尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ຕຳ​ໜິ​ອິ​ສ​ຣາ​ແອນ​​ທີ່​ໄດ້ທຳ​ລາຍ​ໂຄງ​ລ່າ​ງ​ນິວ​ເຄ​ລຍ​ຂອງ​ປະ​ເທດ​ຕົນ

2021-04-13 11:07:16 cri

      ວັນ​ທີ 12 ເມ​ສາ​ນີ້, ທ່ານ ໂມ​ຮາ​ມັດ ຈາ​ວັດ ຊາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​​ໄດ້ກ່າວ​ຕຳ​ໜິ​ອິ​ສ​ຣາ​ແອນ​ວ່າ​ຄວນ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ທີ່​ເຮັດ​ໃຫ້ໂຄງ​ລ່າງ​​ນິວ​ເຄ​ລຍນາ​ຕານ​ສ໌​ຂອງ​ອີ​ຣານ​ມີ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 11 ເມ​ສາ​ນີ້,ພ້ອມ​ທັງ​ກ່າວ​ວ່າ​ຈະ​ແກ້​ແຄ້ນ​ອີ​ສ​ຣາ​ແອນ.
 

      ສຳ​ນັກ​ຂ່າວ​ສານ​ສາ​ທາ​ລະ​ນະ​ລັດ​ອິ​ສ​ງາມ​ຂອງ​ອີ​ຣານ​ຫຼື IRNA ລາຍ​ງານ​ວ່າ: ໃນ​ມື້​ດຽວ​ກັນ, ທ່ານ ຊາຣິ​ຟ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ​ຂອງ​ລັດ​ຖະ​ສະ​ພາ​ອີ​ຣານ​ວ່າ​: ນີ້​ແມ່ນ​ການ​ກະ​ທຳ​​ຕໍ່​ຕ້ານ​ຂອງ​ອິ​ສ​ຣາ​ແອນ​ທີ່​ແນ​ໃສ່​ຕໍ່​ອີ​ຣານ​ທີ່​ພະ​ຍາ​ຍາມ​​ເພື່ອ​ຊຸກ​ຍູ້​ໃຫ້​ຍົ​ກ​ເລີກ​ການ​ຂວ້ຳ​ບາດ​ທີ່​ບໍ່​ຍຸດ​ຕິ​ທຳ,ອີ​ຣານ​ຈະ​ບໍ່​ໃຫ້​ເຈດ​ຕະ​ນາ​ຂອງ​ອິ​ສ​ຣາ​ແອນ​ເປັນ​ໄປ​ດັ່ງ​ຄວາມ​ປາ​ຖະ​ໜາ​ຂອງ​ເຂົາ. ທ່ານ​ກ່າວ​ຕື່ມ​ວ່າ:  ອຸ​ປະ​ກອນ​ທີ່​ຖືກ​ທຳ​ລາຍໃນ​ເຫດ​ການແມ່ນ​ເຄື່ອງ​ແຍກວັດ​ຖຸ​​ດ້ວຍ​ແຮງໜີສູນ​ລຸ້ນ​ທີ​ໜຶ່ງ, ຈະ​ຖືກ​ປ່ຽນ​ແທນ​ດ້ວຍ​ອຸ​ປະ​ກອນ​ທີ່​ກ້າວ​ໜ້າກວ່າ ເຊິ່ງ​ນີ້​ຈະ​​ສາ​ມາດຍົກ​ສູງຖາ​ນະ​ຂອງ​ອີ​ຣານ​ໃນ​ເວ​ລາ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ປະ​ເທດ​ຕົນ.

ຄຳ​ເຫັນ

0