刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ແລະ​ແມ່: ​ຄຳ​ສັນ​ຍາຂອງຊາວ​ພັກ​ກອມ​ມູ​ນິດ​ສອງ​ລຸ້ນ

2021-05-09 23:51:50 cri

ທ່ານ​ສີ​ຈິ້ນ​ຜິງ​ແລະ​ແມ່: ​ຄຳ​ສັນ​ຍາຂອງຊາວ​ພັກ​ກອມ​ມູ​ນິດ​ສອງ​ລຸ້ນ_fororder_牵手照

ທ່ານ​ນາງ​ຊີຊິ່ນແມ່ນແມ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ນາງໄດ້ເຂົ້າ​ຮ່ວມ​ການ​ປະ​ຕິ​ວັດ​​ ແລະ​ ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນໃນ​ສົງ​ຄາມ​ຕໍ່​ຕ້ານ​ຟາ​ຊິດຍີ່ປຸ່ນໃນ​ປີ 1939. ​ຕອນນັ້ນທ່ານ​ນາງ​ຊີ​ຊິ່ນ​ມີ​ອາ​ຍຸ​ພຽງ 15 ​ປີ.

ທ່ານ​ສີ​ຈິ້ນ​ຜິງ​ແລະ​ແມ່: ​ຄຳ​ສັນ​ຍາຂອງຊາວ​ພັກ​ກອມ​ມູ​ນິດ​ສອງ​ລຸ້ນ_fororder_习仲勋画传

ໃນ​ຕະຫຼອດ​ຊີ​ວິດ​​ຂອງ​ທ່ານ​ນາງ​​ຊີ​ຊິ່ນມີ​ປະ​ສົບ​ການ​ສອງ​ໄລຍະທີ່​ເຮັດ​ໃຫ້​ທ່ານໄດ້​ ປະ​ໂຫຍດ​ຢ່າງ​ຍິ່ງ: ໜຶ່ງ​ຄື​ໄລ​ຍະ​ສອງ​ປີ​ທີ່​ທ່ານປະ​ຈຳ​ການ​ຢູ່​ຖານ​ທີ່​ໝັ້ນ​ຕໍ່​ຕ້ານ​ຟາ​ຊິດ​ຍີ່​ປຸ່ນ, ທ່ານ​ໄດ້​ຜ່ານ​ການ​ທົດ​ສອບ​ຈາກ​ສົງ​ຄາມ, ໃຊ້ຊີ​ວິດ​ທ່າມກາງການສູ້​ຮົບ​ທີ່​ລຳ​ບາກ​ກາກ​ກຳ​ເຊິ່ງໄດ້​ບົ່ມ​ສ້າງ​ຈິດ​ໃຈ​ປະ​ຕິ​ວັດ​ທີ່ເຂັ້ມ​ແຂງ ​ແລະ​ ເບິ່ງ​ໂລກ​ໄປ​ໃນ​ແງ່​ດີ​​ໃຫ້​ກັບ​ທ່ານ, ​ເຮັດ​ໃຫ້​ທ່ານ​ມີ​ຈິດໃຈ​​ທີ່​ໜັກ​ແໜ້ນ​ໃນ​ການ​ຕໍ່​ສູ້​ປະ​ຕິ​ວັດ ແລະ​ ສ້າງ​ເປັນ​ຊີວະ​ທັດ​​ລັດ​ທິກອມ​ມູ​ນິດ. ໄລຍະທີ່ສອງ​ຄື​ໄລ​ຍະ 8 ປີ​ທີ່ທ່ານ​ເຮັດ​ວຽກ​ຢູ່ຂັ້ນ​ຮາກ​ຖານ​ຂອງຊົນ​ນະ​ບົດ​ຂອງ​ແຂວງ​ສ້ານ​ຊີ່, ​ແຂວງ​ກ່ານ​ຊູ້​ ແລະ ​ເຂດ​ນີງ​ເຊ້ຍ​ທີ່​ເປັນ​ຖານ​ທີ່​ໝັ້ນຂອງການ​ປະ​ຕິ​ວັດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ໄລ​ຍະ​​ຕໍ່​ຕ້ານ​ຟາ​ຊິດຍີ່​ປຸ່ນ ໂດຍທ່ານ​ໄດ້ສ້າງມິດຕະພາບ ແລະ ສ້າງຄວາມຮັກແພງ​ອັນ​ເລິກ​ເຊິ່ງກັບ​ປະ​ຊາ​ຊົນ​ຊາວ​ຜູ້​ອອກ​ແຮງງານຢູ່ຊົນນະບົດ.

