刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ປາ​ໄສ​ທີ່ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ

2021-04-23 15:08:06 cri

ບົດ​ປາ​ໄສ​ທີ່ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ_fororder_微信图片_20210423150724

共同构建人与自然生命共同体

——领导人气候峰会上的讲话

2021422日,北京)

中华人民共和国主席 习近平

ຮ່ວມກັນ​ສ້າງ​ປະ​ຊາ​ຄົ​ມຮ່ວມຊີ​ວິດ​ລະ​ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ

ບົດປາໄສທີ່​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດກ່ຽວ​ກັບ​ດິນ​ຟ້າອາ​ກາດ

ທ່ານສີຈິ້ນຜິງ ປະທານປະເທດສາທາລະນະລັດປະຊາຊົນຈີນ

ວັນທີ 22 ເມສາປີ2021 ທີ່​ນະ​ຄອນຫຼວງ​ປັກ​ກິ່ງ

尊敬的拜登总统,

尊敬的各位同事:

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ທີ່​ເຄົາ​ລົບ​ນັບ​ຖື, ບັນ​ດາ​ທ່ານ ​ເພື່ອນ​ຮ່ວມ​ງານ​ທີ່​ເຄົາ​ລົບ​ນັບ​ຖື:

很高兴在“世界地球日”到来之际出席领导人气候峰会,感谢拜登总统的邀请。借此机会,我愿同大家就气候变化问题深入交换意见,共商应对气候变化挑战之策,共谋人与自然和谐共生之道。

​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸ​ມ​ສຸດຍອດ​ກ່ຽວ​ກັບ​ດິ​ນ​ຟ້າ​ອາ​ກາດເນື່ອງ​ໃນ​ໂອ​ກາດ​ວັນ​ໜ່ວຍ​ໂລກ ​ທີ່​ໄດ້​ໝູນ​ວຽນ​ມາ​ເຖິງ, ຂໍ​ຂອບ​ໃຈ​ນຳ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນທີ່​ໄດ້​ເຊື້ອ​ເຊີນ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້. ຂໍ​ຖື​ໂອ​ກາດ​ນີ້, ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ທ່ານ​ລົງ​ເລິກ​ການ​ແລກ​ປ່ຽນ​ຄວາມ​​ຄິດເຫັນ​​ກ່ຽວ​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ວິ​ທີ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຮ່ວມ​ກັນ​ຄົ້ນ​ຫາ​ເສັ້ນ​ທາງ​ທີ່​ເຮັດ​ໃຫ້​​ຄົນ​ກັບ​ທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນ​​ໄດ້ຢ່າງ​ກົມ​ກຽວ.

人类进入工业文明时代以来,在创造巨大物质财富的同时,也加速了对自然资源的攫取,打破了地球生态系统平衡,人与自然深层次矛盾日益显现。近年来,气候变化、生物多样性丧失、荒漠化加剧、极端气候事件频发,给人类生存和发展带来严峻挑战。新冠肺炎疫情持续蔓延,使各国经济社会发展雪上加霜。面对全球环境治理前所未有的困难,国际社会要以前所未有的雄心和行动,勇于担当,勠力同心,共同构建人与自然生命共同体。

ນັບ​ແຕ່ມວນ​ມະ​ນຸດ​ເຂົ້າ​ສູ່​ຍຸກ​ອະ​ລິ​ຍະ​ທຳ​ອຸດ​ສາ​ຫະ​ກຳ​ເປັນ​ຕົ້ນ​ມາ, ໃນ​ຂະ​ນະ​​ທີ່​ສ້າງ​ຊັບ​ສິນ​ທາງ​ດ້ານ​ວັດ​ຖຸ​ຂຶ້ນ​ມາ​ຢ່າງຫຼວງຫຼາຍ​ນັ້ນ, ກໍ​ໄດ້​ເລັ່ງ​ຂຸດ​ຄົ້ນ​ເອົາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໃຫ້​ໄວ​ຂຶ້ນ, ທັງ​ໄດ້​ທຳ​ລາຍ​ຄວາມ​​ສົມດຸນຂອງ​ລະ​ບົບ​ນິ​ເວດ​ຂອງ​ໜ່ວຍ​ໂລກ, ເຮັດ​ໃຫ້​ຄົນ​ກັບ​ທຳ​ມະ​ຊາດ​ມີ​ຂໍ້​ຂັດ​ແຍ້ງ​ອັນ​ເລິກ​ເຊິ່ງນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ. ໃນ​ຊຸມ​ປີ​ຜ່ານ​ມາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ສູນ​ເສຍ ​ຊີ​ວະ​ນາ​ນາ​ພັນ, ການ​ຫັນ​ເປັນ​ທະ​ເລ​ຊາຍ​ມີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ, ເຫດ​ການ​ທີ່​ເກີດ​ຈາກ​ສະ​ພາບອາ​ກາດ​ຮ້າຍ​ແຮງ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ,​ເຊິ່ງ​ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ​ໃຫ້​ກັບ​ການ​ຍືນ​ຍົງ​ຄົງ​ຕົວ​ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ. ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢ່າງ​ຕໍ່​ເນື່ອງ, ເຊິ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ໃຫ້​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ໜັກ​ໜ່ວງ​ຂຶ້ນ​ຕື່ມ.ເມື່ອ​ຜະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຂອງ​ທົ່ວ​ໂລກ, ປະຊາ​ຄົມ​ໂລກ​ຕ້ອງມີ​ອຸດົມ​ການ​ທີ່​ຍິ່ງ​ໃຫຍ່ ​ແລະ​ ມີການ​ກະທຳ​ທີ່​ບໍ່​ເຄີຍ​ເຮັດມາ​ກ່ອນ, ກ້າ​ແບກ​ຫາບ​ຄວາມ​ຮັບຜິດຊອບ, ຮ່ວມ​ແຮງ​ຮ່ວມ​ໃຈກັນ​, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີວິດ​ລະຫວ່າງຄົນ​ກັບ​ທຳ​ມະ​ຊາດ.

