覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຢູ່​ນິງ​ເຕີກ່ຽວ​ກັບ​ການ​ລົງ​ຮາກ​ຖານ 4 ດ້ານ ພາກ​ທີ 1

2021-05-06 09:28:24 cri


 

ພາຍຫຼັງ​ທ່ານ​ສີ​ຈິ້ນ​ຜິງ​ໄປ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ​ແລ້ວ, ສິ່ງ​ທຳ​ອິດ​ທີ່​ທ່ານ​ໄດ້​ປະ​ຕິ​ບັດ​ນັ້ນ​ກໍ​ຄືລົງ​ຮາກ​ຖານ​ເພື່ອ​ດຳ​ເນີນ​ການ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ. ທ່ານ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ວຽກ​ງານ​ຂັ້ນ​ຮາກ​ຖານ​ເປັນ​ພິ​ເສດ, ທ່ານ​ໄດ້​ສະ​ເໜີ​ຂໍ້​ຮຽກ​ຮ້ອງ​ໄປ​ຍັງ​ສະ​ມາ​ຊິກ​ພັກໂດຍ​ສະ​ເພາະ​ແມ່ນ​ພະ​ນັກ​ງານ​ການ​ນຳ​ທຸກ​ຖ້ວນ​ໜ້າຂອງ​ນິງ​ເຕີ​ໃຫ້ “ລົງ​ຮາກ​ຖານ 4 ດ້ານ”​​​ຄື: ລົງ​ຮາກ​ຖານ​ເພື່ອເກັບກຳ​ຄຳຮ້ອງທຸກຈາກປະຊາຊົນ, ລົງ​ຮາກຖານ​ເພື່ອປະ​ຕິ​ບັດ​ງານ​ກັບ​ທີ່, ລົງ​ຮາກ​ຖານ​ເພື່ອສຳຫຼວດ​ຄົ້ນ​ຄວ້າ,ລົງ​ຮາກ​ຖານ​ເພື່ອ​ໂຄສະນາເຜີຍ​ແຜ່​​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ.
 

ກ່ຽວ​ກັບ “ການ​ລົງ​ຮາກ​ຖານ 4 ດ້ານ”, ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ນັກ​ງານ​ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ​​ມີ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ທີ່​ສຸດ​ຕໍ່​ທ່ານ​ສີ​ຈິ້ນ​ຜິງ​ນັ້ນ​ກໍ​ຄື ການ​ລົງ​ຮາກ​ຖານ​ເພື່ອ​ສຳຫຼວດ​ຄົ້ນ​ຄວ້າ. ​ສຳ​ລັບບ້ານ​ຫ່າງ​ໄກ​ສອກຫຼີກຕາມປົກ​ກະ​ຕິ​ກໍ່​ບໍ່​ສູ້​ມີ​ຄົນ​ໄປ​ເຖິງ, ແຕ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດ​ຄົ້ນ​ຄວ້າ​ຢ່າງ​ທົ່ວ​ເຖິງ. ບາງ​ບ້ານ​ທີ່​ລົດ​ເຂົ້າ​ໄປ​ບໍ່​ໄດ້, ທ່ານ​ກໍ​ຍ່າງ​ເຂົ້າ​ໄປ​ເພື່ອ​ຮັບ​ຮູ້​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຕົວ​ຈິງ​ຂອງ​ປະ​ຊາ​ຊົນ. ທ່ານ​ກ່າວ​ວ່າ, ມີ​ແຕ່​ເຮັດ​ແນວ​ນີ້​ຈິ່ງ​ຈະ​ໄດ້​ເຫັນ​ສະ​ພາບ​ຕົວ​ຈິງ.

