ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 11 ພຶດສະພານີ້, ທ່ານບູດີ ກູນາດີ ລັດຖະມົນຕີກະຊວງສາທາລະນະສຸກອິນໂດເນເຊຍໄດ້ໃຫ້ສຳພາດຕໍ່ນັກຂ່າວປະເທດຕົນວ່າ: ລັດຖະບານອິນໂດເນເຊຍໄດ້ຕິດຕາມສະພາບການທີ່ພະນັກງານການແພດ 25.374 ຄົນຢູ່ນະຄອນຫຼວງຈາກາຕາໄດ້ສັກວັກຊີນໂຄວິດ-19 ຂອງບໍລິສັດຊິນໂນວັກຈີນຄົບ 2 ເຂັມເປັນເວລາ 28 ວັນ ແລ້ວເຫັນວ່າ: ພາຍຫຼັງສັກວັກຊີນ 7 ວັນແລ້ວ, ສາມາດປ້ອງກັນບໍ່ໃຫ້ຜູ້ສັກວັກຊີນເສຍຊີວິດໄດ້ 100% ແລະ ປ້ອງກັນຜູ້ສັກວັກຊີນບໍ່ຕ້ອງເຂົ້ານອນປິ່ນປົວຢູ່ໂຮງໝໍໄດ້ 96%. ການຕິດຕາມສະພາບການທີ່ກ່ຽວຂ້ອງດັ່ງກ່າວໄດ້ດຳເນີນມາຮອດທ້າຍເດືອນກຸມພາຜ່ານມາ.
ທ່ານກູນາດີກ່າວຕື່ມວ່າ: ມີຜູ້ສັກວັກຊີນ 94% ບໍ່ໄດ້ຕິດເຊື້ອພະຍາດໂຄວິດ-19, ປະສິດທິຜົນຂອງວັກຊີນຈີນໄດ້ລື່ນກາຍປະສິດທິຜົນໃນການທົດລອງນຳໃຊ້ໃນການປິ່ນປົ່ວຕ່າງໆ ເຊິ່ງມີປະສິດທິຜົນທີ່ປະຈັກຕາຊາວໂລກ.
ສື່ມວນຊົນອິນໂດເນເຊຍລາຍງານວ່າ: ອິນໂດເນເຊຍແມ່ນໜຶ່ງໃນປະເທດທີ່ໄດ້ຈັດຊື້ວັກຊີນຂອງຈີນໄວກ່ອນໝູ່. ນັບແຕ່ເດືອນມັງກອນປີນີ້ເປັນຕົ້ນມາ, ອິນໂດເນເຊຍໄດ້ຈັດຊື້ວັກຊີນ 22 ລ້ານຫຼອດຈາກຕ່າງປະເທດ, ໃນນັ້ນສ່ວນຫຼາຍແມ່ນວັກຊີນຂອງຈີນ.
ຄຳເຫັນ
0