——坚持人与自然和谐共生。“万物各得其和以生,各得其养以成。”大自然是包括人在内一切生物的摇篮,是人类赖以生存发展的基本条件。大自然孕育抚养了人类,人类应该以自然为根,尊重自然、顺应自然、保护自然。不尊重自然,违背自然规律,只会遭到自然报复。自然遭到系统性破坏,人类生存发展就成了无源之水、无本之木。我们要像保护眼睛一样保护自然和生态环境,推动形成人与自然和谐共生新格局。

​ ຍຶດ​ໝັ້ນ​ໃນ​ການ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ​ລະ​ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ. ທຸກ​ສິ່ງ​ຢ່າງ​ໃນ​ໂລກ​ຕ່າງ​ກໍ​ໄດ້​ກຳ​ເນີດ​ຂຶ້ນ​ຕາມ​ທຳ​ມະ​ຊາດ​ແລະ​ຕ່າງ​ກໍ​ໄດ້​ຮັບ​ການຫຼໍ່​ລ້ຽງ​ຈາກ​ທຳ​ມະ​ຊາດ. ທຳ​ມະ​ຊາດ​ເປັນ​ອູ່​​ເຂົ້າ​ອູ່​ປາສຳ​ລັບ​ສິ່ງ​ທີ່​ມີ​ຊີ​ວິດ​ທຸກ​ຢ່າງ​ເຊິ່ງ​ລວມ​ທັງ​ຄົນ, ເປັນ​ເງື່ອນ​ໄຂ​ພື້ນ​ຖານ​ສຳ​ລັ​ບ​ການ​ຍືນ​ຍົງ​ຄົງ​ຕົວ​ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ. ທຳ​ມະ​ຊາດ​ໄດ້​ບົ່ມ​ສ້າງ​ແລະຫຼໍ່ລ້ຽງ​​ມະນຸດເຮົາ, ສະນັ້ນ ມະ​ນຸດເຮົາ​ຄວນ​ຖື​ທຳ​ມະ​ຊາດ​ເປັນ​ຮາກເຫງົ້າ, ເຄົາ​ລົບທຳ​ມະ​ຊາດ​ແລະ​ປະ​ຕິ​ບັດ​ຕາມ​​ກົດ​ເກນທຳ​ມະ​ຊາດ, ອະ​ນຸ​ລັກ​ທຳ​ມະ​ຊາດ. ຖ້າ​ບໍ່​ເຄົາ​ລົບ​ທຳ​ມະ​ຊາດ, ລະ​ເມີດ​ກົດ​ເກນ​ທຳ​ມະ​ຊາດ, ກໍ​ຈະ​ຖືກທຳ​ມະ​ຊາດ​ສົ່ງ​ຜົນ​ກະ​ທົບ​ໃຫ້. ຖ້າ​ວ່​າ​ລະ​ບົບ​ທຳ​ມະ​ຊາດ​ຖືກ​ທຳ​ລາຍ, ການ​ຍືນ​ຍົງ​ຄົງ​ຕົວ​ແລະ​ການ​ພັດ​ທະ​ນາ​ຂອງ​ມະ​ນຸດ​ກໍ​ເໝືອນ​ດັ່ງ​ນ້ຳ​ທີ່ບໍ່​ມີ​ແຫຼ່ງ​ກຳ​ເນີດ ແລະ​ ຕົ້ນ​ໄມ​ທີ່ບໍ່​ມີ​ຮາກເຫງົ້າ. ພວກ​ເຮົາ​ຄວນ​ອະ​ນຸ​ລັກທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ນິ​ເວດ​ປານ​ຮັກ​ສາ​ດວງ​ຕາ​ຂອງ​ຕົນ, ຊຸກ​ຍູ້​ການ​ສ້າງ​ສະ​ພາບ​ການໃໝ່​ທີ່​ຄົນ​ກັບທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນໄດ້​ຢ່າງ​ກົມ​ກຽວ​.

