郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວາງລີ້ຮວາ ສະຖາປະນິກຜູ້ອະນຸລັກສິ່ງກໍ່ສ້າງເກົ່າຂອງປັກກິ່ງ

2021-05-13 17:24:24 cri

图片默认标题_fororder_2041442302

ຫໍແຈຂອງພະລາຊະວັງບູຮານ

ບໍ່ວ່າຕອນເຊົ້າ ຕອນທ່ຽງ ຫຼື ຕອນຄ່ຳ

ຍາມໃດໆທີ່ເຈົ້າໄປຖ່າຍຮູບ

ກໍຕ້ອງເຫັນຄວາມສວຍງາມທີ່ຕ່າງກັນ

ນີ້ກໍແມ່ນສະເໜ່ພິເສດຂອງສະຖາປັດຕະຍະກຳໃນນະຄອນຫຼວງປັກກິ່ງ

ຂ້າພະເຈົ້າຫລົງໄຫລສະເໜ່ແບບນີ້

ຂ້າພະເຈົ້າທີ່ຮຽນວິຊາສະຖາປັດຕະຍະກຳສາດ

ມີຄວາມສົນໃຈຫລາຍຕໍ່ກັບສິ່ງກໍ່ສ້າງຂອງປັກກິ່ງເກົ່າຄືເຮືອນ "ຊື້ເຮີຢ້ວນ" ແລະ ທາງຮ່ອມມາໂດຍຕະຫຼອດ

ໂດຍສະເພາະໃນປີ 2014, ທ່ານປະທານສີຈິ້ນຜິງ ໄດ້ໄປສຳຫຼວດກວດເບິ່ງທາງຮ່ອມຫຢວີເອີປັກກິ່ງ

ໄດ້ກ່າວເຖິງຄວາມສຳຄັນຂອງການປົກປັກຮັກສາມໍລະດົກວັດທະນະທຳ ໃນຂະບວນການປັບປຸງ ແລະ ພັດທະນາຕົວເມືອງ

ນີ້ໄດ້ເຮັດໃຫ້ຂ້າພະເຈົ້າເຫັນວິທີທາງທີ່ຈະແຈ້ງຂຶ້ນໃນການປະຕິບັດໜ້າທີ່ວຽກງານຂອງຕົນ

ນັ້ນກໍຄື: ດຳເນີນການອອກແບບກ່ຽວກັບການປັບປຸງທາງຮ່ອມ ແລະ ສິ່ງກໍ່ສ້າງເກົ່າ

ໃນການປັບປຸງທາງຮ່ອມ ແລະ ສິ່ງກໍ່ສ້າງເກົ່າ, ສິ່ງສຳຄັນທີ່ສຸດກໍແມ່ນການອະນຸລັກ ແລະ ການສືບທອດ

ດິນຂໍສີຂີ້ເຖົ່າ, ຫ້ອງຍາມຢູ່ໜ້າປະຕູ, ດິນຈີ່ທີ່ມີຮູບຄວັດ,

ລ້ວນແຕ່ເປັນສິ່ງລ້ຳຄ່າທີ່ບັນພະບຸລຸດຈົງໄວ້ໃຫ້ພວກເຮົາ

ຍຸກສະໄໝໄດ້ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ

ການອອກແບບກໍແມ່ນການປະດິດສ້າງໃໝ່ ແລະ ການສືບທອດ, ກໍຕ້ອງຕັ້ງຢູ່ບົນພື້ນຖານອັນເກົ່າ

ຕ້ອງເຮັດໃຫ້ລູກຫຼານລຸ້ນຫຼັງຂອງພວກເຮົາ

ຍັງສາມາດພົບເຫັນສິ່ງກໍ່ສ້າງເກົ່າ ແລະ ສະຖາປັດຕະຍະກຳເກົ່າໆເຫຼົ່ານີ້

ຖ້າຢາກສືບທອດໄດ້ດີ

ຕ້ອງປັບປຸງແລະ ຍົກບົດບາດຂອງວັດຖຸບູຮານໃຫ້ສູງເດັ່ນຂຶ້ນ

ຕ້ອງປະສານສົມທົບກັບຈຸດພິເສດດ້ານໂຄງປະກອບ ແລະ ຄວາມຕ້ອງການຕ່າງໆຂອງຜູ້ເປັນເຈົ້າຂອງສິ່ງກໍ່ສ້າງເກົ່າແກ່,ແລ້ວດຳເນີນການປັບປຸງສະຖາປັດຕະຍະກຳເກົ່າແກ່ແຕ່ລະຫຼັງຕາມສະພາບຄວາມເປັນຈິງ

