吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໄທ​ຈະ​ເປີດ​ບໍລິການ​ສັກ​​ວັກ​ຊີ​ນພະຍາດ​ໂຄ​ວິດ-19 “​ແບບ​ປະຕູ​ດຽວ”

2021-05-13 15:39:59 cri

ວັນ​ທີ 12 ພຶດສະພາ​ນີ້, ພາຍຫຼັງ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ກຳມະການ​ວັກ​ຊີ​ນ​ແຫ່ງ​ຊາດ​ໄທ​ແລ້ວ, ທ່ານ​ອະນຸ​ທິນ ຊານ​ວີຣະກູນ ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ໄທ​ກ່າວ​ວ່າ: ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຕົກລົງ​ເຫັນ​ດີ​ໃຫ້​ເປີດ​ການ​ບໍລິການ​ສັກ​ວັກ​ຊີ​ນ​ໂຄ​ວິດ-19 “​ແບບ​ປະຕູ​ດຽວ” ​ສຳລັບປະຊາຊົນ​ທີ່​ບໍ່​ສາມາດ​ຈອງການ​ສັກ​ວັກ​ຊີ​ນທາງ​ອິນ​ເຕີ​​​​ແນັດ, ລັດຖະບານ​ຈະ​ຈັດສະຖານ​ທີ່​ສັກ​ວັກ​ຊີ​ນຢູ່​ສູນ​ການ​ຄ້າ, ສູນການ​ຂົນ​ສົ່ງຕ່າງໆ​ທີ່​ມີ​ເນື້ອ​ທີ່ກວ້າງ​ຂວາງ ແລະ​ລະບາຍ​ອາກາດ​​ໄດ້ດີ,​ ​ເພື່ອອຳນວຍຄວາມ​ສະດວກຫຼາຍ​ທີ່​ສຸດ​ໃຫ້​ແກ່​ປະຊາຊົນ​ທີ່​ບໍ່​ສາມາດ​ຈອງ​ສັກວັກ​ຊີ​ນທາງ​ອິນ​ເຕີ​ແນັດ​ໄດ້.

​​​ກ່ອນໜ້າ​ນີ້, ລັດຖະບານ​ໄທ​ໄດ້​ປະຕິບັດ​ນະ​ໂຍບາຍສັກ​ວັກ​ຊີ​ນ​ໂຄ​ວິດ​-19 ​ໂດຍ​ຈັດລະດັບ​ຄວາມ​ສ່ຽງ, ​ໄດ້​ໃຫ້​ບູລິ​ມະ​ສິດ​ແກ່​ພະນັກງານ​ການ​ແພດ, ພະນັກງານ​ປ້ອງ​ກັນ​ພະຍາດ ​ແລະ​ເຂດ​ທີ່​ມີ​ສະພາບ​ພະຍາດຢ່າງ​ຮ້າຍ​ແຮງ​, ຈາກ​ນັ້ນ​ໄດ້​ອອກAPP​ໃຫ້​ຈອງ​ການ​ຈັກ​ວັກ​ຊີ​ນທາງ​ອິນ​ເຕີ​ແນັດ ​ເພື່ອ​ຈັດ​ວາງ​ການ​ສັກ​ວັກ​ຊີ​ນຕາມ​ການ​ຈອງ​. ມາ​ຮອດ​ປັດຈຸບັນ​ນີ້, ​ໄທ​ໄດ້​ສັກ​ວັກ​ຊີ​ນ​ໄດ້​ແລ້ວຫຼາຍ​ກວ່າ 1,8 ລ້ານ​ຫຼອດ.

ຄຳ​ເຫັນ

0