——坚持绿色发展。绿水青山就是金山银山。保护生态环境就是保护生产力,改善生态环境就是发展生产力,这是朴素的真理。我们要摒弃损害甚至破坏生态环境的发展模式,摒弃以牺牲环境换取一时发展的短视做法。要顺应当代科技革命和产业变革大方向,抓住绿色转型带来的巨大发展机遇,以创新为驱动,大力推进经济、能源、产业结构转型升级,让良好生态环境成为全球经济社会可持续发展的支撑。

​ ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ແບບ​ສີຂຽວ. ພູ​ຂຽວ​ນໍ້າ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄໍາ. ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ກໍ​ແມ່ນ​ການ​ອະນຸລັກ​ກຳລັງ​ການ​ຜະລິດ, ການປົວ​ແປງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ກໍ​ແມ່ນ​ການ​ພັດທະນາ​ກຳລັງ​ການ​ຜະລິດ, ນີ້​ແມ່ນ​ສັດ​ຈະ​ທຳ​ແບບ​ລຽບ​ງ່າຍ. ພວກ​ເຮົາ​ຕ້ອງ​ປະ​ຖິ້ມ​ຮູບ​ແບບ​ການ​ພັດທະນາ​ທີ່ສົ່ງຜົນ​ກະທົບຈົນ​ເຖິງ​ຂັ້ນ​ທຳລາຍ​ສິ່ງ​ແວດ​ລ້ອມ​ນິ​ເວດ, ປະ​ຖິ້ມ​ການ​ກະທຳ​ແບບ​ສາຍຕາ​ສັ້ນ​ທີ່​ນຳໃຊ້ສິ່ງ​ແວດ​ລ້ອມ​ເພື່ອ​ແລກກັບການ​ພັດທະນາ​ໃນ​ໄລຍະ​ຊົ່ວຄາວ. ຕ້ອງ​ສອດ​ຄ່ອງ​ກັບ​ທິດ​ທາງ​ລວມ​ແຫ່ງ​ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ ການ​ປ່ຽນ​ແປງ​ໃໝ່​​ດ້ານ​ອຸດ​ສາ​ຫະ​ກຳ​ໃນ​ຍຸກ​ປະ​ຈຸ​ບັນ, ກຳ​ແໜ້ນ​ໂອ​ກາດ​ການ​ພັດ​ທະ​ນາ​ອັນ​ໃຫຍ່ຫຼວງ​​ໃນ​ການ​ຫັນ​ປ່ຽນການ​ພັດ​ທະ​ນາ​ໃຫ້​ເປັນ​ແບບ​ສີ​ຂຽວ, ຖື​ເອົາ​ການ​ປະ​ດິດ​ສ້າງ​ໃໝ່​ເປັນ​ແຮງ​ຂັບ​ເຄື່ອນ, ອອກ​ແຮງ​ຊຸກ​ຍູ້ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ ແລະ ຍົກ​ລະ​ດັບ​​ໂຄງ​ປະ​ກອບເສດ​ຖະ​ກິດ ພະ​ລັງ​ງານ ແລະ ອຸດ​ສາ​ຫະ​ກຳ​, ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ດີງາມ​ກາຍ​ເປັນ​ສິ່ງ​ຄໍ້າປະກັນ​ການ​ພັດທະນາ​​ເສດຖະກິດ​ສັງຄົມຂອງ​ທົ່ວ​ໂລກແບບຍືນຍົງ.

——坚持系统治理。山水林田湖草沙是不可分割的生态系统。保护生态环境,不能头痛医头、脚痛医脚。我们要按照生态系统的内在规律,统筹考虑自然生态各要素,从而达到增强生态系统循环能力、维护生态平衡的目标。