 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຢູ່​ນິງ​ເຕີກ່ຽວ​ກັບ​ການ​ລົງ​ຮາກ​ຖານ 4 ດ້ານ ພາກ​ທີ 1_fororder_四下基层1-1
 

ເດືອນ​ມັງ​ກອນ​ປີ1989, ທ່ານ​ສີ​ຈິ້ນ​ຜິງ (ຜູ້​ທີ​ສອງ​ຢູ່​ແຖວ​ໜ້າ​ແຕ່​ຂວາ​ໄປ​ຊ້າຍ)​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​ເມືອງ​ນິງ​ເຕີ.
 

 ໃນ​ເວ​ລາ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຫາ​ປະ​ຊາ​ຊົນ​ຢ່າງ​ໃກ້​ຊິດ, ໂດຍ​ໄດ້​ເວົ້າ​ຄຳ​ສັບທີ່​ປະ​ຊາ​ຊົນ​ຟັງ​ເຂົ້າ​ໃຈ​ງ່າຍ, ຖາມ​ຫາ​ສິ່ງ​ທີ່​ປະ​ຊາ​ຊົນ​ສົນ​ໃຈທີ່​ສຸດ. ທ່ານ​ເຫັນ​ວ່າ ການ​ເຮັດ​ວຽກ​ຂັ້ນ​ຮາກ​ຖານ​ໃຫ້​ດີ, ພະ​ນັກ​ງານ​ບ້ານ​ແມ່ນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ. ມີ​ເທື່ອ​ໜຶ່ງ, ທ່ານ​ໄດ້​ກ່າວ​ໃນ​ເວ​ລາ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​ບ້ານ​ໜຶ່ງວ່າ: “ຄັນ​ຢາກ​ເປັນ​ພະ​ນັກ​ງານ​ບ້ານ​ທີ່​ດີ, ຕ້ອງ​ເຮັດຫຼາຍ​ວຽກ​ໃຫ້​ດີ​ຄື ໜຶ່ງ, ຕ້ອງ​ມີ​ອຸ​ດົມ​ການ​ທີ່​ນຳ​ພາ​ປະ​ຊາ​ຊົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ, ກ່ອນ​ອື່ນ​ໝົດ ຕ້ອງ​ກ້າ​ນຳ​ພາ​ປະ​ຊາ​ຊົນ​ໃຫ້​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ສອງ, ຫ້າມ​ບໍ່​ໃຫ້ສວຍ​ໃຊ້​ສິດ​ຕຳ​ແໜ່ງ​ຍັກ​ຍອກ​ຜົນ​ປະ​ໂຫຍດ​ສ່ວນ​ລວມ, ບໍ່​ສະ​ເພາະ​ແຕ່​ເຄື່ອງ​ຂອງ​ຂອງ​ປະ​ຊາ​ຊົນ​ເທົ່າ​ນັ້ນ, ເຄື່ອງ​ຂອງ​ລວມ​ໝູ່​ກໍ​ຫ້າມ​ບໍ່​ໃຫ້​ຍັກ​ຍອກ​ເຊັ່ນ​ກັນ. ສາມ, ເມື່ອ​ພົບ​ພໍ້​ບັນ​ຫາ​ຄວນ​ປຶກ​ສາ​ຫາ​ລື​ກັບ​ປະ​ຊາ​ຊົນ​ໃຫ້ຫຼາຍ, ແກ້​ໄຂວຽກ​ງານ​ຕ້ອງ​ມີ​ຄວາມ​ຍຸ​ຕິ​ທຳ.”
 

