何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຄວນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້​ເປັນ “ເສັ້ນ​ທາງ​ແຫ່ງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ” ​ແລະ “ເສັ້ນ​ທາງ​ແຫ່ງ​ການ​ເຕີບ​ໂຕ”

2021-04-20 11:21:19 CRI

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຄວນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້​ເປັນ “ເສັ້ນ​ທາງ​ແຫ່ງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ” ​ແລະ “ເສັ້ນ​ທາງ​ແຫ່ງ​ການ​ເຕີບ​ໂຕ”_fororder_1127350817_16188856728711n

 

ຕອນ​ເຊົ້າ​ວັ​ນ​ທີ 20 ເມ​ສາ​ນີ້, ພິ​ທີ​ເປີດກອງ​ປະ​ຊຸມ​ປະ​ຈຳ​ປີ 2021 ຂ​ອງ ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວີ​ດີ​ໂອ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ເມື່ອຮອດ​ປີ 2030, ພາ​ລະ​ກິດ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ປະ​ຊາ​ກອນ 7,6 ລ້ານ​ຄົນ​ໃນ​ທົ່ວ​ໂລກຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ທີ່​ສຸດ, ​ປະ​ຊາ​ກອນ 32 ລ້ານ​ຄົນສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ລະ​ດັບ​ປານ​ກາງ. ພວກ​ເຮົາ​ຈະ​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ທີ່​ເປີດ​ກ​ວ້າງ ແລະ ກວມ​ລວມ, ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ທີ່​ຍິນ​ດີ​ມີ​ສ່ວນ​ຮ່ວມ, ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້​ເປັນ “ເສັ້ນ​ທາງ​ແຫ່ງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ” ​ແລະ “ເສັ້ນ​ທາງ​ແຫ່ງ​ການ​ເຕີບ​ໂຕ”, ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເພື່ອໃຫ້​ມວນ​ມະ​ນຸດ​ກ້າວ​ເດີນ​ໄປ​ສູ່​ຄວາມ​ສິ​ວິ​ໄລ​ຮ່ວມ​ກັນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ເທດ, ຕ້ອງ​ປະ​ຕິ​ບັດ​ຕາມຫຼັກ​ການ​ ​ສະ​ເໝີ​ພາບ​ກັນ, ເຄົາ​ລົບ​ກັ​ນ ແລະໄວ້​ເນື້ອ​ເຊື່ອ​ໃຈ​​ກັນ, ການ​ຊີ້​ ​ມື​ສັ່ງ​ນັ້ນ​ສັ່ງ​ນີ້ ແລະ ​ການແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ຢ່າງ​ບັງ​ອາດ​ນັ້ນ​ຈະ​ບໍ່​ຖືກ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ. ຕ້ອງ​ເຊີດ​ຊູ​ທັດ​ສະ​ນະຄຸນ​ຄ່າ​ຮ່ວມ​ຂອງມວນ​ມະ​ນຸດ ຄື: ສັນ​ຕິ​ພາບ, ການ​ພັດ​ທະ​ນາ, ຍຸດ​ຕິ​ທຳ, ​ເປັນ​ທຳ, ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ, ສົ່ງ​ເສີມ​ການ​ແລກ​ປ່ຽນ​ກັນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ທີ່​ແຕກ​ຕ່າງ​ກັນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ອະ​ລິ​ຍະ​ທຳຂອງມວນ​ມະ​ນຸດ.

 

ທ່ານ​ກ່າວ​ຕື່ມ​ວ່າ, ບໍ່​ວ່າ​ຈີນຈະ​ພັດ​ທະ​ນາ​ໄປ​ຮອດ​ລະ​ດັບ​ໃດ​ກໍ​ຕາມ, ຈີນ​ກໍຈະ​ບໍ່​ສະ​ແຫວງ​ຫາ​ການເປັນ​ເຈົ້າ​ອຳ​ນາດ ແລະ ບໍ່​​ຂະ​ຫຍາຍ​ຂອບ​ເຂດ​ອຳ​ນາດ ແລະ​ບໍ່​ສະ​ແຫວງ​ຫາ​ຂອບ​ເຂດ​ອິດ​ທິ​ພົນ​ຂອງ​ຕົນຕະຫຼອດ​ໄປ, ບໍ່​ແຂ່ງ​ຂັນ​ກຳ​ລັງ​ອາ​ວຸດ. ຈີນ​ຈະ​ສືບ​ຕໍ່​ເປັນ​ຜູ້​ສ້າງ​ສັນ​ຕິ​ພາບໃຫ້​ກັບ​ໂລກ, ​ເປັ​ນຜູ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ ແລະ ​ເປັນຜູ້​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ.

 

ຄຳ​ເຫັນ

0