覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານການ​ພັດ​ທະ​ນາ​ການ​ຢາ​ແລະ​ແພດ​ແຜນ​ຈີນ​ຢູ່​ບ້ານ​ເກີດ​ ​ຂອງ “ປະ​ລະ​ມາ​ຈານແພດ​​”​ຂອງຈີນ

2021-05-13 16:58:54 cri

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານການ​ພັດ​ທະ​ນາ​ການ​ຢາ​ແລະ​ແພດ​ແຜນ​ຈີນ​ຢູ່​ບ້ານ​ເກີດ​ ​ຂອງ “ປະ​ລະ​ມາ​ຈານແພດ​​”​ຂອງຈີນ_fororder_中医药1
 

ໂຮງ​ງານ​ຜະ​ລິດ​ຢາ​ພື້ນ​ເມືອງ​ຈີນ​ຂອງ​ນະ​ຄອນ​ນານ​ຢາງ
 

ນະ​ຄອນ​ນານ​ຢາງ ແຂວງ​ເຮີ​ນານ ​ຕັ້ງ​ຢູ່ທາງ​ພາກ​ກາງ​ຂອງ​ຈີນ​ເປັນ​ເມືອງວັດ​ທະ​ນະ​ທຳ​ແລະ​ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ ທີ່​ມີ​ປະ​ຫວັດ​ສາດ 2.700 ກວ່າ​ປີ​, ເປັນ​ບ້ານ​ເກີດ​ເມືອງນອນ​ຂອງ​ທ່ານຈ່າງ​ຈົ້ງ​ຈິງ ນັກ​​ວິ​ທະ​ຍາ​ສາດ​ການ​ແພດ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄໝ​ບູ​​ຮານ​ຈີນ ​ຈົນ​ໄດ້​ສົມ​ຍາ​ນາມ​ວ່າ“ປະ​ລະ​ມາ​ຈານແພດ​​”​. ວັນ​ທີ 12 ພຶດ​ສະ​ພາ​ປີ2021, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ທີ່​ກຳ​ລັງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ເຮີນານ ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ນານ​ຢາງ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​​ຕໍ່ “ປະ​ລະ​ມາ​ຈານແພດ​​”​​ຂອງຈີນ ທັງ​ໄດ້​ສຳຫຼວດກວດ​ເບິ່ງ​ສະ​ພາບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຢາ​ແລະ​ແພດ​ແຜນ​ຈີນ​ເພື່ອ​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ​ແລະ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ທ້ອງ​ຖິ່ນ​ແຫ່ງ​ນີ້.
 

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານການ​ພັດ​ທະ​ນາ​ການ​ຢາ​ແລະ​ແພດ​ແຜນ​ຈີນ​ຢູ່​ບ້ານ​ເກີດ​ ​ຂອງ “ປະ​ລະ​ມາ​ຈານແພດ​​”​ຂອງຈີນ_fororder_中医药2
 

ຮູບ​ປັ້ນ​ຈ່າງ​ຈົ້ງ​ຈິງ
 

ທ່ານ ຈ່າງ​ຈົ້ງ​ຈິງ ເກີດ​ເມື່ອປະ​ມານ ​ຄ​ສ 150 ປີ,  ເປັນ​ຜູ້​ທີ່​ປະ​ສົບຜົນ​ສຳ​ເລັດ​ສູງ​ແລະ​ເປັນ​ບຸກ​ຄົນ​ທີ່​ເປັນ​ຕົວ​ແທນ​ດ້ານ​ການ​ຢາ​ແລະ​ແພດ​ແຜນ​ຈີນ​ໃນ​ສະ​ໄໝ​ບູ​​ຮານ​ຈີນ, ເພິ່ນ​ຍັງ​ເປັນ​ຜູ້​ຂຽນ​ປຶ້ມ​ຕຳ​ລາ​ທີ່​ມີ​ຊື່​ວ່າ “ນິ​ພົນ​ວ່າ​ດ້ວຍ​ໄຂ້​ຫວັດ​ແລະ​ຊັບ​ພະໂລ​ຄາ” ເຊິ່ງ​ເປັນ​ປຶ້ມ​ຕຳ​ລາ​ແພດ​ສາດ​ບູ​ຮານ​ທີ່​ມີ​ອິດ​ທິ​ພົນ​ສູງ​ໃນປະ​ຫວັດ​ແພດ​ສາດ​ຈີນ ທັງ​ເປັນ​ປຶ້ມ​ຕຳ​ລາ​ກ່ຽວ​ກັບ​ວິ​ທະ​ຍາ​ການ​ປິ່ນ​ປົວ​ຕົວ​ຈິງ​ສະ​ບັບ​ທຳ​ອິດ​ຂອງ​ຈີນ.
 