ຄຳ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ແມ່ນ​ເວົ້າ​ຖືກ​ຈຸດ​ແລະ​ຕິດ​ແທດ​ຕົວ​ຈິງ​ທີ່​ສຸດ, ​ດັ່ງນັ້ນ ຄົນ​ທັງຫຼາຍ​ໄດ້​ຟັງ​ແລ້ວກໍ​ເຫັນ​ດີແລະງຶກ​ຫົວ​ຢູ່​ບໍ່​ເຊົາ ທັງ​ຮູ້​ສຶກໝັ້ນ​ໃຈຫຼາຍ​​ທີ່​ມີ​ການ​ນຳ​ຄື​ທ່ານ​ເປັນ​ຜູ້​ປົກ​ຄອງ​ປະ​ຊາ​ຊົນ.
 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຢູ່​ນິງ​ເຕີກ່ຽວ​ກັບ​ການ​ລົງ​ຮາກ​ຖານ 4 ດ້ານ ພາກ​ທີ 1_fororder_四下基层1-2
 

ເດືອນ​ມັງ​ກອນ​ປີ1989, ທ່ານ​ສີ​ຈິ້ນ​ຜິງ (ຜູ້​ທຳ​ອິດ​ທີ່​ຍ່າງ​ຢູ່​ທາງ​ໜ້າ)​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານແລະ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ທຳ​ມະ​ຊາດ​ຢູ່​ບ້ານ​ຈິວ​ຊ່ຽນ​ຕາ​ແສງ​ຈິວ​ຕູ່​ເມືອງ​ນິງ​ເຕີ.
 

 ທ້າຍ​ປີ1988, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​​ຕາ​ແສງ​ຫົງ​ໂຂ້ວ ເມືອງ​ນິງ​ເຕີ.​ຕາ​ແສງ​ຫົງ​ໂຂ້ວ ເປັນ​ໜຶ່ງ​ໃນ 4 ຕາ​ແສງທຸກ​ຍາກ​ທີ່​ສຸດ​ຢູ່​ເຂດ​ນິງ​ເຕີ ເຊີ່ງ​ຄື​ກັນ​ກັບ​ຕາ​ແສງ​ເຊ້ຍ​ຕັງ. ໃນ​ເວ​ລາ​ສຳຫຼວດ​ຄົ້ນ​ຄວ້າ, ທ່ານ​ໄດ້​ຮັບ​ຮູ້​ວ່າ ທົ່ວ​ຕ​າ​ແສງ​ຫົງ​ໂຂ້ວ ມີ​ປະ​ຊາ​ກອນ​ໜ້ອຍ, ​ແຕ່ມີ​ເນື້ອ​ທີ່​ນາ​ຂັ້ນ​ໄດກວ້າງ​ຂວາງ, ຜົນ​ຜະ​ລິດ​ທັນ​ຍາ​ຫານ​ຕ່ຳ, ສະ​ນັ້ນ, ທ່ານ​ກໍ​ໄດ້​ສະ​ເໜີ​ຂໍ້​ຮຽກ​ຮ້ອງ​ໄປ​ຍັງ​ຄະ​ນະ​ນຳ​ເມືອງວ່າ: “ຕາ​ແສງ​ຫົງ​ໂຂ້ວ​ເປັນ​ຕາ​ແສງ​ທີ່​ສ້າງ​ຕັ້ງ​​ຂຶ້ນໃໝ່, ບັນ​ດາ​ສະ​ຫາຍ​ຕ້ອງ​ອອກ​ແຮງ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ຄວາມ​ສາ​ມາດ, ຕ້ອງ​ສົ່ງ​ພະ​ນັກ​ງານ​ທີ່​ເກັ່ງ​ທີ່​ສຸດ​ໄປ​ເປັນ​ເລ​ຂາ​ພັກ​ແລະ​ທ່ານ​ຕາ​ແສງ.”ຫຼັງ​ຈາກ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ທິດ​ຊີ້​ນຳ​ຢ່າງ​ຈະ​ແຈ້ງ​ຕໍ່​ກັບ​ການ​ພັດ​ທະ​ນາ​ຕາ​ແສງ​ຫົງ​ໂຂ້ວ​ວ່າ: ອັນ​ທີ​ໜຶ່ງ, ຕາ​ແສງ​ຫົງ​ໂຂ້ວ​ຕັ້ງ​ຢູ່​ເຂດ​ພູ​ດອຍ, ການ​ປູກ​ໄມ້​ສ້າງ​ປ່າແນ່ນອນ​ຕ້ອງ​ເຮັດ​ຢູ່​ແລ້ວ, ຍັງ​ຕ້ອງ​ປູກ​ພືດ​ເສດ​ຖະ​ກິດ​ຈຳ​ນວນ​ໜຶ່ງ​ເຊັ່ນ ປູກ​ຊາ, ປູກ​ຕົ້ນ​ໄມ້​ໃຫ້​ໝາກ, ປູກ​ໄມ້​ໄຜ່​ເປັນ​ຕົ້ນ, ອັນ​ທີ​ສອງ, ຕາ​ແສງ​ແຫ່ງ​ນີ້​ມີ​ຊັບ​ພະ​ຍາ​ກອນ​ນ້ຳ​ອຸ​ດົມ​ສົມ​ບູນຫຼາຍ, ຄວນ​ສຳຫຼວດ​ເບິ່ງວ່າ ສາ​ມາດ​ສ້າງອ່າງ​ນ້ຳ​ເພື່ອ​ຜະ​ລິດ​ໄຟ​ຟ້າ​ນ້ຳ​ຕົກ​ຂະ​ໜາດ​ໃຫຍ່​ໄດ້ຫຼື​ບໍ.
 

