黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ ຈະ​ຍົກ​ລະ​ດັບ​ຄວາມ​ເຂັ້ມ​ຂຸ້ນ​ຂອງທາດຢູ​ເຣ​ນຽມ​​ໃຫ້​ສູງ​ຂຶ້ນ​ເປັນ 60%

2021-04-14 11:22:37 CRI

ໂທ​ລະ​ພາບ​ຂ່າວ​ຂອງ​ອີ​ຣານ​ໄດ້​ລາຍ​ງານ​ວ່າ: ທ່ານ​ອັບ​ບັ​ສ ອາ​ຣັກ​ຈີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ ໄດ້​ກ່າວ​ໃນ​ວັນ​ທີ 13 ເມ​ສານີ້​ວ່າ: ອີ​ຣານ​ໄດ້​ແຈ້ງ​ໃຫ້​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​​ຊາບແລ້ວ​ວ່າ ຈະ​ຜະ​ລິດ​ຢູ​ເຣ​ນຽມ​ຂຸ້ນ​ທີ່​ມີ​ຄວາມ​ເຂັ້ມ​ຂຸ້ນ​ສູງ​ເຖິງ 60% ນັບ​ແຕ່​ວັນ​ທີ 14 ເມ​ສານີ້​ເປັນ​ຕົ້ນ​ໄປ.

ທ່ານອັບ​ບັ​ສ ອາ​ຣັກ​ຈີ ຍັງ​ກ່າວ​ຕື່ມ​ວ່າ: ສຳ​ລັບ​ກໍ​ລະ​ນີ​ທີ່​ລະ​ບົບ​ພະ​ລັງໄຟ​ຟ້າຂອງ​ສິ່ງ​ກໍ່​ສ້າງ​ນິວ​ເຄຼຍນາ​ຕານ​ສ໌​ໄດ້​ເກີດ​ເຫດ​ຕິດ​ຂັດໃນ​ວັນ​ທີ 11 ເມ​ສາ​ນັ້ນ, ອີ​ຣານ​ຈະ​ປ່ຽນ​​ເຄື່ອງ​ແຍກ​ທາດ​ດ້ວຍ​ແຮງ​ໜີ​ສູນ​ທີ່​ເປ່​ເພ​ນັ້ນ​ໂດຍ​ໄວ, ແລະ​​ຈະຕິດ​ຕັ້ງ​ເຄື່ອງ​ແຍກ​ທາດ​ດ້ວຍ​ແຮງ​ໜີ​ສູນ​ທີ່​ມີສະ​ມັດ​ຖະ​ພາບສູງ​ກວ່າ​ເກົ່າເຖິງ 50% ​ເພີ່ມ​​ອີກ 1.000 ເຄື່ອງ. ໃນ​ມື້​ດຽວ​ກັນ, ທ່ານໂມ​ຮາ​ເມັດ ຈາ​ວັດ ຊາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ ແລະ ທ່ານເຊີ​ເກ ລາບ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍທີ່​ເດີນ​ທາງ​ຢ້ຽມ​ຢາມ​ອີ​ຣາ​ນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຖະ​ແຫຼງ​ຂ່າວ​ຮ່ວມ, ທ່ານໂມ​ຮາ​ເມັດ ຈາ​ວັດ ຊາ​ຣິ​ຟ ກ່າວ​ວ່າ: ອີ​ຣານ​ຈະ​ນຳ​ໃຊ້​ເຄື່ອງ​ແຍກ​ທາດ​ດ້ວຍ​ແຮງ​ໜີ​ສູນ​ທີ່​ທັນ​ສະ​ໄໝ​ກວ່າ​ເກົ່າ​ໃນ​ການ​ສະ​ກັດ​​ທາດຢູ​ເຣ​ນຽມ​ຂຸ້ນ​ຢູ່​ໃນ​ສິ່ງ​ກໍ່​ສ້າງ​ນິວ​ເຄຼຍ​ນາ​ຕານ​ສ໌.

ເດືອນ​ມັງ​ກອນ​ປີນີ້, ອີ​ຣານ​ໄດ້​​ປະ​ກາດ​ວ່າ: ໄດ້​ເລີ່ມ​ນຳ​ໃຊ້​ມາດ​ຕະ​ການ​ທີ່​ກ່ຽວ​ຂ້ອງແລ້ວເພື່ອ​ເພີ່ມ​ຄວາມ​ເຂັ້ມຂຸ້ນຂອງທາດ​ຢູ​ເຣ​ນຽມ​ໃຫ້​ສູງ​ຂຶ້ນ​ເປັນ 20% ຢູ່ໃນ​ສິ່ງ​ກໍ່​ສ້າງນິວ​ເຄຼຍຟໍ​ໂດ.

ຄຳ​ເຫັນ

0