ການທີ່ດຳເນີນການປັບປຸງ ດັດແປງ ແລະ ບູລະນະໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງນັ້ນ

ກໍເພື່ອປົກປັກຮັກສາຄວາມເປັນອຳມະຕະຂອງສິ່ງກໍ່ສ້າງຢ່າງສຸດຂີດ

ທັງສ້າງພື້ນທີ່ ແລະ ສິ່ງແວດລ້ອມທີ່ສະດວກສະບາຍ ແລະ ສົມເຫດສົມຜົນກວ່າເກົ່າ

ການອອກແບບທີ່ດີ ຈະສາມາດຫຼີກລ່ຽງຄວາມຂັດແຍ້ງກັນພາຍໃນຄອບຄົວຢ່າງມີປະສິດທິຜົນ ແລະ ສາມາດປະສານການພົວພັນລະຫວ່າງຜູ້ຢູ່ອາໄສໃກ້ຄຽງໃຫ້ດີຂຶ້ນໄດ້

ເມື່ອແລກປ່ຽນຄວາມເຫັນກັບຜູ້ເປັນເຈົ້າຂອງ, ແລກປ່ຽນຄວາມເຫັນກັບກຳມະກອນກໍ່ສ້າງແລ້ວ

ຈຶ່ງຄ່ອຍໆໄດ້ຮັບຄວາມເຊື່ອໝັ້ນຈາກເຂົາເຈົ້າ ຈົນກາຍເປັນໝູ່ເພື່ອນກັບພວກເຂົາເຈົ້າ

(ລູກຄ້າ ຫຼີຕ້າລົງ

ຮອດກາງຄືນ ພວກເຮົາກໍໄດ້ແລກປ່ຽນກັບລີ້ຮວາ

ເພິ່ນໄດ້ແກ້ໄຂບັນຫາຂອງຂ້າພະເຈົ້າ

ໃຫ້ຕົກໄປດ້ວຍຄວາມອົດທົນ

ທ.ຊົ້ງຈີ່ນຈູ້ ຊ່າງໄມ້

ບັນພະບຸລຸດຂ້າພະເຈົ້າກໍເຮັດວຽກສ້ອມແປງສິ່ງກໍ່ສ້າງເກົ່າ

ຫຼັງຈາກສຳຜັດກັບພວກຊາວໜຸ່ມຄື ລີ້ຮວາ ແລ້ວ

ຮູ້ສຶກວ່າເຂົາເຈົ້າມີຄວາມຄິດເຫັນທີ່ທັນສະໄໝ)

ຢູ່ໃນເຮືອນຈະມີຄວາມອົບອຸ່ນ ທັງເຕັມໄປດ້ວຍຄວາມຊົງຈຳທີ່ດີໆ

ຫຼັງຈາກກັບເມືອເຮືອນແລ້ວກໍເໝືອນດັ່ງຄົນເດີນທະເລທີ່ໄດ້ກັບມາຮອດທ່າກຳປັ່ນທີ່ປອດໄພທີ່ສຸດ

ປັກກິ່ງແມ່ນເຮືອນຂອງພວກເຮົາ

ເຮືອນຂອງພວກເຮົາໄດ້ບັນທຶກການພັດທະນາຂອງປັກກິ່ງ

ການອະນຸລັກ ແລະ ການສືບທອດວັດທະນະທຳດ້ານສະຖາປັດຕະຍະກຳຂອງປັກກິ່ງ

ເປັນການສ້າງສິ່ງທີ່ສະຫງ່າຜ່າເຜີຍຄືນໃໝ່ໃຫ້ກັບສິ່ງກໍ່ສ້າງເກົ່າແກ່ດ້ວຍໄວຄຶກຄະນອງ

ຂ້າພະເຈົ້າຊື່ວາງລີ້ຮວາ ແມ່ນສະຖາປະນິກຜູ້ອະນຸລັກສິ່ງກໍ່ສ້າງເກົ່າຂອງປັກກິ່ງ

 

ຄຳ​ເຫັນ

0