蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສານ​ມຽນ​ມາ​ໄຕ່​ສວນ​ຄະ​ດີ​ທີ່​ພົວ​ພັນ​ເຖິງ​ທ່ານ​ວິນ​ມິນ ແລະ ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ເປັນ​ຄັ້ງ​ທີ 4

2021-04-13 15:55:31 CRI

ວັນ​ທີ 12 ເມ​ສາ​ນີ້, ຄະ​ດີ​ທີ່​ພົວ​ພັນ​ເຖິງ​ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ແລະ ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາໄດ້​ເປີດ​ສານ​ໄຕ່​ສວນ​ເປັນ​ຄັ້ງ​ທີ 4 ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ ໂດຍ​ຜ່ານ​ທາງວິ​ດີ​​ໂອ​ຄື​ເກົ່າ.

ທ່ານ​ມິນ​ມິນ​ໂຊ ທະ​ນາຍ​ຄວາມ​ພຽງ​ຜູ້​ດຽວ​ທີ່​ເຂົ້າ​ຮ່ວມ​ການ​ໄຕ່​ສວນເທື່ອ​ນີ້ໃນ​ທີມ​ງານ​ທະ​ນາຍ​ຄວາມ​ຝ່າຍ​ຈຳ​ເລີຍ​ກ່າວ​ວ່າ: ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ການ​ເປີດ​ສານ​ໄຕ່​ສວນ​ຄັ້ງ​ນີ້​​ກໍ​ຄື​ການໄດ້​ເພີ່ມ​ພະ​ຍານ​ອີກ​ຄົນ​ໜຶ່ງ​ໃນ​ຄະ​ດີ​ທີ່ກ່າວ​ຫາ​ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ໄດ້​ລະ​ເມີດ​ມາດ​ຕາ​ທີ 25 ໃນ “ກົດ​ໝາຍ​ຄຸ້ມ​ຄອງ​ໄພ​ພິ​ບັດ​ທຳ​ມະ​ຊາດ​ມຽນ​ມາ”.

ປັດ​ຈຸ​ບັນ, ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ໄດ້​ຖືກ​ກ່າວ​ຟ້ອງ​ໃນ 6 ​ຂໍ້​ຫາ, ໃນ​ນັ້ນ, ມີ 5 ​ຂໍ້​ຫາ​ພວມ​ຖືກ​ສານ​ເນ​ປີ​ດໍຄົ້ນ​ຄວ້າ​ພິ​ຈາ​ລະ​ນາ, ໃນ​​ນັ້ນ, ການ​ລະ​ເມີດ​ມາດ​ຕາ​ທີ 25 ໃນ​ “ກົດ​ໝາຍ​ຄຸ້ມ​ຄອງ​ໄພ​ພິ​ບັດ​ທຳ​ມະ​ຊາດ​ມຽນ​ມາ” ແມ່ນ​​​ໜຶ່ງຂໍ້​ຫາທີ່​ໄດ້​ກ່າວ​ຟ້ອງ​ທັງທ່ານ​ນາງ​ອອງ​ຊານ​ຊູ​ຈີ ແລະ ທ່ານ​ວິນ​ມິນ.

ຄຳ​ເຫັນ

0