 ໂດຍ​ປະ​ຕິ​ບັດຕາມ​ທິດ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ສີ, ​ອົງ​ການ​ປົກ​ຄອງ​ເມືອງ​ກໍ​ໄດ້​ແຕ່ງ​ຕັ້ງ​ພະ​ນັກ​ງານ​ທີ່​ມີ​ປະ​ສົບ​ການຫຼາຍຜູ້​ໜຶ່ງ​ໄປ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ຕາ​ແສງ​ຫົງ​ໂຂ້ວ, ​ເຊິ່ງ​ເລ​ຂາ​ພັກ​ທ່ານ​ນີ້​ໄດ້​ນຳ​ພາແລະ​ຊຸກ​ຍູ້​​ໃຫ້ວຽກ​ງານ​ດ້ານ​ຕ່າງໆ​ຂອງ​ຕາ​ແສງ​ຫົງ​ໂຂ້ວ​ກ້າວ​ເຂົ້າ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໄດ້​ຢ່າງວ່ອງ​ໄວ. ໃນ​ເວ​ລາ​ຕໍ່​ມາ, ໃນ​ເວ​ລາ​ສຳຫຼວດ​ການ​ສ້າງ​ທາງຢູ່​ຕາ​ແສງ​ຫົງ​ໂຂ້ວ, ພະ​ນັກ​ງານ​ທ້ອງ​ຖິ່ນ​ໄດ້​ພົບ​ວ່າ ມັນ​ຄື​ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງເຄີຍ​​ໄດ້ເວົ້າ​ວ່າ ຫົງ​ໂຂ້ວ​ແມ່ນ​ເໝາະ​ແກ່​ການ​ສ້າງ​ອ່າງ​ນ້ຳ​ເພື່ອ​ຜະ​ລິດ​ໄຟ​ຟ້າ​ນ້ຳ​ຕົກ. ໃນ​ທີ່​ສຸດ, ອ່າງ​ນ້ຳ​ຫົງ​ໂຂ້ວ​​ກໍໄດ້​ສ້າງ​ຂຶ້ນ​ທັງ​ສາ​ມາດ​ຜະ​ລິດກະ​ແສ​ໄຟ​ຟ້າ​ໄດ້, ທັງ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ຈຳ​ນວນ​ໜຶ່ງ, ຍັງ​ໄດ້​ສ້າງ​ຫົງ​ໂຂ້ວ​ໃຫ້​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງ, ການ​ພັດ​ທະ​ນາ​ທີ່​ເປັນ​ລະ​ບົບ​ຢ່າງ​ສຳ​ເລັດ​ຜົນ​ດັ່ງ​ກ່າວ​ນີ້​ໄດ້​ເລັ່ງໃຫ້​ຕາ​ແສງ​ຫົງ​ໂຂ້ວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກໄວ​ຂຶ້ນ.
 

