刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ກາງ​ມຽນ​ມາ​ຈະ​ເບີກ​ເງິນ 6 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ເຮັດ​ໃຫ້​ຕະຫຼາດ​ມີ​ຄວາມ​ດຸ່ນ​ດ່ຽງ

2021-05-13 17:06:59 cri

 

ວັນ​ທີ 12 ພຶດ​ສະ​ພາ​ນີ້, ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​ປະ​ກາດ​​ວ່າຈະ​​ເ​ບີກ​ເງິນ 6 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ເຮັດ​ໃຫ້​ອັດ​ຕາແລກ​ປ່ຽນ​ເງິນ​ຕາ​ໃນ​ຕະຫຼາດ​ມີ​ຄວາມ​ດຸ່ນ​ດ່ຽງ. ໃນ​ມື້​ດຽວ​ກັນ, ອັດ​ຕາ​ແລກ​ປ່ຽນເງິນ​​ຈາດ​ກັບ​ເງິນ​ໂດ​ລາ​ສະ​ຫະ​ລັດ​ທີ່​ທະ​ນາ​ຄານ​ກາງ​ມຽນ​ມາ​ກຳ​ນົດ​ໄວ້​ແມ່ນ 1.650 ຈາດ​ຕໍ່ 1 ໂດ​ລາ, ແຕ່​ປັດ​ຈຸ​ບັນ ອັດ​ຕ​າ​ແລກ​ປ່ຽນ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 1.700 ຈາດ​ຕໍ່ 1 ໂດ​ລາ.

ສື່ມວນ​ຊົນ​ທາງ​ການ​ຂອງ​ມຽນ​ມາ​ລາຍ​ງານ​ວ່າ: ວັນ​ທີ 9 ພຶດ​ສະ​ພາ​ນີ້, ອັດ​ຕາ​ການ​ແລກ​ປ່ຽນ​ເງິນ​ຈາດກັບ​ເງິນ​ໂດ​ລາ​ສະ​ຫະ​ລັດ​ແມ່ນ 1.660 ຈາດ​ຕໍ່ 1 ໂດ​ລາ, ເປັນ​ລະ​ດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ. ເດືອນ​ມັງ​ກອນ​ປີ​ນີ້, ອັດ​ຕາ​ແລກປ່ຽນ​ດັ່ງ​ກ່າວແມ່ນ 1330 ຈາດ​ຕໍ່ 1 ໂດ​ລາ. ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄວາມ​ວຸ້ນ​ວ້າຍ​ທາງການ​ເມືອງ​​ຢູ່ມຽນ​ມາ, ອັດ​ຕາ​ແລກ​ປ່ຽນ​ເງິ​ນ​ຈາດ​ພາຍ​ໃນ 4 ເດືອນ​ໄດ້ຫຼຸດ​ລົງ 330%, ຈັງ​ຫວະ​ການ​ຫຼຸດ​ລົງ​ແມ່ນຫຼາຍກວ່າ 20%. ວັນ​ທີ 20 ກັນ​ຍາ​ປີ 2018, ອັດ​ຕາ​ແລກ​ປ່ຽນ​ເງິນ​ຈາດ​ກັບ​ເງິນ​ໂດ​ລາ​ສະ​ຫະ​ລັດ​ແມ່ນ 1650 ຈາດ​ຕໍ່ 1 ໂດ​ລາ ເຊິ່ງ​ເປັນ​ຈຸດ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ.

ຄຳ​ເຫັນ

0