ທ່ານ​ສີ​ຈິ້ນ​ຜິງ​ແລະ​ແມ່: ​ຄຳ​ສັນ​ຍາຂອງຊາວ​ພັກ​ກອມ​ມູ​ນິດ​ສອງ​ລຸ້ນ_fororder_青年习近平在梁家河

ເມື່ອອາ​ຍຸໄດ້ 15 ​ປີຄື​ກັນ, ຄືໃນວັນ​ທີ 13 ມັງ​ກອນ ປີ1969, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຮອດ​ບ້ານຫຼຽງ​ເຈ່ຍ​ເຫີ ທາງ​ພາກ​ເໜືອ​ຂອງແຂວງ​ສ້ານ​ຊີ່, ທ່ານ ໄດ້​ໃຊ້​ຊີ​ວິດໄວ​ໜຸ່ມ​ຢູ່​ທີ່ນັ້ນ​ເປັນ​ເວ​ລາ 7 ປີ.

​ໃນ​ໄລ​ຍະ7ປີ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ກັບ​ພໍ່​ແມ່​ປະ​ຊາ​ຊົນໄດ້ກິນເຂົ້າຮ່ວມກັນ​, ຢູ່​ຮ່ວມ​ກັນແລະ​ອອກ​ແຮງ​ງານ​ຮ່ວມ​ກັນ,ທ່ານ​ໄດ້​ຜ່ານ​ການ​ຝຶ​ກ​ຝົນຫຼໍ່ຫຼອມ​ຈາກ​ຊີ​ວິດ​ທີ່​ທຸກ​ຍາກ​ລຳ​ບາກ. ໃນ​ໄລ​ຍະ​​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້ຂຽນ​ໃບ​ຄຳຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ທັງ​ໝົດ10ສະ​ບັບ​ຕາມ​ລຳ​ດັບ. ໃນ​ເດືອນ​ມັງ​ກອນ​ປີ1974, ທ່ານ​ສີ​ຈິ້ນ​ຜິງ​ທີ່​ມີ​ອາ​ຍຸ20 ປີກໍ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ເປັນ​ທາງ​ການຢູ່​ບ້ານຫຼຽງ​ເຈ່ຍ​ເຫີ.

ທ່ານ​ສີ​ຈິ້ນ​ຜິງ​ແລະ​ແມ່: ​ຄຳ​ສັນ​ຍາຂອງຊາວ​ພັກ​ກອມ​ມູ​ນິດ​ສອງ​ລຸ້ນ_fororder_习近平插队时母亲齐心为他缝制的针线包。来源:《习近平的七年知青岁月》

ຢູ່​ບ້ານຫຼຽງ​ເຈ່ຍ​ເຫີ, ​ຖົງ​ໃສ່​ເຂັມທີ່​ແມ່​ຫຍິບ​ໃຫ້​ທ່ານ​ສີ​ຈິ້ນ​ຜິງ​ນັ້ນ​ໄດ້​ຢູ່​ກັບ​ທ່ານ​​ຕະຫຼອດມາ ເຊິ່ງ​ຢູ່​ດ້ານນອກຖົງ​ຫັ້ນ​ແມ່​ໄດ້​​ແສ່ວ​ໂຕ​ໜັງ​ສື​ສີ​ແດງ3 ໂຕ ຄື: ດວງໃຈຂອງແມ່.​ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຮັກ​ຄວາມ​ແພງ​ລະ​ຫວ່າງ​ລູກ​ກັບ​ແມ່ ທັງ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ແມ່​ທີ່ມີຕໍ່​ລູກ​ໃນ​ການ​ອຸ​ທິ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ຂອງ​ປະ​ເທດ​ຊາດ.

