尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສອງ​ມື້​ທຳ​ອິດໃນ “7 ວັນ​ອັນ​ຕະ​ລາຍ” ​ຂອງ​ບຸນ​ສົງ​ການ​ໄທ​​ມີ​ຜູ້​ເສຍ​ຊີ​ວິດ 56 ຄົນ​ຍ້ອນ​ອຸ​ບັດ​ຕິ​ເຫດ​ທາງ​ຖະ​ໜົນ

2021-04-13 17:05:11 cri

      ​ກະ​ຊວງ​ພາຍ​ໃນ​ໄທກ່າວ​ໃນ​ວັນ​ທີ 12 ເມ​ສາ​ນີ້ວ່າ:  ໃນ​ວັນ​ທີ 10 ແລະ​ວັນ​ທີ 11 ເມ​ສາ​ນີ້, ຄື​ເປັນ​ສອງ​ມື້​ທຳ​ອິດ​ໃນ “7 ວັນ​ອັນ​ຕະ​ລາຍ” ​ຂອງບຸນ​ສົງ​ການຫຼື​ບຸນ​ຫົດ​ນ້ຳ​ໃນ​ປີ​ນີ້, ຢູ່​ທົ່ວ​ປະ​ເທດ​ໄທ​ໄດ້​ເກີດ​ອຸ​ບັດ​ຕິ​ເຫດ​​ທາງ​ທ້ອງ​ຖະ​ໜົນ​ທັງ​ໝົດ 705 ລາຍ, ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 56 ຄົນ​ແລະ ​ບາດ​ເຈັບ 729 ຄົນ.
 

      ເຈົ້າ​ໜ້າ​ທີ່​ກະ​ຊວງດັ່ງ​ກ່າວ​ກ່າວ​ວ່າ: ໃນ​ອຸ​ບັດ​ເຫດ​​ທາງ​ທ້ອງ​ຖະ​ໜົນ​ 357 ລາຍ​ທີ່​ເກີດ​ຂຶ້ນ​ຢູ່​ທົ່ວ​ປະ​ເທດ​ໃນ​ວັນ​ທີ 11 ເມ​ສາ​ນີ້, ໄດ້​ເຮັດ​ໃຫ້ 30 ຄົນ​ເສຍ​ຊີ​ວິດ​ແລະ 374 ຄົນ​ບາດ​ເຈັບ​. ໃນ​ນັ້ນ,ສາ​ເຫດ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ພາ​ໃຫ້​ເກີດ​ອຸ​ບັດ​ເຫດ​ແມ່ນ​ການ​ຂັບ​ລົດ​​ດ້ວຍ​ຄວາມ​ໄວ​ສູງ​ເກີນ​ກຳ​ນົດ,ກວມ 34,45%; ຖັດ​ມາ​ແມ່ນ​ດື່ມ​ເຫຼົ້າ​ແລ້ວ​ຂັບ,ກວມ 24,37%. ພາ​ຫະ​ນະ​ທີ່​ເກີດ​ອຸ​ບັດ​ເຫດ​ຫຼາຍ​ທີ່​ສຸດ​ແມ່ນ​ລົດ​ຈັກ,ກວມ​ປະ​ມານ 87% ໃນ​​ຈຳ​ນວນ​ອຸ​ບັດ​ເຫດ​ທັງ​ໝົດ.
 

      ໄທ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ອັດ​ຕາ​ການ​ເສຍ​ຊີ​ວິດ​ຍ້ອນ​ອຸ​ບັດ​ເຫດ​ທາງ​ທ້ອງ​ຖະ​ໜົນ​​ຢູ່​ໃນ​ແຖວ​ໜ້າ​ຂອງ​ໂລກ ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລ​ຍະ​ບຸນ​ສົງ​ການ​ເຊິ່ງ​ໄດ້ພັກ​​ໄລ​ຍະຍາວແລະ​ບຸນ​ປີ​ໃໝ່​ສາ​ກົນຂອງ​ແຕ່​ລະ​ປີ​ແຮ່ງແມ່ນ​ໄລ​ຍະ​ທີ່​ເກີດ​ອຸ​ບັດ​ເຫດ​ທາງ​ທ້ອງ​ຖະ​ໜົນ​ຫຼາຍ​ທີ່​ສຸດ.

ຄຳ​ເຫັນ

0