蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ຈຳ​ນວນ​ເງິນ​ກູ້ສະ​ກຸນເງິນຢວນ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​​ໄດ້​ເພີ່ມ​ຂຶ້ນ 7670 ຕື້ຢວນ

2021-04-13 15:56:14 CRI

ຕົວ​ເລກ​ຂໍ້​ມູນ​ສະ​ຖິ​ຕິ​​ທາງທະ​ນາ​ຄານ​ທີ່​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 12 ເມ​ສາ​ນີ້​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ຍອດ​ຈຳ​ນວນ​ເງິນ​ກູ້​ສະ​ກຸນເງິນຢວນ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​ຢູ່​ພາຍ​ໃນຈີນ​ໄດ້​ເພີ່ມ​ຂຶ້ນ 7670 ຕື້ຢວນ ແລະ ເພີ່ມ​ຂຶ້ນ 574,1 ຕື້ຢວນ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ເດືອນ​ມີ​ນາ​ປີ​ນີ້, ຍອດ​ຈຳ​ນວນ​ເງິນ​ກູ້ສະ​ກຸນເງິນຢວນ​ຈີນ​ໄດ້​ເພີ່ມ​ຂຶ້ນ 2.730 ຕື້ຢວນ, ​ແຕ່ໄດ້​ເພີ່ມ​ຂຶ້ນ​ໜ້ອຍກວ່າ​ເດືອນ​ມີ​ນາ​ປີ​ຜ່ານ​ມາ​ເຖິງ 103,9 ຕື້ຢວນ.

ຕົວ​ເລກ​ທະ​ນາ​ຄານ​ກາງ​ຈີນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ມາ​ຮອດທ້າຍ​ເດືອ​ນ​ມີ​ນາ​ປີ​ນີ້, ຍອດ​ຈຳ​ນວນ​ເງິນ​ກູ້​​ສະ​ກຸນເງິນຢວນ​ຈີນ​​ຢູ່​ພາຍ​ໃນ​ໄດ້​ບັນ​ລຸ 180410 ຕື້ຢວນ, ເພີ່ມ​ຂຶ້ນ 12,6% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ​ໃນໄຕ​ມາດ​ທີ​ໜຶ່ງ​​ຂອງປີ​ນີ້, ເງິນ​ກູ້​ທີ່​ປ່ອຍ​ໃຫ້​ວິ​ສາ​ຫະ​ກິດ​ແລະ​ຫົວ​ໜ່ວຍ​ວິ​ຊາ​ການໄດ້​ເພີ່ມ​ຂຶ້ນ 5350 ຕື້ຢວນ. ຕົວ​ເລກ​ຂໍ້​ມູນ​​ໃນ​ການລະ​ດົມ​ທຶນ​ທາງ​ສັງ​ຄົມ​ທີ່​ເປີດ​ເຜີຍ​ໃນ​ມື້​ດຽວ​ກັນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ມາ​ຮອດທ້າຍ​ເດືອນ​ມີ​ນາ​​ຂອງປີ​ນີ້, ຂະ​ໜາດ​​ການລະ​ດົມ​ທຶນ​ໃນ​ສັງ​ຄົມ​ຈີນ​ໄດ້​ບັນ​ລຸ​ເຖິງ 294550 ຕື້ຢວນ, ເພີ່ມ​ຂຶ້ນ 12,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ຄຳ​ເຫັນ

0