ຍຶດ​ໝັ້ນ​ການ​ຄຸ້ມ​ຄອງ​ຢ່າງ​ເປັນ​ລະ​ບົບ. ພູ​ຜາ​ແມ່​ນ້ຳ, ປ່າ​ໄມ້, ໜອງ​ບຶງ,ທົ່ງ​ນາ ທົ່ງ​ຫຍ້າ,ທະ​ເລ​ຊາຍ​ ​ເປັນ​ລະ​ບົບ​ນິ​ເວດ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້.ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ບໍ່​ຄວນ​ເຮັດ​ແບບ​ພໍ້​ບັນຫາ​ຢູ່ບອ່ນໃດແລ້ວຈຶ່ງ​ໄປ​ປັບປຸງ​ຢູ່​ບ່ອນ​ນັ້ນ. ພວກ​ເຮົາ​ຕ້ອງ​ປະຕິບັດ​ຕາມ​ກົດ​ເກນ​​ສະ​ເພາະຕົວ​ຂອງລະບົບ​ນິ​ເວດ, ພິຈາລະນາ​ເຖິງທຸກ​ປັດ​ໄຈ​ໃນ​ລະບົບ​ນິ​ເວດ​ຢ່າງ​ເປັນເອກະພາບ​ກັນ.ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ເພີ່ມ​ຄວາມ​ສາ​ມາດ​ໃຫ້​ກັບ​ຮອບ​ໝູນ​ວຽນ​ຂອງ​ລະ​ບົບ​ນິ​ເວດ, ປົກ​ປັກ​ຮັກ​ສາ​ຄວາມສົມ​ດຸນຂອງ​ລະ​ບົບ​ນິ​ເວດ.

——坚持以人为本。生态环境关系各国人民的福祉,我们必须充分考虑各国人民对美好生活的向往、对优良环境的期待、对子孙后代的责任,探索保护环境和发展经济、创造就业、消除贫困的协同增效,在绿色转型过程中努力实现社会公平正义,增加各国人民获得感、幸福感、安全感。

ຍຶດ​ໝັ້ນ​ຖື​ຄົນ​ເປັນ​ກົກ. ສິ່ງ​ແວດ​ລ້ອ​ມ​ນິ​ເວດ​ໄດ້​ພົວ​ພັນ​ເຖິງ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ. ພວກເຮົາຕ້ອງພິຈາລະນາຢ່າງເຕັມສ່ວນເຖິງຄວາມ ມຸ່ງຫວັງຂອງປະຊາຊົນທີ່​ຢາກມີຊີວິດການເປັນຢູ່ທີ່ດີງາມ, ຄວາມປາຖະໜາຕໍ່ສິ່ງແວດລ້ອມທີ່ດີງາມແລະ ຄວາມຮັບຜິດຊອບທີ່ມີຕໍ່ລູກຫຼານລຸ້ນຫລັງ. ຄົ້ນ​ຄວ້າກ່ຽວກັບຂອດປະສານສົມທົບ​ເພື່ອເພີ່ມປະສິດທິຜົນ​ລະຫວ່າງການອະນຸລັກສິ່ງແວດລ້ອມ ກັບ ການພັດທະນາເສດຖະກິດໃຫ້ໄປຄຽງຄູ່ກັນ, ສ້າງຕຳແໜ່ງ​ວຽກ​ເຮັດ​ງານ​ທຳ ກັບ ການລຶບລ້າງຄວາມທຸກຍາກ, ພະຍາຍາມສ້າງຄວາມຍຸດຕິທຳ ແລະ ​ເປັນ​ທຳ​ທາງ​ສັງຄົມ​ໃຫ້ສຳເລັດຜົນໃນ​​ຂະ​ບວນການ​ຫັນ​ເປັນ​ຮູບ​​ການ​ພັດທະນາ​ແບບ​ສີຂຽວ.ເຮັດ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ​ມີ​ຄວາມ​ຮູ້​ສຶກວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ມີ​ຄວາມ​ສຸກ​ແລະ​ຄວາມ​ປອດ​ໄພ​ເພີ່ມ​ຂຶ້ນ​

 

——坚持多边主义。我们要坚持以国际法为基础、以公平正义为要旨、以有效行动为导向,维护以联合国为核心的国际体系,遵循《联合国气候变化框架公约》及其《巴黎协定》的目标和原则,努力落实2030年可持续发展议程;强化自身行动,深化伙伴关系,提升合作水平,在实现全球碳中和新征程中互学互鉴、互利共赢。要携手合作,不要相互指责;要持之以恒,不要朝令夕改;要重信守诺,不要言而无信。

ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ. ພວກ​ເຮົາ​ຕ້ອງ​ຍຶດໝັ້ນການ​ຖື​ເອົາ​ກົດໝາຍ​ສາກົນ​ເປັນ​ພື້ນຖານ, ຖື​ເອົາ​ຄວາມ​ຍຸດຕິ​ທຳ ​ແລະ​ຄວາມ​ເປັນ​ທຳ​ເປັນ​ຈຸດປະສົງ​ຕົ້ນຕໍ, ຖື​ເອົາ​ການ​ເຄື່ອນ​ໄຫວ​ທີ່​ມີ​ປະສິດທິ​ຜົນ​ເປັນ​ທິດ​ຊີ້​ນຳ, ຮັກສາ​ລະບົບ​ສາກົນ​ທີ່​ຖື​​ອົງການ​ສະຫະ​ປະຊາ​ຊາດ​ເປັນ​ແກນ​ກາງ, ປະ​ຕິ​ບັດ​ຕາມເປົ້າ​ໝາຍ​ແລະ​ຫຼັກ​ການ​ຂອງ“​ສົນ​ທິ​ສັນ​ຍາຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ” ​ພ້ອມ​ດ້ວຍ​ສັນ​ຍາ​ປາ​ຣີ, ພະ​ຍາ​ຍາມ​ສູ້​ຊົນ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ2030, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ໃຫ້​ເຂັ້ມ​ແຂງ, ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ຍົກ​ສູງ​ລະ​ດັບ​ການ​ຮ່ວມ​ມື, ຮຽນ​ຮູ້​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ,ເຮັດ​ໃຫ້​ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ຂະ​ບວນ​ການ​ເດີນ​ທາງ​ຄັ້ງໃໝ່​ເພື່ອບັນ​ລຸ​ເປົ້າ​ໝາຍ​ເຮັດ​ໃຫ້​ໂລກ​ ​ປອດ​ກາກບອນ​. ຕ້ອງ​​ເກາະ​ແຂນຮ່ວມ​ມື​ກັນ, ບໍ່​ຄວນ​ຕຳ​ໜິ​ເຊິ່ງກັນ​ແລະ​ກັນ; ຄວນ​ຍຶດໝັ້ນ​ການດຳເນີນງານຢ່າງ​ຕໍ່​ເນື່ອງ, ບໍ່​ຄວນ​ຫັນປ່ຽນ​ນະ​ໂຍບາຍ​ຕາມ​ໃຈ; ຄວນ​ຮັກສາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ໜັກແໜ້ນ, ບໍ່​ຄວນ​ປະພຶ​ດຕົວ​ແບບ​ບໍ່​ສອດຄ່ອງ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ.

 

中方欢迎美方重返多边气候治理进程。中美刚刚共同发布了《应对气候危机联合声明》,中方期待同包括美方在内的国际社会一道,共同为推进全球环境治理而努力。

ຈີນ​ຊົມ​ເຊີຍ​ອາ​ເມ​ຣິ​ກາທີ່​ກັບ​ຄືນ​​ເຂົ້າສູ່​ຂະ​ບວນ​ການປົວ​ແປງ​ດິນ​ຟ້າ​ອາ​ກາດຫຼາຍ​ຝ່າຍ. ຈີນ ແລະ​ອາ​ເມ​ຣິ​ກາ​ຫາ​ກໍ​ຮ່ວມ​ກັນ​ເຜີຍ​ແຜ່ “ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາ​ກາດ”, ຈີນ​ຫວັງ​​ຢາກຮ່ວມ​ມື​ກັບ​ປະ​ຊາ​ຄົມ​ໂລກ​ເຊິ່ງ​ລວມ​ທັງ​ອາ​ເມ​ຣິ​ກາ, ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ຂອງ​ໂລກ​ໃຫ້​ດີ​ຂຶ້ນ.

——坚持共同但有区别的责任原则。共同但有区别的责任原则是全球气候治理的基石。发展中国家面临抗击疫情、发展经济、应对气候变化等多重挑战。我们要充分肯定发展中国家应对气候变化所作贡献,照顾其特殊困难和关切。发达国家应该展现更大雄心和行动,同时切实帮助发展中国家提高应对气候变化的能力和韧性,为发展中国家提供资金、技术、能力建设等方面支持,避免设置绿色贸易壁垒,帮助他们加速绿色低碳转型。

-ຍຶດ​ໝັ້ນໃນຫຼັກ​ການ​ທີ່​ມີ​ໜ້າ​ທີ່​ຮ່ວມ​ກັນ​ແຕ່​ສະຫງວນຄວາມ​ແຕກ​ຕ່າງ​ກັນ. ຫຼັກ​ການ​ທີ່​ມີ​ໜ້າ​ທີ່​ຮ່ວມ​ກັນ​ແຕ່​ສະຫງວນຄວາມ​ແຕກ​ຕ່າງ​ກັນ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ປົວ​ແປງ​ດິນ​ຟ້າອ​າ​ກາດ​ຂອງ​ໂລກ. ປະ​ເທດ​ພວມ​ພັດ​ທະ​ນາ​​ໄດ້ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ເຊັ່ນ: ​ການຕ້ານ​ກັບ​ພະ​ຍາດ​, ​ການພັດ​ທະ​ນາ​ເສດ​ຖະ​ກິດ, ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າອ​າ​ກາດ ແລະ​ອື່ນໆ. ພວກ​ເຮົາ​ຕ້ອງຍອມ​ຮັບ​ຢ່າງ​ເຕັມ​ສ່ວນ​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ຄຳ​ນຶງ​ເຖິງ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ກັງ​ວົນ​ພິ​ເສດ​ຂອງ​ເຂົາ​ເຈົ້າ. ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຄວນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ອຸ​ດົມ​ການ​ທີ່​ຍິ່ງ​ໃຫຍ່ ແລະ ການ​ເຄື່ອນ​ໄຫວຫຼາຍກວ່າ​ເກົ່າ, ພ້ອມ​ທັງ​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ​ຍົກ​ສູງ​ຄວາມ​ສາ​ມາດ ແລະ ຄວາມ​ເຂັ້ມ​ແຂງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​​ດິນ​ຟ້າອ​າ​ກາດ, ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ເງິນ​ທຶນ, ເຕັກ​ໂນ​ໂລ​ຊີ, ເສີມ​ສ້າງ​ຄວາມ​ສາ​ມາດ ແລະ​ດ້ານ​ອື່ນໆ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ, ຫຼີກ​ລ່ຽງ​ກຳ​ແພງ​ດ້ານ​ການ​ຄ້າ​ສີ​ຂຽວ, ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ເລັ່ງ​ລັດ​ກາ​ນ​ຫັນ​ປ່ຽນ​ເປັນ​ຮູບ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ.

