何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສິ​ຈິ້ນ​ຜິງກ່າວ​ວ່າ: ເຄັດ​ລັບ​ ​ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ຈີນ​ແມ່ນ​ອຸ​ດົມ​ການ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ

2021-04-26 10:24:48 CRI

ທ່ານ​ສິ​ຈິ້ນ​ຜິງກ່າວ​ວ່າ: ເຄັດ​ລັບ​ ​ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ຈີນ​ແມ່ນ​ອຸ​ດົມ​ການ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ_fororder_1127375729_16193990938951n

ຕອນ​ເຊົ້າ​ວັນ​ທີ 25 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດທີ່​ພວມ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ອະ​ນຸ​ສອນ​ສະ​ຖານ​ບັ້ນ​​ຮົບແມ່​ນ້ຳ​ຊ່ຽງ​ຈ່ຽງ​ໃນ​ການ​ເຄື່ອນ​ທັບ​ທາງ​ໄກ​ຂອງ​ກອງ​ທັບ​ແດງ​ຢູ່​ຕາ​ແສງ​ໄຊວ່ານ ເມືອງ​ຊວນ​ໂຈ່​ນະ​ຄອນ​ກຸ້ຍ​ຫຼິນ, ​ທ່ານ​ໄດ້​ວາງ​ກະ​ຕ່າ​ດອກ​ໄມ້​​ຢູ່​ຕໍ່​ໜ້າ​ຫີນ​ແກະ​ສະຫຼັກນັກ​ຮົບ​ກອງ​ທັບ​ແດງ​ຜູ້​ເສຍ​ສະຫຼະ​ຊີ​ວິດ​ໃນ​ບັ້ນ​ຮົບ​ແມ່​ນ້ຳ​ຊ່ຽງ​ຈ່ຽງ, ທັງ​ໄດ້​ຢ້ຽມ​ຊົມ​ຫໍ​ວາງ​ສະ​ແດງ​ບັ້ນ​ຮົບ​ແມ່​ນ້ຳ​ຊ່ຽງ​ຈ່ຽງ​ໃນ​ການ​ເຄື່ອນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​ຈີນ.

 

ທ່ານ​ສິ​ຈິ້ນ​ຜິງກ່າວ​ວ່າ: ເຄັດ​ລັບ​ ​ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ຈີນ​ແມ່ນ​ອຸ​ດົມ​ການ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ_fororder_1127375729_16193991059891n

 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, “ບັ້ນ​ຮົມ​ແມ່​​ນ້ຳ​ຊ່ຽງ​ຈ່ຽງ, ແມ່ນ​ບັ້ນ​ຮົບ​ຄັ້ງ​ໜຶ່ງ​ທີ່​ມີ​ຜູ້​ເສຍ​ສະຫຼະຊີ​ວິດ​ຢ່າງ​ຫຼວງຫຼາຍ ແລະ ໜ້າ​​ເຊີດ​ຊູ​ໃນ​ການ​ປະ​ຕິ​ວັດ​ຂອງ​ຈີນ,​ທັງ​ແມ່ນ​ເຫດ​ການ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ຄັ້ງ​ໜຶ່ງ​ທີ່​ພົວ​ພັນ​ເຖິງ​ການ​ຄົງ​ຕົວ​ຂອງ​ການ​ປະ​ຕິ​ວັດ​ຈີນ. ນາຍ​ ແລະ​ພົນ​ທະ​ຫານ​ຂອງກອງ​ທັບ​ແດງ​ທີ່​ສູ້​ຮົບ​ຢ່າງ​ເອົາ​ເປັນ​ເອົາ​ຕາຍ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​ແມ່ນ​ອາ​ໄສ​ຫຍັງ? ​ກໍແມ່ນ​ອາ​ໄສ​ອຸ​ດົມ​ການ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ, ເຄັບ​ລັບ​ຂອງ​ຜົນ​ສຳ​ເລັດ​ກໍ​ຂຶ້ນ​ຢູ່​ກັບ​ຈຸດ​ນີ້, ອຸ​ດົມ​ການ​ປະ​ຕິ​ວັດ​ຢູ່​ເໜືອ​ທຸກ​ສິ່ງ​ຢ່າງ, ດັ່ງ​​ນັ້ນ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ໄຊ​ຊະ​ນະ​ແບບ​ມະ​ຫັດ​ສະ​ຈັນ​ຢ່າງ​ບໍ່​ຢຸດ​ຢັ້ງ. ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ຕໍ່​ໄປ ແລະ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ກໍ​ຕ້ອງ​ສ້າງຄວາມ​ໝັ້ນ​ໃຈ​ທີ່​ຈະ​​ເອົາ​ຊະ​ນະ​ໄດ້​ຢ່າງແນ່ນອນ. ເຖິງ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ທີ່​ໃຫຍ່ຫຼວງ​ປານ​ໃດ​ກໍ​ຕາມ, ຂໍ​​ພຽງແຕ່​ຫວນ​ຄືນ​ເຖິງ​​ຈິດ​ໃຈການ​ເຄື່ອນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ, ແລະ ບັ້ນ​ຮົບ​ແມ່​ນ້ຳ​ຊ່ຽງ​ຈ່ຽງ​ທີ່​ມີ​ນາຍ​ແລະ​ພົນ​ທະ​ຫານ​ເສຍ​ສະຫຼະ​ຢ່າງຫຼວງຫຼາຍ​. ເຊື່ອ​ວ່າ ບັນ​ດາ​ສະ​ຫາຍ​ຈະ​ໄດ້​ຮັບ​ການ​ຝຶກ​ຝົນຫຼໍ່ຫຼອມ​ຈິດ​ວິນ​ຍານ​ແບບ​ນີ້ ແລະ ​ສາ​ມາດຍົກ​ລະ​ດັບ​ຈິດ​ໃຈ​ໃຫ້​ສູງສົ່ງກວ່າ​ເກົ່າ.”

 

ຄຳ​ເຫັນ

0