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານການ​ພັດ​ທະ​ນາ​ການ​ຢາ​ແລະ​ແພດ​ແຜນ​ຈີນ​ຢູ່​ບ້ານ​ເກີດ​ ​ຂອງ “ປະ​ລະ​ມາ​ຈານແພດ​​”​ຂອງຈີນ_fororder_中医药3
 

​ປຶ້ມ​ຕຳ​ລາ​ທີ່​ມີ​ຊື່​ວ່າ “ນິ​ພົນ​ວ່າ​ດ້ວຍ​ໄຂ້​ຫວັດ​ແລະ​ຊັບ​ພະໂລ​ຄາ”
 

 ພາຍຫຼັງເກີດ​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ໂຄວິດ-19 ແລ້ວ, ພາຍ​ໃຕ້​ສະ​ພາບ​ການ​ທີ່​ບໍ່​ມີ​ຢາ​ປິ່ນ​ປົວ​ວິ​ເສດ, ຈີນ​ໄດ້​ຄັດ​ເລືອກ​ເອົາ “ຢາ​ ​ແຜນ​ຈີນ 6 ຊະ​ນິດ”​ສະ​ເພາະ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19, ສ່ວນ“ຢາ​ ​ແຜນ​ຈີນ 6 ຊະ​ນິດ”​ນີ້​ກໍ​ແມ່ນ​ໄດ້​ມາ​ຈາກ​ສູດ​ຢາ​ປິ່ນ​ປົວ​ທີ່​ໄດ້​ບັນ​ທຶກ​ໄວ້​ໃນ​ຕຳ​ລາ​ແພດ​ສາດ​ບູ​ຣານ​ຈີນ​ຕ່າງໆ​ເຊັ່ນ “ນິ​ພົນ​ວ່າ​ດ້ວຍ​ໄຂ້​ຫວັດ​ແລະ​ຊັບ​ພະ​ໂລ​ຄາ” ເປັນ​ຕົ້ນ. ຕາມ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ຂະ​ບວນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ຢູ່​ຈີນ, ການ​ຢາ​ແລະ​ແພດ​ແຜນ​ຈີນ​ໄດ້​ມີ​ສ່ວນ​ໃນ​ການ​ຊ່ວຍ​ປິ່ນ​ປົວ​ຄົນ​ເຈັບ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 90%, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຄົນ​ເຈັບ​ທຳ​ມະ​ດາ​ແລະ​ຄົນ​ເຈັບ​ອາ​ການ​ເບົາ​ກາຍ​ເປັນ​ອາ​ການ​ໜັກ​ແລະ​ອາ​ການ​ສາ​ຫັດ​ເຖິງ​ຂັ້ນເສຍ​ຊີ​ວິດ.
 

    ໃນ​ງານ​ສຳ​ມະ​ນາ​ກັບ​ຜູ້​ຊ່​ຽວ​ຊານ​ນັກ​ວິ​ຊາ​ການ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ປີ2020, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ຊີ້​ໃຫ້​ເຫັນ​ວ່າ: ການ​ປິ່ນ​ປົວ​ໂດຍ​ປະ​ສົມ​ປະ​ສານ​ແພດ​ແຜນ​ຈີນ​ແລະ​ແພດຫຼວງ,ໃຊ້​ຢາ​ພື້ນ​ເມືອງ​ຈີນ​ແລະ​ຢາຫຼວງ​ໄປ​ພ້ອມ​ໆ​ກັນ ເຊິ່ງ​ເປັນ​ຈຸດ​ພິ​ເສດ​ອັນ​ພົ້ນ​ເດັ່ນ​ໃນ​ການ​ປ້ອງ​ກັນ​ແລະ​ຄວ​ບ​ຄຸມ​ພະ​ຍາດ​ຄັ້ງ​ນີ້ ທັງ​ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ມີ​ຊີ​ວິດ​ຊີ​ວາ​ຄັ້ງ​ໜຶ່ງ​ໃນ​ການ​ສືບ​ທອດ​ສິ່ງຍອດ​ຍິ່ງ​​ທາງ​ດ້ານການ​ຢາ​ແລະ​ແພດ​ແຜນ​ຈີນ, ​ເປັນ​ການຮັກ​ສາ​ມູນ​ເຊື້ອ​ແລະ​ມີ​ການ​ປະ​ດິດ​ສ້າງ​ໃໝ່. ທ່ານ​ຍັງ​ໄດ້​ກ່າວ​ມາຫຼາຍ​ເທື່ອ​ແລ້ວ​ວ່າ, ການ​ຢາ​ແລະ​ແພດ​ແຜນ​ຈີນ​ເປັນ​ສິ່ງ​ປະ​ເສີດ​ຂອງ​ປະ​ຊາ​ຊາດ​ຈີນ, ຕ້ອງ​ອະ​ນຸ​ລັກ​ໃຫ້​ດີ, ຂຸດ​ຄົ້ນ​ໃຫ້​ດີ,ພັດ​ທະ​ນາ​ໃຫ້​ດີ​ແລະ​ສື​ບ​ທອດ​ໃຫ້​ດີ. ປັດ​ຈຸ​ບັນ, ການ​ພັດ​ທະ​ນາ​ການ​ຢາ​ແລະ​ແພດ​ແຜນ​ຈີນ​ໃຫ້​ຈະ​ເລີນ​ຂຶ້ນ​ກຳ​ລັງ​ພົບ​ກາ​ລະ​ໂອ​ກາດ​ທີ່​ເອື້ອ​ອຳ​ນວຍຫຼາຍ​ດ້ານ,ຕ້ອງ​ຊຸກ​ຍູ້​ການ​ຢາ​ແລະ​ແພດ​ແຜນ​ຈີນ​ໃຫ້​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ຫັນ​ເປັນ​ທັນ​ສະ​ໄໝ​ ແລະ​ພັດ​ທະ​ນາກ້າວ​ໄປ​ສູ່​ໂລກ.

ຄຳ​ເຫັນ

0