ທ່ານນາ​ຊີຊິ່ນໄດ້ໃຫ້ຄວາມສຳຄັນຕໍ່ການສຶກ​ສາພາຍໃນຄອບຄົວເຊິ່ງໄດ້ສົ່ງ​ອິດ​ທິ​ພົນຢ່າງເລິກເຊິ່ງໃຫ້ແກ່ທ່ານສີຈິ້ນຜິງໃນຕະຫຼອດໄລຍະຂອງການເຕີບ​ໃຫຍ່​ຂອງ​ທ່ານ, ເພິ່ນໄດ້ຂຽນຈົດໝາຍໄປຫາທ່ານສີຈິ້ນຜິງໃນເວລາທີ່ດຳລົງຕຳແໜ່ງເປັນ ການນຳຢູ່ຕ່າງແຂວງເລື້ອຍໆ​ຕາມແບບ​ແຜນຂອງຄອບຄົວໂດຍກ່າວ​ເຕືອນ​ລູກວ່າ: “ຢູ່​ບ່ອນ​ສູງຈະ​ຮູ້ສຶກ​ທົນ​ຄວາມໜາວ​ພີລຶກ​ໄດ້​ຍາກ”, ​ທັງໄດ້ສັ່ງສອນ​ໃຫ້​ທ່ານ​ສີ​ຈິ້ນຜິ​ງ​ຕ້ອງ​ເຂັ້ມ​ງວດ​ຕໍ່​ຕົນ​ເອງ​ໃຫ້ຫຼາຍກວ່າ​ເກົ່າ.

ບຸນກຸດຈີນໃນປີ 2001 ທ່ານນາງຊີ​ຊິ່ນ ໄດ້ໂທລະສັບລົມ ກັບທ່ານສີຈິ້ນຜິງທີ່ ເປັນເຈົ້າແຂວງແຂວງ​ຟູຈ້ຽນໃນເວລານັ້ນ ໂດຍໄດ້ຖາມຂ່າວ ແລະ ສັ່ງສອນລູກ ວ່າ:“ຂໍພຽງແຕ່ລູກເຮັດວຽກໃຫ້ດີກໍ່ຖືວ່າແມ່ນຄວາມກະ​ຕັນຍູຕໍ່ພໍ່ແມ່ທີ່ດີທີ່ສຸດແລ້ວ, ນີ້ຄືຮັບຜິດຊອບຕໍ່ຄອບຄົວແລະຮັບຜິດຊອບຕໍ່ລູກເອງ, ທັງສອງຢ່າງນີ້ເປັນເອກະ ພາບກັນ.

ທ່ານ​ສີ​ຈິ້ນ​ຜິງ​ແລະ​ແມ່: ​ຄຳ​ສັນ​ຍາຂອງຊາວ​ພັກ​ກອມ​ມູ​ນິດ​ສອງ​ລຸ້ນ_fororder_广西 2021年

“ບໍ່​ຄິດ​ເພື່ອ​ຕົນ​ເອງ, ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ”. ການ​ເຮັດ​ວຽກ​ທັງ​ເວັນ​ທັງ​ຄືນ​ຈົນລືມ​ຮອດ​ຕົນ​ເອງ​ ແມ່ນ​ສະ​ພາບ​ການ​ເຮັດ​ວຽກ​ປົກ​ກະ​ຕິ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ການ​ສຳຫຼວດກວດ​ກາ​ວຽກ​ງາ​ນຢູ່​ຮາກ​ຖານໂດຍບໍ່​ມີ​ວັນ​ພັກ​ຜ່ອນ​ ແມ່ນ​ການ​ກະ​ທຳ​ຕົວ​ຈິງ​​ຂອງ​ທ່ານ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ. ຍ້ອນ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ແລະ​ການມອບ​ໝາຍ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ຈາກປະ​ຊາ​ຊົນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຮັດ​ວຽກ​​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ​ ແລະ ບໍ່​ຮູ້​ອິດ​ເມື່ອຍ, ທ່ານ​ແມ່ນ​ຜູ້​ນຳ​​ທາງທັງ​ແມ່ນ​ຜູ້​ບຸກບືນສູ້​ຊົນ. ​ການຖື​ເອົາປະ​ຊາ​ຊົນ​ສຳ​ຄັນກວ່າ​ໝູ່, ​ການຮັກ​ສາ​ຈິດ​ໃຈ​ສູ້​ຊົນ​ທີ່ບໍ່​ຄິດ​ເພື່ອ​ຕົນ​ເອງ​ ແລະ​ ອຸ​ທິ​ຕົນ​ຢ່າ​ງ​ບໍ​ລິ​ສຸດ​ຜຸດ​ຜ່ອງ​ຂອງ​ຊາວ​ພັກ​ກອມ​ມູ​ນິດ, ​ນີ້ແມ່ນ​ຄຳ ສັນຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງກັບ​ແມ່.

ຄຳ​ເຫັນ

0