​ສຸກ, ພະ​ນັກ​ງານ​ບໍ​ລິ​ການ​ໃນ​ຮ້ານ​ຊຸບ​ເປີ​ມາ​ເກັດ​ຂະ​ໜາດ​ໃຫຍ່ ພ້ອມ​ດ້ວຍ​ພະ​ນັກ​ງານ​ໃນ​ຂະ​ແໜງ​ການ​ຄົມ​ມະ​ນາ​ຄົມ, ການ​ຈໍ​ລະ​ຈອນ​ສິນ​ຄ້າ, ອົງ​ການ​ສະ​ຫວັດ​ດີ​ການ ແລະ​ອື່ນໆ.

ຄຳ​ເຫັນ

0