黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂອບ​ລະ​ບົບ​ນະ​ໂຍ​ບາຍ​ຂອງ​ທ່າ​ການ​ຄ້າ​ເສ​ລີ​ໄຫ​ຫຼຳ​ໄດ້​ສ້າງ​ຂຶ້ນ​ໃນ​ເບື້ອງ​ຕົ້ນ

2021-04-12 17:30:36 cri

ວັນ​ທີ 12 ເມ​ສາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​​ຄວາມ​ຄືບ​ໜ້າຂອງການ​ສ້າງ​ລະ​ບົບ​ນະ​ໂຍ​ບາຍ​ຂອງ​​ທ່າ​ການ​ຄ້າ​ເສ​ລີ​ໄຫ​ຫຼຳ.

ທ່ານ​ສົງ​ລ້ຽງ ຮອງ​ຫົວ​ໜ້າຄະນະ​ກຳມະການ​​​ການພັດທະນາ​ແລະປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ: ວັນ​ທີ 1 ມິ​ຖຸ​ນາ​ປີ 2020, ຈີນ​ໄດ້​ເປີດ​ເຜີຍ​ແລະ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ໃນ​ການ​ສ້າງ​​ທ່າ​ການ​ຄ້າ​ເສ​ລີ​ໄຫ​ຫຼຳ​ຢ່າງ​ເປັນ​ທາງ​ການ. ພາຍ​ຫຼັງ​ແຜນ​ແມ່​ບົດ​ດັ່ງ​ກ່າວ​​ໄດ້ເປີດ​ເຜີຍ​ແລະ​ປະ​ຕິ​ບັດ​ເປັນ​ຕົ້ນ​ມາ, ຕາມ​ຜົນສະ​ຖິ​ຕິ​​ໃນ​ໄລ​ຍະເບື້ອງ​ຕົ້ນ, ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ປະ​ກາດ​ເອ​ກະ​ສານ​ນະ​ໂຍ​ບາຍ​ຫຼາຍກວ່າ 110 ສະ​ບັບ, ຂອບ​ລະ​ບົບ​ນະ​ໂຍ​ບາຍ​ຂອງ​​ທ່າການ​ຄ້າ​ເສ​ລີ​ໄຫ​ຫຼຳ​ໄດ້​ສ້າງ ​ຂຶ້ນ​ໃນ​ເບື້ອງ​ຕົ້ນ​ແລ້ວ.

ໂດຍ​ລວມ​ແລ້ວ, ລະ​ບົບ​ນະ​ໂຍ​ບາຍ​ເຫຼົ່​າ​ນີ້​ສາ​ມາດສະ​ຫຼຸບ​ໃນ 6 ດ້ານ​ລຸ່ມ​ນີ້:

ໜຶ່ງ​ແມ່ນ​ນະ​ໂຍ​ບານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ທີ່​ເສ​ລີກວ່າ​ເກົ່າ​ແລະ​ສະ​ດວກກວ່າ​ເກົ່າ​; ສອງ​ແມ່ນ​ນະ​ໂຍ​ບາຍ​ສະ​ໜັບ​ສະ​ໜູນ​ດ້ານການ​ເງິນ​ທີ່​ສະ​ດວກ​ວ່ອງ​ໄວ​ແລະ​ປອດ​ໄພ​ກວ່າ​ເກົ່າ; ສາມ​ແມ່ນ​ນະ​ໂຍ​ບາຍ​ບູ​ລິ​ມະ​ສິດ​ດ້ານ​ພາ​ສີທີ່​​ແມ່ນ​ຢຳແລະ​ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ; ສີ່​ແມ່ນ​ນະ​ໂຍ​ບາຍ​ບໍ​ລິ​ການ​​ການຂົນ​ສົ່ງ​ທີ່​ເປີດກວ້າງ​ແລະ​ສະ​ດວກກວ່າ​ເກົ່າ; ຫ້າ​ແມ່ນ​ນະ​ໂຍ​ບາຍ​ທີ່​ມີ​ປັດ​ໄຈ​ຮັບ​ປະ​ກັນ​ທີ່​ແຂງ​ແຮງກວ່າ​ເກົ່າ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ; ຫົກ​ແມ່ນ​ລະ​ບຽບ​ການ​ຮັບ​ປະ​ກັນ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ສົມ​ບູນກວ່າ​ເກົ່າ.

ຄຳ​ເຫັນ

0