吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອິນ​ເດຍທີ່​ເພີ່ມ​ໃໝ່​​ຕໍ່​ມື້ໄດ້​ລື່ນ​ກາຍ 2 ແສນ 5 ໝື່ນ​ກໍ​ລະ​ນີ​​ອີກ​ຄັ້ງ

2021-04-21 11:02:11 CRI

ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອິນ​ເດຍທີ່​ເພີ່ມ​ໃໝ່​​ຕໍ່​ມື້ໄດ້​ລື່ນ​ກາຍ 2 ແສນ 5 ໝື່ນ​ກໍ​ລະ​ນີ​​ອີກ​ຄັ້ງ_fororder_1127348544_16188288750921n

 

ຫວ່າງ​ມໍ່ໆ​ມາ​ນີ້, ສະ​ພາບ​ພະ​ຍາດ​ໂຄວິດ-19 ​ຢູ່​ອິນ​ເດຍ​ໄດ້​​ຮ້າຍ​ແຮງ​ຂຶ້ນຢ່າງ​ວ່ອງ​ໄວ. ອີງ​ຕາມ​ຕົວ​ເລກ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ເດຍ​ປະ​ກາດ​ໃນ​ ​ວັນ​ທີ 20 ເມ​ສາ​ນີ້, ໃນ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອິນ​ເດຍ​ໄດ້​ເພີ່ມ​ຂຶ້ນ 559.000 ​ກໍ​ລະ​ນີ, ນີ້​ກໍ່​ແມ່ນ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່ອິນ​ເດຍ​ໄດ້​ຕໍ່​ມື້​ໄດ້​ລື່ນ​ກາຍຫຼາຍກວ່າ 2 ແສນ​ກໍ​ລະ​ນີ​​ເປັນ​ເວ​ລາ 6 ວັນ​​ລຽນ​ຕິດ.

 

ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອິນ​ເດຍທີ່​ເພີ່ມ​ໃໝ່​​ຕໍ່​ມື້ໄດ້​ລື່ນ​ກາຍ 2 ແສນ 5 ໝື່ນ​ກໍ​ລະ​ນີ​​ອີກ​ຄັ້ງ_fororder_1127348544_16188288751611n

 

 ເພື່ອ​ຮັບ​ມືກັບ​ສະ​ພາບ​​ອັນຮ້າຍ​ແຮງ, ​ລັດ​ຖະ​ບານ​ອິນ​ເດຍ​ດ້ານ​ໜຶ່ງ​ໄດ້​ຈັດ​ສັນ​ການ​ສະ​ໜອງ​ອອກ​ຊີ​ໃກ້​ເຂດ​ທີ່​ມີ​ສະ​ພາບ​ລະ​ບາດ​ພະ​ຍາດ​ຢ່າງ​ຮ້າຍ​ແຮງໂດຍ​ດ່ວນ, ອີກ​ດ້ານ​ໜຶ່ງ​ໄດ້​ຂະ​ຫຍາຍ​ຂອບ​ເຂດ​ສັກ​ວັກ​ຊິນ​ຕື່ມ​ອີກ. ນັບ​ແຕ່​ວັນ​ທີ 1 ພຶດ​ສ​ະ​ພາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ຂອບ​ເຂດ​ສັກ​ວັກ​ຊິນ​ໃນ​ເມື່ອ​ກ່ອນ​ທີ່​ໄດ້​ກຳ​ນົດ​ໃຫ້​ຜູ້​ທີ່​ມີ​ອາ​ຍຸ​ແຕ່ 45 ປີ​ຂຶ້ນ​ໄປ​ເທົ່າ​ນັ້ນ, ແຕ່​ປັດ​ຈຸ​ບັນ​ໄດ້​ກຳ​ນົດ​ໃຫ້​ຜູ້​ທີ່​ມີ​ອາ​ຍຸ​ແຕ່ 18 ປີ​ຂຶ້ນ​ໄປ. ແຕ່​ຍ້ອນ​ວ່າ​ອິນ​ເດຍ​ມີ​ປະ​ຊາ​ກອນ​ຈຳ​ນວນ​ຫຼວງ​ຫຼາຍ, ການ​ສະ​ໜອງວັກ​ຊິນ​ບໍ່​ພຽງພໍ, ມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ສາ​ມາດ​ຊ່ວຍ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ທີ່​ຮ້າຍ​ແຮງ​​ຢູ່​ອິນ​ເດຍ​ໄດ້​ຫຼື​ບໍ່​​ນັ້ນ​ຍັງ​ຕ້ອງ​ເຟົ້າ​ຕິດ​ຕາມ​ຕໍ່​ໄປ.

 

ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອິນ​ເດຍທີ່​ເພີ່ມ​ໃໝ່​​ຕໍ່​ມື້ໄດ້​ລື່ນ​ກາຍ 2 ແສນ 5 ໝື່ນ​ກໍ​ລະ​ນີ​​ອີກ​ຄັ້ງ_fororder_1127348544_16188288751261n

ຄຳ​ເຫັນ

0