黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ແດງຄວາມ​ເປັນ​ຫ່ວງທີ່​ສຸດ​ຕໍ່ກໍ​ລະ​ນີ​ທີ່ຍີ່​ປຸ່ນ​ຕົກ​ລົງ​ຈະ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ລົງ​ທະ​ເລ

2021-04-13 11:31:52 CRI

ວັນ​ທີ 12 ເມ​ສານີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ສຳ​ພາດ​ຂອງ​ນັກ​ຂ່າວ ໃນກໍ​ລະ​ນີ​ທີ່​ຍີ່​ປຸ່ນ​ຕົກ​ລົງ​ຈະ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ລົງ​ທະ​ເລ.

ທ່ານ​ຈ້າວ​ລີ້​ຈ່ຽນ ກ່າວ​ວ່າ: ອຸ​ບັດ​ເຫດ​ນິວ​ເຄຼຍທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ຟູ​ກູ​ຊີ​ມະ​ຂອງ​ຍີ່​ປຸ່ນ​ແມ່ນ​ໜຶ່ງ​ໃນອຸ​ບັ​ດ​ເຫດດ້ານນິວ​ເຄຼຍ​ທີ່​ຮ້າຍ​ແຮງ​ທີ່​ສຸດ​​ຂອງ​ໂລກ​ຈົນ​ຮອດ​ປັດ​ຈຸ​ບັນ, ອຸ​ບັດ​ເຫດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ເກີດ​​ມີການ​ຮົ່ວ​ໄຫຼ​ຂອງສານກຳ​ມັນ​ຕະ​ພາບ​ລັງ​ສີ​ຢ່າງຫຼວງຫຼາຍ, ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອ​ມ​ທາງ​ທະ​ເລ, ຄວາມ​ປອດ​ໄພ​ດ້ານ​ອາ​ຫານ ແລະ​ສຸ​ຂະ​ພາບ​ຂອງ​ມວນມະ​ນຸດຢ່າງ​ແຮງ​ແລະ​​ຍາວນານ. ການ​ແກ້​ໄຂ​ບັນ​ຫາ​ນ້ຳ​​ປົນເປື້ອນ​ລັງ​ສີ​ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ຟູ​ກູ​ຊີ​ມະ​ຢ່າງ​ເໝາະ​ສົມ ໄດ້​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດທົ່ວ​ໄປ​ຂອງ​ສາ​ກົນ ​ແລະ​ຜົນ​ປະ​ໂຫຍດທີ່ແທ້​ຈິງ​ຂອງ​ປະ​ເທດ​ໃກ້​ຄຽງ​ຍີ່​ປຸ່ນ, ສະ​ນັ້ນ​ຄວນ​ປະ​ຕິ​ບັດ​​ງານ​ຢ່າງ​ລະ​ມັດ​ລະ​ວັງ ແລະ ມີ​ຄວາມ​ຮັບ​ປະ​ກັນ, ເພື່ອ​ຫຼີກ​ເວັ້ນ​ການ​ທຳ​ລາຍສິ່ງ​ແວດ​ລ້ອມ​ທາງ​ທະ​ເລ, ຄວາມ​ປອດ​ໄພ​ດ້ານ​ອາ​ຫານ ແລະ ສຸ​ຂະ​ພາບ​ຂອງມວນ​ມະ​ນຸດຢ່າງ​ມີ​ປະ​ສິດ​ທິ​ຜົນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ.

ຝ່າຍ​ຈີນ​ໄດ້​ສະ​ແດງ​​ຄວາມ​ເປັນ​ຫ່ວງ​ທີ່​ສຸດ​ຕໍ່ກໍ​ລະ​ນີ​ທີ່ຝ່າຍຍີ່​ປຸ່ນ​ຕົກ​ລົງ​ຈະ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ລົງ​ທະ​ເລ​ໂດຍ​ຜ່ານຊ່ອງ​ທາງ​ການ​ທູດ ແລະ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຍີ່​ປຸ່ນ​​ແກ້​ໄຂບັນ​ຫາ​ນ້ຳ​​ປົນເປື້ອນ​ລັງ​ສີ​ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ຟູ​ກູ​ຊີ​ມະ​ຢ່າງ​ລະ​ມັດ​ລະ​ວັງ ດ້ວຍ​ການ​ກະ​ທຳ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່ແທ້​ຈິງ.

ຄຳ​ເຫັນ

0