何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນຜິ​ງສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ນະຄອນ​ນານ​ຢາງ​ແຂວງ​ເຫີ​ນານ

2021-05-12 22:09:57 CRI

 

ທ່ານ​ສີ​ຈິ້ນຜິ​ງສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ນະຄອນ​ນານ​ຢາງ​ແຂວງ​ເຫີ​ນານ_fororder_1127438189_16208197144841n

ວັນ​ທີ 12 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາ​ງ​ໄປ​ສຳ​ຫຼວດກວດກາ​ວຽກງານ​ຢູ່​ນະຄອນ​ນານ​ຢາງ​ແຂວງ​ເຫີ​ນານ​ຈີນ. ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ໄດ້​ໄປ​ຫໍ​ໄຫວ້​ແພດ​ໝໍ​ປະ​ລະ​ມາ​ຈານ, ເພື່ອ​ຮັບ​ຮູ້​ຊີວະ​ປະຫວັດ​ຂອງ​ຈ່າງ​ຈົ້ງ​ຈິງ​ທີ່​ມີນາ​ມມະ​ຍົດ “​ແພດ​ໝໍປະ​ລະ​ມາ​ຈານ” ພ້ອມ​ດ້ວຍ​ການ​ປະກອບສ່ວນ​ຂອງ​ຈ່າງ​ຈົ້ງ​ຈິງ​ໃນ​ການ​ພັດທະນາ​ການຢາ ​ແລະ​​​ແພດແຜນ​ຈີນ. ຫຼັງ​ຈາກ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ກວດ​ເບິ່ງ​ສວນ​ວາງສະ​ແດງ​ດອກ​ກຸຫຼາບ​ຈີນ​ນານ​ຢາງ, ບໍລິສັດ​ຜະລິດ​ຕະພັນ​ຕົ້ນໄອ້​ເຢ້ຢ້າວ​ອີ້​ປາ​ວນານ​ຢາງ, ​ເພື່ອ​ຮັບ​ຮູ້ສະພາບ​ການ​ຂອງ​ການ​ພັດທະ​ນາ​ອຸດສາຫະກຳ​ທີ່​ມີ​​ເອກະລັກ ​ແລະ ​ຊຸກຍູ້​ການ​ປະກອບ​ອາຊີບ​ໂດຍ​ອີງ​ໃສ່​ຊັບພະຍາກອນທີ່​ມີ​ທ່າ​ແຮງ​, ​ເຊັ່ນ: ດອກ​​ກຸຫຼາບ​ຈີນ ​ແລະ​​ຕົ້ນ​ໄອ້​ເຢ້ເປັນ​ຕົ້ນ.

ຄຳ​ເຫັນ

0