 

各位同事!

ບັນ​ດາ​ເພື່ອນ​ຮ່ວມ​ງານ

中华文明历来崇尚天人合一、道法自然,追求人与自然和谐共生。中国将生态文明理念和生态文明建设写入《中华人民共和国宪法》,纳入中国特色社会主义总体布局。中国以生态文明思想为指导,贯彻新发展理念,以经济社会发展全面绿色转型为引领,以能源绿色低碳发展为关键,(坚持走生态优先、绿色低碳的发展道路)

​​ແຕ່​ໃດໆ​ມາ, ອະ​ລິ​ຍະ​ທຳ​ຈີນ​ໄດ້​ສົ່ງ​ເສີມ​​ຄົນ​ກັບ​ທຳ​ມະ​ຊາດໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ ແລະ ປະ​ຕິ​ບັດ​ຕາມ​ກົດ​ເກນ​ທຳ​ມະ​ຊາດ, ສະ​ແຫວງ​ຫາ​ການ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ. ຈີນ​ໄດ້​​ຕົກ​ລົງ​ເອົາ​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ ແລະ ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ເຂົ້າ​ໃນ “ລັດ​ຖະ​ທຳ​ມະ​ນູນ​ແຫ່ງ​ສ​ປ​ຈີນ”, ແລະ​ຈັດ​ເຂົ້າ​ໃນ​ແຜນ​ແມ່​ບົດ​​ກ່ຽວ​ກັບ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ຈີນ​​ໄດ້ຖື​ເອົາ​ແນວ​ຄວາມ​ຄິດ​ແຫ່ງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ເປັນ​​ທິດ​ຊີ້​ນຳ, ຈັດ​ຕັ້ງ​ປ​ະ​ຕິ​ບັດ​ແນວ​ຄວາມ​ຄິດ​ການ​ພັດ​ທະ​ນາ​ໃໝ່, ຖື​ເອົາ​ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມເປັນ​ແບບ​ສີ​ຂຽວ​ຢ່າງ​ຮອບ​ດ້ານ​ນັ້ນ​ເປັນ​ສິ່ງ​ນຳ​ພາ, ຖື​ເອົາ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ສີ​ຂຽວ ແລະ ກາກບອນ​ຕ່ຳ​ເປັນ​ຂໍ​ກຸນ​ແຈ, ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ຖື​ສິ່ງ​ແວດ​ລ້ອມ​ນິ​ເວດ​ເປັນ​ບູ​ລິ​ມະ​ສິດ, ​ແບບສີ​ຂຽວ​ແລະ​ກາກບອນ​ຕ່ຳ.

 

去年,我正式宣布中国将力争2030年前实现碳达峰、2060年前实现碳中和。这是中国基于推动构建人类命运共同体的责任担当和实现可持续发展的内在要求作出的重大战略决策。(中国承诺实现从碳达峰到碳中和的时间,远远短于发达国家所用时间,需要中方付出艰苦努力。中国将碳达峰、碳中和纳入生态文明建设整体布局,正在制定碳达峰行动计划,广泛深入开展碳达峰行动,支持有条件的地方和重点行业、重点企业率先达峰。中国将严控煤电项目,“十四五”时期严控煤炭消费增长、“十五五”时期逐步减少。此外,中国已决定接受《〈蒙特利尔议定书〉基加利修正案》,加强非二氧化碳温室气体管控,还将启动全国碳市场上线交易。)