ທ່ານ​ສີ​ຈິ້ນ​ຜິງ​ບໍ່​ພຽງ​ແຕ່​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​ຂັ້ນ​ຮາກ​ຖານ​ເທົ່າ​ນັ້ນ, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ວຽກ​ງານ​ອັນ​ໜັກ​ໜ່ວງ​ສົ​ມ​ຄວນ​ໃນ​ດ້ານ​ການເກັບກຳ​ຄຳຮ້ອງທຸກຈາກປະຊາຊົນ​ຢູ່​ນິງ​ເຕີ, ທ່ານ​ໄດ້​ມີ​ຂໍ້​ຮຽກ​ຮ້ອງວ່າ ການ​ເຮັດ​ວຽກເກັບກຳ​ຄຳຮ້ອງທຸກຈາກປະຊາຊົນ​ກໍ​ຕ້ອງ​ລົງ​ຮາກ​ຖານ​ເຊັ່ນ​ກັນ. ເວົ້າ​ໃຫ້​ລະ​ອຽດ​ແລ້ວ​ກໍ​​ແມ່ນ: ໃຫ້​ການ​ນຳ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ເມືອງສ້າງ​ຕັ້ງໜ່ວຍ​ງານ​ເດີນ​ທາງ​ໄປ​ຮາກ​ຖານ​​ຂອງ​ຕາ​ແສງ​ເພື່ອ​ດຳ​ເນີນ​ວຽກ​ງານເກັບກຳ​ຄຳຮ້ອງທຸກຈາກປະຊາຊົນ, ເພື່ອ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຮັດ​ວຽກ​ຈາກ​ການ​ໃຫ້​ປະ​ຊາ​ຊົນ​ເດີນ​ທາງ​ໄປ​ຮ້ອງ​ທຸກ​ດ້ວຍ​ຕົນ​ເອງ​ຢູ່​ສຳ​ນັກ​ງານປົກ​ຄອງ​ປ່ຽນ​ມາ​ເປັນ​ໃຫ້​ພະ​ນັກ​ງານ​ການ​ນຳ​ເປັນ​ເຈົ້າ​ການ​ລົງ​ໄປ​ຮາກ​ຖານ​ເພື່ອເກັບກຳ​ຄຳຮ້ອງທຸກຈາກປະຊາຊົນ. ຕາມ​ຂໍ້​ຮຽກ​ຮ້ອງ​ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ​ຄື ​ຕ້ອງ​ອອກ​ແຈ້ງ​ການ​ລ່ວງ​ໜ້າ1ອາ​ທິດ​ກ່ອນ​ຈະ​ຮອດ​ວັນ​ຮັບ​ຄຳ​ຮ້ອງ​ທຸກ​​ຂອງ​ປະ​ຊາ​ຊົນ​ສະ​ເພາະ ເພື່ອ​ແຈ້ງ​ໃຫ້​ປະ​ຊາ​ຊົນ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ ວັນ​ເດືອນ​ໃດ, ​ຢູ່​ຕາ​ແສງ​ໃດ,ການ​ນຳ​ສຳ​ຄັນ​ຂັ້ນ​ເມືອງ​ຈະ​ຈັດ​ງານຮັບຄຳ​ຮ້ອງ​ທຸກ​ຈາກ​ປະ​ຊາ​ຊົນ​ແລະ ຍິນ​ດີ​ຕ້ອນ​ຮັບ​ພີ່​ນ້ອງ​ປະ​ຊາ​ຊົນ​ທັງຫຼາຍ​ມາ​ສ່ອງ​ແສງ​ບັນ​ຫາ.
 

