覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF ເຫັນ​ວ່າ ເສດ​ຖະ​ກິດ​ສິງກ​ະ​ໂປ​ພັດ​ທະ​ນາ​ໄດ້ເປັນ​ຢ່າງ​ດີ

2021-05-13 12:02:52 cri

IMF ເຫັນ​ວ່າ ເສດ​ຖະ​ກິດ​ສິງກ​ະ​ໂປ​ພັດ​ທະ​ນາ​ໄດ້ເປັນ​ຢ່າງ​ດີ_fororder_新加坡1
 

ໜັງ​ສື​ພິມຫຼຽນ​ເຫີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ສະ​ບັບ​ວັນ​ທີ 12 ພຶດ​ສະ​ພາ​ນີ້​​ໄດ້ລາຍ​ງານ​ວ່າ: ພາຍຫຼັງ​ອົງ​ການກອງ​ທຶນ​ເງິນ​ຕາ​ສ​າ​ກົນຫຼື IMF ໄດ້​ດຳ​ເນີນ​ການ​ສຳຫຼວດ​ເສດ​ຖະ​ກິດ​ສິງ​ກະ​ໂປ​ປະ​ຈຳ​ປີ​ແລ້ວ​ຢືນ​ຢັນ​ວ່າ: ເສດ​ຖະ​ກິດ​ສິງ​ກະ​ໂປ​ພັດ​ທະ​ນາ​ໄດ້​ເປັນ​ຢ່າງ​ດີ. IMFເຫັນ​ວ່າ, ປັດ​ຈຸ​ບັນ, ລະ​ບົບ​ນະ​ໂຍ​ບາຍ​ຂອງ​ສິງ​ກະ​ໂປ​​ມີ​ຄວາມ​ເໝາະ​ສົມ, ເຊິ່ງ​ໄດ້​ຊ່ວຍໃຫ້​ຕະຫຼາດ​ການ​ເງິນ​ແລະ​ການ​ປະ​ກອບ​ອາ​ຊີບ​ມີ​ຄວາມ​ໝັ້ນ​ທ່ຽງ, ມາ​ເຖິງ​ທ້າຍ​ປີ​2020ຜ່ານ​ມາ, ເສດ​ຖະ​ກິດ​ສິງ​ກະ​ໂປ​ສາ​ມາດຟື້ນ​ຟູ​ການ​ເຕີບ​ໂຕ​ຄືນ​ໃໝ່​ໄດ້​ແລ້ວ.
 

IMF ເຫັນ​ວ່າ ເສດ​ຖະ​ກິດ​ສິງກ​ະ​ໂປ​ພັດ​ທະ​ນາ​ໄດ້ເປັນ​ຢ່າງ​ດີ_fororder_新加坡2
 

IMF ຄາດ​ວ່າ ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼືGDP ຕົວ​ຈິງ​ຂອງ​ສິງ​ກະ​ໂປ​ໃນ ປີ 2021​ຈະ​ຂະ​ຫຍາຍ​ຕົວ 6%.
 

IMFຢືນ​ຢັນ​ວ່າ: ສະ​ພາບ​ພະ​ຍາດ​ໂຄວິດ-19ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ​ເທື່ອ, ດ້ວຍ​ເຫດ​ນີ້, ອະ​ນາ​ຄົດ​ຂອງ​ເສດ​ຖະ​ກິດ​ຍັງ​ບໍ່​ທັນ​ແນ່ນອນ​ເທື່ອ, ແຕ່​ວ່າ ຄວາມ​ສ່ຽງ​ຍັງມີ​ຄວາມ​ດຸນ​ດ່ຽງ​ຢູ່. ໃນ​ຖາ​ນະ​ເປັນ​ສູນ​ກາງ​ດ້ານການ​ເງິນ​ແລະ​ການ​ຄ້າ, ​ສິງ​ກະ​ໂປ​ພວມ​ຜະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ຈາກ​ຄວາມ​ປັ່ນ​ປ່ວນ​ດ້ານ​ການ​ເງິນ​ຂອງ​ໂລກ​ກໍ​ຄື​ລັດ​ທິ​ປົກ​ປ້ອງ​ການ​ຄ້າ. ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ເຂດ​ແຄວ້ນ​ສ່ວນ​ໜຶ່ງ​ມີ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​ອາດ​ຈະ​ສົ່ງ​ຜົນ​ໃຫ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂາດ​ກຳ​ລັງ​ຂັບ​ເຄື່ອນ, ແຕ່​​ຖ້າເບິ່ງ​ໃນ​ດ້ານບວກ​ແລ້ວ, ທົ່ວ​ໂລກ​ໄດ້​ຂະ​ຫຍາຍການ​ສັກ​ວັກ​ຊີນ​ຢ່າງວ່ອງ​ໄວ​ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ-ໂຄວິດ19​ ເຊິ່ງ​ອາດ​ຈະ​ເລັ່ງໃຫ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄວ​ຂຶ້ນ.

ຄຳ​ເຫັນ

0