ປີ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ, ຈີນ​ຈະ​ພະ​ຍາ​ຍາມ​ສູ້​ຊົນໃຫ້ບັນລຸເປົ້າໝາຍການລະບາຍກາກບອນໃຫ້ເຖິງຈຸດສູງສຸດ​ກ່ອນ​ປີ 2030, ແລະ ບັນ​ລຸການປອດກາກບອນ​ກ່ອນ​ປີ 2060. ນີ້​ແມ່ນ​ຍຸດ​ທະ​ສາດ​ສຳ​ຄັນ​ຂອງ​ຈີນ​ທີ່​ກຳ​ນົດ​ຂຶ້ນ​ບົນ​ພື້ນ​ຖານ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພາຍ​ໃນ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.ກຳນົດເວລາທີ່ຈີນໃຫ້ຄຳໝັ້ນສັນຍາກ່ຽວກັບການບັນລຸເປົ້າໝາຍການລະບາຍກາກບອນໃຫ້ເຖິງຈຸດສູງສຸດຈົນຮອດການປອດກາກບອນຕາມຄາດໝາຍແມ່ນໜ້ອຍ ກວ່າກຳນົດເວລາຂອງປະເທດທີ່ພັດທະນາແລ້ວຢ່າງຫຼວງຫຼາຍ.  ຈີນ​ຕ້ອງ​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງຫຼວງຫຼາຍ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ. ຈີນໄດ້ຈັດເອົາການລະບາຍກາກບອນດີອົກຊິດໃຫ້ເຖິງຈຸດສູງສຸດແລະການປອດກາກບອນດີອົກຊິດເຂົ້າໃນແຜນແມ່ບົດກ່ຽວກັບການສ້າງຄວາມສິວິໄລດ້ານນິເວດ, ພວມສ້າງແຜນດຳເນີນງານທີ່ລະບາຍກາກບອນ ໃຫ້ເຖິງຈຸດສູງສຸດ ແລະລົງເລິກຈັດ​ຕັ້ງ​ປະ​ຕິ​ບັດການເຄື່ອນໄຫວທີ່ກ່ຽວຂ້ອງຢ່າງກວ້າງຂວາງ, ສະໜັບສະໜູນທ້ອງຖິ່ນທີ່ມີເງື່ອນໄຂພ້ອມ ແລະ ຂະແໜງການ ວິສາຫະກິດທີ່ສຳຄັນນຳໜ້າລະບາຍກາກບອນໃຫ້ເຖິງຈຸດສູງສຸດຕາມຄາດໝາຍ. ຈີນຈະຄວບຄຸມໂຄງການຜະລິດໄຟຟ້າດ້ວຍຖ່ານຫີນຢ່າງເຂັ້ມງວດ, ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຈະຄວບຄຸມການເຕີບໂຕຂອງການບໍລິໂພກຖ່ານຫີນຢ່າງເຂັ້ມງວດ, ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຈະຫຼຸດການບໍລິໂພກຖ່ານຫີນໃຫ້ໜ້ອຍລົງເທື່ອລະກ້າວ. ນອກນີ້, ຈີນໄດ້ຕົກລົງຮັບເອົາ “ອະນຸສັນຍາມອນເຕຼວ-ກີກາລີສະບັບດັດແກ້, ເພີ່ມທະວີການຄວບຄຸມອາຍພິດເຮືອນແກ້ວທີ່ບໍ່ແມ່ນປະເພດກາກບອນດີອອກຊິດ, ນອກນີ້ຍັງຈະເລີ່ມເປີດການຄ້າຂາຍສິດການລະບາຍກາກບອນດີອົກຊິດໃນຕະຫຼາດທົ່ວປະເທດ.

作为全球生态文明建设的参与者、贡献者、引领者,中国坚定践行多边主义,努力推动构建公平合理、合作共赢的全球环境治理体系。中方将在今年10月承办《生物多样性公约》第十五次缔约方大会,同各方一道推动全球生物多样性治理迈上新台阶,支持《联合国气候变化框架公约》第二十六次缔约方会议取得积极成果。中方秉持“授人以渔”理念,通过多种形式的南南务实合作,尽己所能帮助发展中国家提高应对气候变化能力。从非洲的气候遥感卫星,到东南亚的低碳示范区,再到小岛国的节能灯,中国应对气候变化南南合作成果看得见、摸得着、有实效。(中方还将生态文明领域合作作为共建“一带一路”重点内容),发起了系列绿色行动倡议,采取绿色基建、绿色能源、绿色交通、绿色金融等一系列举措,持续造福参与共建“一带一路”的各国人民。

