尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ກ່າວ​ວ່າ: ບັນ​ດາ​ປະ​ເທດ​ໃນ​ໂລ​ກ​ບໍ່ຄວນ​ໂຍະ​ຍານ​ການ​ໃຊ້​ມາດ​ຕະ​ການ​ສາ​ທາ​ລະ​ນະ​ສຸກ​​ຍ້ອນ​ໄດ້​ສັກ​ວັກ​ຊີນໂຄວິດ-19 ແລ້ວ

2021-04-13 17:04:24 cri

      ວັນ​ທີ 12 ເມ​ສາ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ກ່າວ​ວ່າ: ຢູ່​ໃນ​ໂລກ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ແລ້ວຈຳ​ນວນ​ຫຼາຍກວ່າ 780 ລ້ານ​ຫຼອດ, ແຕ່​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ແລະ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດເພີ່ມ​ໃໝ່ໃນ​ແຕ່​ລະ​ອາ​ທິດ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ບັນ​ດາ​ປະ​ເທດ​ໃນ​ໂລກ​ບໍ່​ຄວນ​ໂຍະ​ຍານໃນ​ການ​ໃຊ້​ມາດ​ຕະ​ການ​ສາ​ທາ​ລະ​ນະ​ສຸກ​​ເຖິງວ່າ​ໄດ້ສັກ​ວັກ​ຊີນ​ໂຄວິດ-19 ແລ້ວ​ກໍ​ຕາມ.
 

      ໃນ​ມື້​ດັ່ງ​ກ່າວ, ທ່ານ ເຕໂດ​ຣ​ສ໌ ເກ​ເບ​ຣ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ກ່າວ​ໃນ​ກອ​ງະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ຢູ່​ໃນ​ໂລກ​ໃນ​ເດືອນ​ມັງ​ກອນ​ແລະ​ເດືອນ​ກຸມ​ພາ​ປີ​ນີ້​​ໄດ້​ຫຼຸດ​ລົງຕິດ​ຕໍ່​ກັນ​ເປັນ 6 ອາ​ທິດ​ແລ້ວ, ​ແຕ່ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ພັດ​ມີ​ຜູ້​ຕິດ​ພະ​ຍາດ​ເພີ່ມ​ຂຶ້ນ 7 ອາ​ທິດ​ຕິດ​ຕໍ່​ກັນ, ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດເພີ່ມ​ໃໝ່​ໄດ້​ເພີ່ມ​ຂຶ້ນ​ຕິດ​ຕໍ່​ກັນ​ເປັນ 4 ອາ​ທິດ. ຢູ່​ໃນ​ທົ່ວ​ໂລກ​ໄດ້​​ສັກ​ວັກ​ຊີນ​ໂຄວິດ-19 ຫຼາຍກວ່າ 780 ລ້ານ​ຫຼອດແລ້ວ, ແຕ່​ຜູ້​ເປັນ​ພະ​ຍາດ​ຢູ່​ບາງ​ປະ​ເທດ​ໃນ​ອາ​ຊີ​ແລະ​ຕາ​ເວັນ​ອອກ​ກາງ​ຍັງ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ຄຳ​ເຫັນ

0