 ເນື່ອງ​ຈາກວ່າ, ຈຳ​ນວນ​ຄົນ​ທີ່​ມາ​ສ່ອງ​ແສງ​ບັນ​ຫາ​ມີ​ອ່າວຫຼາຍ, ເງື່ອນ​ໄຂ​​ຂອງຕາ​ແສງ​ມີ​ຂີດ​ຈຳ​ກັດ,​ທຳ​ມະ​ດາ​ແລ້ວ, ຈິ່ງ​ໄດ້​ຈັດສະ​ຖານ​ທີ່​ຮ້ອງ​ທຸກ​ຢູ່​ເດີ່ນ​ກິ​ລາຫຼື​ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ. ພະ​ນັກ​ງານ​ການ​ນຳ​ທັງຫຼາຍ​ໄດ້​ຈັດ​ແບ່ງ​ບັນ​ຫາ​ທີ່​ອາດ​ຈະ​ພົບ​ພໍ້​ນັ້ນ​ອອກເປັນປະ​ມານ 7 ຫາ 8 ປະ​ເພດ, ບັນ​ຫາ​ປະ​ເພດ​ຕ່າງ​ກັນ​ກໍ​ໃຫ້​ໄປ​ສ່ອງ​ແສງ​ຢູ່​ຫ້ອງ​ຮຽນ​ທີ່​ຕ່າງ​ກັນ, ເມື່ອ​ປະ​ຊາ​ຊົນ​ມາ​ແລ້ວ​ກໍ​ມີ​ຄວາມ​ສະ​ດວກທັນ​ທີ: ຢາກ​ສ່ອງ​ແສງ​ບັນ​ຫາ​ເສດ​ຖະ​ກິດ​ກໍ​ໄປ​ຫ້ອງ​ຮຽນ​ໜຶ່ງ, ຢາກ​ສ່ອງ​ແສງ​ຄວາມ​ບໍ່​ຍຸດ​ຕິ​ທຳ​ໃນ​​ການດຳ​ເນີນ​ຄະ​ດີ​ກໍ​ໄປ​ຫ້ອງ​ຮຽນ​ອີກ​​ຫ້ອງ​ໜຶ່ງຕ່າ​ງ​ຫາກ, ເຫຼົ່າ​ນີ້​ເປັນ​ຕົ້ນ.
 

 ກໍ​ເຮັດ​ຄື​ແນວ​ນີ້​ລະ, ວັນ​ຕ້ອນ​ຮັບ​ປະ​ຊາ​ຊົນ​ຜູ້​ຮ້ອງ​ທຸກ​ໄດ້​ຈັດ​ຂຶ້ນ​ເດືອນ​ລະ​ເທື່ອ. ທຳ​ອິດ, ຫ້ອງ​ຮຽນ​ຕ່າງໆ​ມັກ​ຈະ​ເຕັມ​ໄປ​ດ້ວຍ​ປະ​ຊາ​ຊົນ​ຜູ້​ມາ​ຮ້ອງ​ທຸກ, ມື້​ໜຶ່ງ​ໄດ້​ຕ້ອນ​ຮັບ​ຮ້ອຍກວ່າ​ຄົນ. ດົນ​ໄປ, ຍ້ອນ​ໄດ້​ແກ້​ໄຂ​ບັນ​ຫາ​ນັບ​ມື້​ນັບຫຼາຍ​ຂຶ້ນ, ປະ​ຊາ​ຊົນ​ຜູ້​ມາ​ຮ້ອງ​ທຸກ​ກໍ​ນັບ​ມື້​ນັບ​ໜ້ອຍ​ລົງ, ວຽກ​ງານ​ກ່ຽວ​ກັບ​ການ​ລົງ​ຮາກ​ຖານ​ເພື່ອເກັບກຳ​ຄຳຮ້ອງທຸກຈາກປະຊາຊົນ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຕົວ​ຈິງ, ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊ​າ​ຊົນ​ທີ່​ມີ​ຕໍ່​ພັກ​ແລະ​ລັດ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ.
 