ໃນ​ຖາ​ນະ​ເປັນ​ຜູ້​ເຂົ້າ​ຮ່ວມ ຜູ້​ປະ​ກອບ​ສ່ວນ ແລະ ຜູ້​ນຳ​ໜ້າ​ໃນ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ, ຈີນ​ເດັດ​ດ່ຽວ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ,ພະ​ຍາ​ຍາມ​ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ຂອງ​ໂລກ​ທີ່​ຍຸດ​ຕິ​ທຳ ສົມ​ເຫດ​ສົມ​ຜົນ ແລະ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ໃນ​ເດືອນ​ຕຸ​ລາ​ປີ​ນີ້​ຈີນ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ພາ​ຄີ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ຄວາມຫຼາກຫຼາຍ​ທາງ​ຊີ​ວະ​ນາ​ນາ​ພັນ​ຄັ້ງ​ທີ 15, ຮ່ວມ​ກັບ​ບັນ​ດາ​ຝ່າຍ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ຄວາມຫຼາກຫຼາຍ​ທາງຊີ​ວະ​ນາ​ນາ​ພັນ​ຂອງ​ໂລກ​ໃຫ້​ມີ​ລະ​ດັບ​ສູງກວ່າ​ເກົ່າ, ສະ​ໜັບ​ສະ​ໜູນ ກອງ​ປະ​ຊຸມ​ພາ​ຄີ“ສົນ​ທິ​ສັນ​ຍາ​ຂອບ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຂອງ​ອົງ​ການ​ສ​ປ​ຊ”​ຄັ້ງ​ທີ 26 ​ໃຫ້ໄດ້​ຮັບ​ຜົນ​ງານ​ທີ່​ຕັ້ງ​ໜ້າ. ຈີນ​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ທີ່ “​ສອນ​ວິ​ທີ​ຫາ​ປາ​ໃຫ້”, ຜ່ານ​ການ​ຮ່ວມ​ມື​ໃຕ້​ໃຕ້​ດ້ວຍຫຼາຍ​ຮູບ​ແບບ, ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ. ຈາກ​ດາວ​ທຽມ​ວັດ​ແທກ​ດິນ​ຟ້າ​ອາ​ກາດ​ຂອງ​ອາ​ຟ​ຣິ​ກາ ຮອດ ເຂດ​ສາ​ທິດ​ກາກບອນ​ຕ່ຳ​​ຢູ່ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ​ຕະຫຼອດ​ຮອດ​ໄຟ​​ຟ້າປະ​ຢັດ​ພະ​ລັງ​ງານ​ຢູ່​ປະ​ເທດ​ເກາະ​ດອນ, ຈີນ​ໄດ້​ຮັບ​ຜົນ​ງານ​ຕົວ​ຈິງ​ໃນ​ການ​ຮ່ວມ​ມື​ໃຕ້​ໃຕ້​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.ຈີນ​ໄດ້​ກຳ​ນົດ​ເອົາການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ເປັນ​ເນື້ອ​ໃນ​ສຳ​ຄັນ​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ໄດ້​ລິ​ເລີ່ມ​ຈັດ​ການ​ເຄື່ອນ​ໄຫວ​ສີ​ຂຽວ​ຕ່າງໆ, ​ເຊັ່ນ: ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງແບບ​ສີ​ຂຽວ, ພະ​ລັງ​ງານ​ສີ​ຂຽວ, ຄົມ​ມະ​ນາ​ຄົມ​ສີ​ຂຽວ, ການ​ເງິນ​ສີ​ຂຽວ ແລະ​ອື່ນໆ, ​ເພື່ອສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ຕໍ່​ເນື່ອງ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ສ້າງ “ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ”.

 

各位同事!

ບັນ​ດາ​ເພື່ອນ​ຮ່ວມ​ງານ!

“众力并,则万钧不足举也。”气候变化带给人类的挑战是现实的、严峻的、长远的。但是,我坚信,只要心往一处想、劲往一处使,同舟共济、守望相助,人类必将能够应对好全球气候环境挑战,把一个清洁美丽的世界留给子孙后代。

“ຖ້າຄົນ​ທັງຫຼາຍ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ເຖິງ​ຈະ​ໜັກ​ສ່ຳ​ໃດ​ກໍ​ສາ​ມາດ​ຍົກ​ຂຶ້ນ​ໄດ້.” ການ​ປ່ຽນ​ແປງ​​ຂອງດິນ​ຟ້າ​ອາ​ກາດ​ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ຕົວ​ຈິງ​ທີ່​ໜັກ​ໜ່ວງ ແລະ​ຍາວ​​ນານ​ໃຫ້​ກັບ​ມວນ​ມະ​ນຸດ. ແຕ່​ວ່າ​ຂ້າ​ພະ​ເຈົ້າ​​ກໍເຊື່ອ​ໝັ້ນ​ວ່າ, ຂໍ​​ພຽງແຕ່​ພວກ​ເຮົາ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ແລະ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ມວນ​ມະ​ນຸດ​ກໍ​ຈະ​ສາ​ມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ຢ່າງ​ແນ່ນອນ, ​ສ້າງໂລກ​ທີ່​ສະ​ອາດ ແລະ ສວຍ​ງາມ​ປະ​ໄວ້​ໃຫ້​ລູກຫຼານ​ລຸ້ນຫຼັງ.

谢谢大家。

​ຂໍຂອບ​ໃຈ.

ຄຳ​ເຫັນ

0