 ທີ່​ຈິງ​ແລ້ວ, ລະ​ບຽບ​ການ “ລົງ​ຮາກ​ຖານ 4 ດ້ານ”​​​ບໍ່​ພຽງ​ແຕ່​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ທີ່​ດີ​ທີ່​ທ່ານ​ສີ​ຈິ້ນ​ຜິງໄດ້​ໃຫ້​ການ​ຊຸກ​ຍູ້​ສົ່ງ​ເສີມ​ເທົ່າ​ນັ້ນ, ສິ່ງ​ສຳ​ຄັນ​ກວ່າ​ນັ້ນແມ່ນ​ໂດຍ​ຖື​ເອົາ​ລະ​ບຽບ​ການ​ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ, ໄດ້​ຊຸກ​ຍູ້​ໃຫ້​ບັນ​ດາ​ຕາ​ແສງ​ໃນ​ເຂດ​ນິງ​ເຕີ​​ສາ​ມາດ​ປະ​ຕິ​ບັດ​ວຽກ​ງານຫຼຸດ​ພົ້ນ​ອອກ​ຈາກຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ​ ມີ​ປະ​ສິດ​ທິ​ຜົນ​ທີ່​ດີ. ເຂດ​ຊົນ​ນະ​ບົດ​ໃນ​ເວ​ລາ​ນັ້ນ, ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ເລື່ອງ​ງ່າຍ, ແຕ່​ການ​ຕົກ​ສູ່​ສະ​ພາບ​ຄວາມ​ທຸກ​ຍາກ​ຄືນ​ໃໝ່​ແມ່ນ​ງ່າຍທີ່​ສຸດ, ຄັນ​ຢາກ​ໃຫ້​ໝາກ​ຜົນ​ແຫ່ງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ມີ​ຄວາມ​ຮັບ​ປະ​ກັນ, ກໍ​ຕ້ອງ​ເຮັດ​​ໃຫ້ໄດ້​ເຖິງ​ຂັ້ນ​ທີ່​ຈັດ​ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງ. ພະ​ນັກ​ງານ​ການ​ນຳ​ລົງ​ຮາກ​ຖານ​ເພື່ອ​ຮັບ​ຮູ້​ສະ​ພາບ​ຕົວ​ຈິງ​ຂອງ​ຂັ້ນ​ຮາກ​ຖານຢ່າງ​ທັນ​ເວ​ລາ, ຮັບ​ຮູ້​ສະ​ພາບ​ພື້ນ​ຖານ​ກ່ຽວ​ກັບ​ຄວາມ​ທຸກ​ຍາກ, ​ຮັບ​ຮູ້ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ກໍ​ຈະ​ສາ​ມາດ​ປະ​ຕິ​ບັດ​ວຽກ​ງານ​ຢ່າງ​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​​ໄດ້ຢ່າງ​ແນ່ນອນ. ໃນ​ຂະ​ບວນ​ການ “ລົງ​ຮາກ​ຖານ 4 ດ້ານ”​​​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ຮູ້​ສະ​ພາບ​ການ​ຂອງ​ຊົນ​ນະ​ບົດ​ຢູ່​ນິງ​ເຕີ, ທັງ​ໄດ້​ຊັກ​ຈູງ​ໃຫ້​ພະ​ນັກ​ງານ​ການ​ນຳ​ທຸກ​ຂັ້ນ​ຂອງ​ນິງ​ເຕີ​ປະ​ຕິ​ບັດ​ວຽກ​ງານ​ດ້ວຍທ່າ​ທີ​ຖ່ອມ​ຕົວ, ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ມະ​ຫາ​ຊົນ, ຍຶດ​ໝັ້ນ​ໃນ​ຫຼັກ​ການ​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ໃຈ​ແບບສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

   

ຄຳ​ເຫັນ

0